Ad

Ad

22 January 2015

ກົ​ມບໍ່​ແຮ່​ອອກ​ມາ​ຊີ້​ແຈງ​ເປັນ​ຫຍັງລັດຖະບານ​ຈຶ່ງ​ອະນຸຍາດ​ໃຫ້​ນັກ​ລົງທຶນ​ເຂົ້າ​ມາ​ສຳຫຼວດ ​ແລະ ຂຸ​ດຄົ້ນ​ບໍ່​ແຮ່​ຢູ່​ລາວຫຼາຍ​ເກີນ​ໄປ



          ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​​ແຫ່ງ​ຊາດ​ຊຸດ ທີ VII ລະຫວ່າງ​ເດືອນ​ ທັນວາ 25014 ຜ່ານ​ມາ ​ໄດ້ ​ມີ​ປະຊາຊົນ ສະ​ແດງ ຄວາມ​ສົນ​ໃຈ​ຕໍ່ກັບ​ບັນຫາ​ທີ່ລັດຖະບານ​ອະນຸ ຍາດ​ໃຫ້​ນັກ​ລົງ​ທືນຈາກ​ຕ່າງ​ຊາດ​ເຂົ້າ​ມາ​ສຳຫຼວດ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ເຮົາຫຼາຍ​ເກີນ​ໄປ ອາດ​ຈະ​ເກີດ​ບັນຫາ​ຕາມ​ມາ​ໃນ​ອະນາຄົດ.
ຕໍ່ກັບ​ບັນຫາ​ນີ້ ທ່ານ ແກ້ວ ຄຳ​ຜາ​ວົງ ຮອງ​ຫົວໜ້າກົມ​ບໍ່​ແຮ່ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ຊີ້​ແຈງ​ຢູ່​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ວ່າ:  ລັດ​ຖະບານ​ມີ​ເປົ້າໝາຍ​ເລັ່ງ ພັດທະນາປະ​ເທດ​ຊາດ​ໃຫ້ຫຼຸດພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ໃນ​ປີ 2020,  ການ​ເລືອກ​ເອົາ​ບໍ່​ແຮ່​ກໍຄື​ທ່າ​ແຮງ​ບົ່ມ​ຊ້ອນທີ່ເຂົ້າມາໝູນ​ໃຊ້  ​ໄປ​ພ້ອມ​ກັບ​ຂະ​ແໜງການທີ່​ມີ​ທ່າ​ແຮງອື່ນ​ໆ ອີກ. ສຳລັບການ​ອະນຸຍາດ​ລົງ​ທືນດ້ານ​ບໍ່​ແຮ່ຂັ້ນຕອນ​ທັງໝົດກໍ​ໄດ້​ຜ່ານ​ປະຕູ​ດຽວ​ໂດຍ​ມີຫຼາຍພາກ ສ່ວນ​ທີ່​ກ່ຽວຂ້ອງ​ເຊັ່ນ: ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ພະລັງງານ
ແລະ ບໍ່​ແຮ່, ກະ ຊວງ​​ແຜນການ ແລະ ການ​ລົງ​ທືນ, ​ໄດ້​ສົມທົບ​ກັບ ແຂວງ ​ແລະ ທ້ອງ​ຖິ່ນເພື່ອມາ​ປຶກສາ​ກັນ ບັນທຶກ​ເປັນ​ລາຍ​ລັກ​ອັກ ສອນ, ຫຼັງຈາກ​ນັ້ນຈຶ່ງ​ສາມາດ​ໃຫ້​ບໍລິສັດ​ເຂົ້າ​ມາ​ເຊັນ​ສັນຍາ​ສຳ​ປະທານ​ສຳຫຼວດ ​ແລະ ຂຸດ​ຄົ້ນ​ບໍ່​ແຮ່​ໄດ້.
ທ່ານ ຮອງ​ຫົວໜ້າກົມ ຍັງ​ໄດ້​ກ່າວ​ອີກ​ວ່າ: ປັດຈຸບັນ​ນີ້ ມີ 170 ບໍລິສັດ​ທີ່​​ເຂົ້າ​ມາ​ສຳ ຫຼວດ ​ໃນ​ນັ້ນ ມີ​ເນື້ອ​ທີ່ 1 ແສນ​ກ່ວາຕາ​ລາງ​ກິ​ໂລ​ແມັດ, ຖ້າ​ທຽບ​ໃສ່​ເນື້ອ​ທີ່​ປະ​ເທ​ດກວມ​ເອົາ 43 %  ​ແລະ ຂັ້ນຕອນ​ໃນ​ການ​ສຳຫຼວດຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ. ບໍລິສັດ​ທີ່​ໄດ້​ສຳ​ປະທານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ມີ​ພຽງ​ແຕ່ 71 ບໍ ລິສັດ​ ທຽບ​ໃສ່ ເນື້ອ​ທີ່​ຂອງ​ປະ​ເທດ​​ແມ່ນກວມ​ພຽງ 1,3 %, ການ​ຊອກ​ສຳຫຼວດ​ເຖິງ​ແມ່ນ​ວ່າ​ຈະ​ມີ​ເນື້ອ ທີ່ ຫຼາຍ​ແຕ່​ຄວາມ​ເປັນ​ໄປ​ໄດ້​ໃນ​ຕົວ​ຈິງ​ຂອງ​ການ​ຂຸດ​ຄົ້ນ​ແມ່ນໜ້ອຍ ​ເຊິ່ງບໍ່ມີ​ຫຍັງທີ່​ຈະ​ຕ້ອງ​ກັງວົນ ເພາະ​ເບື້ອງ​ລັດ​ໄດ້​ມີ​ການ​ຄຸ້ມ​ຄອງ​ທີ່​ດີ.

No comments:

Post a Comment