Ad

Ad

27 March 2015

ລາວເປັນ 1 ໃນ 10 ປະເທດທີ່ມີການ ພັດທະນາໄວ



ຕາມບົດລາຍງານຂອງອົງການສະຫະປະຊາຊາດເພື່ອການ ພັດທະນາຢູ່ສປປລາວ ປີ 2012-2015 ສະແດງໃຫ້ ເຫັນ ສປປ ລາວ ໄດ້ຈັດເປັນ 1 ໃນ 10 ປະເທດຂອງໂລກທີ່ມີການພັດທະນາ ແລະ ກ້າວ ໜ້າໄວ ໂດຍສະເພາະດ້ານ ການຫຼຸດຜ່ອນ ຄວາມທຸກຍາກ. ໃນໄລ ຍະ20ປີຜ່ານມາ, ໄດ້ເຮັດໃຫ້ຈຳນວນປະຊາກອນທີ່ທຸກຍາກຫຼຸດລົງ, ຈຳນວນນັກຮຽນເຂົ້າຮຽນຊັ້ນປະ ຖົມສູງຂຶ້,ອັດຕາການຕາຍຂອງເດັກຫຼຸດລົງ,ຈຳນວນແມ່ຍິງ ເຮັດວຽກໃນຂົງເຂດການເມືອງຢູ່ຂັ້ນສູນກາງເພີ້ມຂຶ້, ຊຶ່ງເປັນ ໜຶ່ງໃນໃນບັນດາປະເທດໃນພາກພື້ນ, ວຽກງານຕ້ານກັບວັນນະໂລກ ແລະ ໄຂ້ຍຸງ ມີຄວາມຄືບໜ້າ ແລະ ສາມາດຮັບປະກັນ ການເຂົ້າເຖິງນ້ຳ ດີ່ມທີ່ສະອາດປອດໄພແລະມີລະະບົບສຸຂະພິບານຂັ້ນພື້ນຖານໃນເຂດຕົວເມືອງດີ.ໃນຂະນະດຽວກັນນັ້ນ, ຄຽງຄູ່ກັບກັນນັ້ນບັນດາສິ່ງທ້າທາຍຕ່າງໆກໍຍັງມີການຂາດ ແຄ້ນວຽກເຮັດງານທຳໂດຍສະເພາະໃນຂົງ ເຂດ ທີ່ນອກເໜືອຈາກ ວຽກງານກະສິກຳ. ການຫຼຸກຜ່ອນ ຈຳນວນເດັກທີ່ ຂາດສານອາຫານລວມ ທັງການຮັບປະກັນວ່່ານັກຮຽນຍິງໃຫ້ສຳເລັດ ການສຶກສາຂັ້ນປະຖົມແລະສືບຕໍ່ຮຽນຊັ້ນມັດທະຍົມ
ຍັງບໍ່ມີຄວາມຄືບໜ້າ,ການມີສ່ວນຮ່ວມຂອງແມ່ຍິງໃນການຕັດສິນບັນຫາສຳຄັນຢູ່ຂັ້ນທ້ອງຖິ່ນແມ່ນຍັງຈຳກັດ,ອັດຕາການຕາຍຂອງແມ່ຍັງມີສູງ,ຍັງມີການຄຸ້ມຄອງຊັບພະຍາກອນຊຳມະຊາດທີ່ບໍ່ຍືນຍົງເຊັ່ນ:ປ່າໄມ້,ຊັບ ພະຍາກອນແຫຼ່ງນ້ຳແລະຊີວະ ນາໆພັນ, ການຫຼຸດ ຜ່ອນຜົນກະທົບທີເກີດຂື້ນຢ່າງເປັນປະຈຳຈາກໄພທຳມະຊາດຍັງບໍ່ທັນ ພຽງພໍ.ໂດຍ ລວມແລ້ວສິ່ງທ້າທາຍໃຫຍ່ໆໃນການພັດທະນາສປປລາວແມ່ນການຮັບປະກັນຜົນປະໂຫຍດ ຈາກການເຕີບໂຕດ້ານເສດຖະກິດທີ່ມີອັດຕາສູງນັ້ນມີການແບ່ງ ປັນຢ່າງສົມສ່ວນ ແລະ ຖືກຜັນຂະຫຍາຍເປັນການພັດທະ
ນາມະນຸດແບບຍືນຍົງເພື່ອທຸກຄົນ,ລວມທັງແມ່ຍິງ, ຊົນເຜົ່າກຸ່ມນ້ອຍແລະຈຳນວນປະຊາກອນສອງສ່ວນ ສາມທີ່ ອາໃສຢູ່ ເຂດຊົນນະບົດຫ່າງໄກສອກຫຼີກຂ່ອງຫ່ວາງລະຫ່ວາງຄົນທຸກແລະຄົນຮັ່ງ,ແມ່ຍິງແລະຜູ້ຊາຍ, ຊົນເຜົ່າກຸ່ມ ນ້ອຍແລະຜູ້ ຢູ່ອາໃສໃນຂົງເຂດພາກພື້ນຂອງປະເທດທີ່ນັບມື້ນັບກ້ວາງອອກນັ້ນຈຳເປັນຕ້ອງໄດ້ຮັບການແກ້ໄຂຢ່າງ ຮີບດ່ວນຖ້າຫາກ ປະເທດລາວຕ້ອງການຈະບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາໃຫ້ໄດ້ພາຍໃນປີ 2015, ຄວາມພະຍາຍາມ ໃນການກະຕຸ້ນເພື່ອບັນລຸເປົ້າໝາຍສະຫັດສະຫວັດທີ່ວາງໄວ້ ແລະ ສິ່ງສຳຄັນແມ່ນຊ່ວຍຮັບປະກັນການຂະ ຫຍາຍຕົວດ້ານ ເສດຖະກິດຢ່າງວ່ອງໄວໂດຍສະເພາະຈາການລົງທືນຂອງຕ່າງປະເທດໂດຍກົງເຊັ່ນ:ຂຸດຄົ້ນບໍ່ແຮ່,ຂຸດຄົ້ນປ່າໄມ້ແລະເຂື່ອນໄຟຟ້າ,ດຳເດີນການດ້ວຍຮູບແບບທີ່ຮັບປະກັນຄວາມຍືນຍົງດ້ານສິ່ງແວດ ລ້ອມແລະລາຍຮັບທີ່ສ້າງຂື້ນແມ່ນຈະຈ່າຍຜົນປະ ໂຫຍຕໍ່ທຸກຄົນ,ນອກຈາກນີ້.ການປ່ຽນແປງຂອງ ສະພາບດິນຟ້າອາກາດແລະໄພພິບັດທາງທຳມະຊາດອາດມີຜົນກະ ທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາປະເທດແລະເສດຖະກິດ.ສິ່ງທ້າທາຍສະເພາະສຳລັບສປປລາວແມ່ນການປະເຊີນກັບບັນຫາລະເບີດທີ່ຍັງບໍ່ທັນແຕກ(UXO)ຊຶ່ງຍັງສືບຕໍ່ເປັນ ອັນຕະລາຍຕໍ່ຊີວິດແລະຈຳກັດການຜະລິດແລະການຂະຫຍາຍການຜະລິດກະສິກຳຂອງປະເທດ.

No comments:

Post a Comment