Ad

Ad

13 March 2015

ລາວຟອດ ມອບເງິນ 160 ລ້ານກີບ ໃຫ້ໜ່ວຍກູ້ໄພນະຄອນຫລວງວຽງຈັນ



     ໃນວັນທີ 12 ມີນານີ້, ຢູ່ຫ້ອງຂາຍ ລາວຟອດຊີຕີ, ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນເພື່ອຈັດຫາອຸປະກອນທີ່ຈຳເປັນເຂົ້າໃນ ການເຝິກອົບຮົມໃຫ້ແກ່ໜ່ວຍກູ້ໄພນະຄອນຫລວງວຽງຈັນ, ມອບ ໂດຍທ່ານ ດີລິບ ເຈຊູທາຊານ ຜູ້ອຳນວຍການບໍລິສັດ ລາວຟອດຊີຕີ ແລະ ທ່ານ ສະເຫລີມພົນ ວົງສາຄຳຜຸຍ ຜູ້ອຳ ນວຍການອົງການ Lao Institute of Renewable Energy (LIRE) ຫລື ໜ່ວຍກູ້ໄພນະຄອນຫລວງວຽງ ຈັນເປັນຜູ້ຮັບ, ມີພະ ນັກງານບໍລິສັດລາວຟອດ ແລະ ທີມງານໜ່ວຍ ກູ້ໄພເຂົ້າຮ່ວມເປັນຈຳນວນຫລາຍ.
     ຜູ້ຕາງໜ້າບໍລິສັດລາວຟອດ ຊີຕີ ກ່າວວ່າ: ອີງຕາມການສະເໜີຂອງອົງການ LIRE ທີ່ໜ້າສົນໃຈ ແລະ ກົງ ກັບຈຸດມຸ້ງໝາຍຂອງບໍລິສັດລາວຟອດທີ່ເນັ້ນໃສ່ການລົນນະລົງໃຫ້ຂັບຂີ່ປອດ ໄພຕາມທ້ອງ ຖະໜົນ. ດັ່ງນັ້ນ ການມອບທຶນສະໜັບສະໜູນຄັ້ງນີ້ ເປັນໜຶ່ງໃນຫລາຍໂຄງການທີ່ຟອດ ສາມາດປັບປຸງຄຸນນະພາບຊີວິດຂອງ ປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການຫລຸດຜ່ອນອຸປະຕິເຫດທີ່ສົ່ງຜົນເຮັດໃຫ້ເກີດມີການເສຍຊີວິດ ແລະ ອື່ນໆ.

     ທ່ານ ສະເຫລີມພົນ ວົງສາຄຳຜຸຍ ຜູ້ອຳນວຍການອົງການ LIRE ກ່າວວ່າ: ອົງການຂອງຕົນເປັນອົງ ການທີ່ບໍ່ ຫວັງຜົນກຳໄລ, ສ້າງຂຶ້ນເປັນໜ່ວຍກູ້ຊີບ ແລະ ຊ່ວຍຊີວິດທຸກຄົນໃນກໍລະນີສຸກເສີນຢູ່ນະຄອນຫລວງວຽງຈັນ ຂອງພວກເຮົາ, ເພາະເຫັນວ່າປັດຈຸບັນການເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ນະຄອນຫລວງວຽງຈັນ ແມ່ນນັບ ມື້ເພີ່ມຂຶ້ນ, ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດ ແລະ ປັດໄຈ ອື່ນໆ. ດັ່ງນັ້ນ ການສະໜັບສະໜູນຄັ້ງນີ້ ຈະເປັນສ່ວນສຳຄັນໃນການປັບປຸງຂີດຄວາມສາມາດ ແລະ ທັກສະຂອງອາສາສະໝັກທຸກໆຄົນເພື່ອປັບປຸງການ ຊ່ວຍເຫລືອປະຊາຊົນລາວຜູ້ຖືກເຄາະຮ້າຍໃຫ້ມີຄວາມປອດໄພ, ຮັບປະກັນ ແລະ ມີປະສິດທິຜົນສູງສຸດໃນທຸກໆ ກໍລະນີສຸກເສີນ. ປັດຈຸບັນໜ່ວຍກູ້ໄພຂອງພວກເຮົາ ມີອາສາສະໝັກຫລາຍກວ່າ 40 ຄົນ ທີ່ໃຫ້ບໍລິການຕະຫລອດ 24 ຊົ່ວໂມງໃນທຸກໆມື້.

No comments:

Post a Comment