Ad

Ad

27 March 2015

ນັບແຕ່ເດືອນເມສາ 2015 ນີ້ເປັນຕົ້ນໄປ ລາວຈະປະຕິບັດຄ່າແຮງງານຕຳ່ສຸດບໍ່ໃຫ້ຫລຸດ 9 ແສນກີບ/ຄົນ/ເດືອນ



              ຄະນະກຳມະບານຮາກຖານ ທະນາຄານສົ່ງເສີມກະສິກຳ ໄດ້ຈັດຕັ້ງການເຜີຍແຜ່ແຈ້ງການແນະນຳກ່ຽວ ກັບການປັບ  ປຸງຄ່າ ແຮງງານຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ ໄດ້ຈັດຂຶ້ນໃນ ຕອນແລງຂອງວັນທີ 25 ມີນານີ້ ທີ່ຫ້ອງປະຊຸມທະນາ ຄານດັ່ງກ່າວ ໃນນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມ ຂອງສະຫາຍ ຖາວອນ ເຂັມຄຳ ຄະນະພັກຮາກຖານ - ຮອງຜູ້ອໍານວຍ ການ, ປະທານຄະນະກຳມະບານຮາກຖານທະນາຄານສົ່ງເສີມກະສິກຳ,   ແລະ ສະມາຊິກກຳມະບານຈາກທະນາຄານສົ່ງເສີມກະສິກຳສຳນັກງານໃຫຍ່, ສາຂານະຄອນຫຼວງ ແລະ ຈາກທະນາຄານສົ່ງເສີມ ກະສິກຳບັນດາໜ່ວຍບໍລິການອ້ອມຂ້າງເຂົ້າຮ່ວມ.
              ສະຫາຍ   ປະທານຄະນະກໍາມະບານຮາກຖານ ທະນາຄານດັ່ງກ່າວ ໄດ້ເຜີຍແຜ່ແຈ້ງການແນະ ນຳຂອງລັດຖະ ມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ສະບັບທີ 808/ ຮສສ, ລົງວັນທີ 9/2/2015ກ່ຽວກັບການ ປັບປຸງຄ່າແຮງງານຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ
ເພື່ອແນໃສ່ປັບປຸງການດຳລົງຊີ ວິດຂອງຊາວຜູ້ອອກແຮງງານ ໃນຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການທັງພາຍໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກງານໃນຄົວເຮືອນ ໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂື້ນກ່ວາເກົ່າ ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ - ສັງ ຄົມ, ກັບຄວາມ ຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການ ສັງຄົມ, ຄ່າແຮງງານ ຕໍ່າສຸດ ແມ່ນລະດັບເງິນເດືອນ ຫຼື ຄ່າແຮງງານທີ່ລັດ ຖະບານປະກາດໃຊ້ໃນແຕ່ລ ະໄລຍະໝາຍວ່າບໍ່ໃຫ້ຫລຸດ 900.000 ກີບຕໍ່ຄົນຕໍ່ເດືອນ ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງ ການນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນໄປ.

              ໃນພາກປະຕິບັດ ຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດ ໄດ້ເບີກຈ່າຍເງິນຄ່າແຮງງານຕໍ່າ ສຸດໃຫ້ຜູ້ອອກແຮງ ານຂອງຕົນເທົ່າກັບ ຫຼື ສູງກ່ວາລະດັບຄ່າແຮງງານຂັ້ນຕໍ່າສຸດນີ້ແລ້ວ ແມ່ນໃຫ້ສືບ ຕໍ່ປະຕິບັດຕາມປົກກະຕິ, ຖ້າຫົວໜ່ວຍແຮງ ງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກ ຈ່າຍຕໍ່າກ່ວາຕ້ອງ ດຳເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະ ນຳສະບັບນີ້.
                ທາງດ້ານຫ້ອງການສູນກາງສະຫະພັນກຳມະບານລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນທີ່ມີຄວາມກ່ຽວຂ້ອງ ກັບບັນຫາດັ່ງກ່າວກໍໄດ້ອອກແຈ້ງການໃຫ້ອົງການຈັດຕັ້ງກຳມະບານໃນທົ່ວປະເທດເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ຕິດຕາມ ການນຳໃຊ້ຄ່າແຮງງານຕໍ່າສຸດໃໝ່ ນີ້ ແລະ ຖ້າວ່າ: ກໍລະນີທີ່ຜູ້ອອກແຮງງານຫາກໄດ້ຂາດວຽກ ຫຼື ບໍ່ມາເຮັດວຽກໂດຍ ບໍ່ມີເຫດຜົນ, ບໍ່ໄດ້ຮັບການເຫັນດີຈາກຜູ້ໃຊ້ແຮງງານແມ່ນ ໃຫ້ຜູ້ໃຊ້ແຮງງານຕັດເງິນຄ່າແຮງງານທີ່ຜູ້ອອກແຮງງານໄດ້ຮັບ ຕໍ່ມື້,ບໍ່ອະນຸຍາດໃຫ້ຜູ້ໃຊ້ແຮງງານຕັດເງິນຄ່າແຮງງານຂອງຜູ້ອອກ ແຮງງານເກີນກ່ວາລາຍໄດ້ຕໍ່ມື້ຂອງຜູ້ອອກແຮງ ງານເດັດຂາດ ຫາກຜູ້ໃຊ້ແຮງງານຕັດຫຼາຍກ່ວານັ້ນແມ່ນຜິດ ຕໍ່ກົດໝາຍແຮງງານ ຫຼື ແຈ້ງການກ່ຽວກັບຄ່າແຮງງານ ຕໍ່າສຸດທີ່ກະຊວງແຮງງານກໍຄືລັດຖະບານປະກາດໃຊ້.
              ຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຢ້ຽມຢາມພື້ນຖານ​ການ​ຜະລິດ​ກະສິກຳນະຄອນ ຫລວງວ ຽງຈັນໃນຕອນເຊົ້າວັນທີ 22 ມີນາ 2015. ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດ ຖະກິດການຜະລິດ ແລະ ຈໍລະຈອນ ພ້ອມດ້ວຍທ່ານລັດຖະມົນຕີວ່າການກະຊວງ​ກະສິກຳ ​ແລະ ປ່າ​ໄມ້,  ເຄື່ອນໄຫວຢ້ຽມ ຢາມພື້ນຖານການຜະລິດກະສິກຳ ທີ່​ເມືອງ​ໄຊ​ທານີ ນະຄອນຫຼວງວຽງຈັນ ຄື ບໍລິສັດພີເອັສສົ່ງເສີມກະສິກຳ ແລະ ອຸດສາຫະ ກຳ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ (PS) ທີ່ບ້ານປາກຊາບ ເມືອງໄຊທານີ ​ເຊິ່ງ​ໄດ້ຮັບສ້າງຕັ້ງຂຶ້ນໃນປີ 2012   ​ແລະ ໄດ້ປະກອບສ່ວນພັດທະນາ ວຽກງານກະສິກຳ ແລະ ອຸດສາຫະກຳ, ຊຸກຍູ້ການຜະລິດເປັນສິນຄ້າ, ການຜະລິດອາຫານ, ນ້ຳດື່ມແລະຜັກປອດສານພິດ, ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ  ສ້າງເປັນສູນລວມ ໃຫ້ແກ່ບັນດານັກວິຊາການ ທາງດ້ານກະສິກຳ, ອຸດສາຫະກຳ  ແລະນັກພັດທະນາທາງດ້ານເຕັກໂນໂລຊີ, ສາມາດແກ້ໄຂຊີວິດ ການເປັນຢູ່ ຂອງປະຊາຊົນ ໄດ້ເປັນຢ່າງດີໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ປະກອບການ ທີ່ໄດ້ຕັດສິນ​ໃຈ​ສູງ​ໃນ​ການດຳເນີນທຸລະກິດ ກໍ່ຄືການຜະລິດສະບຽງອາຫານ ເປັນຕົ້ນນ້ຳດື່ມລາວແລະພືດຜັກສະອາດ ຕອບສະໜອງໃຫ້ ແກ່ສັງຄົມ ​ແລະ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ປະກອບ ສ່ວນພັດທະນາ​ເສດຖະກິດ-ສັງຄົມຂອງລາວ. ຄຽງຄູ່​ກັນນັ້ນ, ກໍ່ຕ້ອງ​ເອົາ​ໃຈ​ໃສ່​ຕື່ມ ດ້ານ​ການ​ປະກອບ​ການ​ທຸລະ​ກິດ, ການ​ປ້ອງ​ກັນ​ຄວາມສ່ຽງໂດຍ​ສະ​ເພາະໃນ​​ເງື່ອນ​ໄຂ​ການ​ເຊື່ອມ​ໂຍງ​ເປັນ​ປະຊາ​ຄົມ​ອາຊຽນ (AEC) ​ໃນຕໍ່ໜ້າ.
            ໃນ​ເວລາ​ຕໍ່ມາ, ທ່ານຮອງນາຍົກລັດຖະມົນຕີ ພ້ອມ​ຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ສູນທົດລອງແນວພັນພືດທີ່​ດີ ລາວ-ຈີນ ​ເຊິ່ງ​ເປັນ​ສູນ​ທຳ​ອິດ ​ໃນ 20 ສູນ​ທີ່​ຈະ​ສ້າງ​ໃນ​ບັນດາ​ປະ​ເທດ​ອາຊຽນ ​ເພື່ອ​ເປັນ​ການ​​ເຜີຍ​ແຜ່ ​ແລະ ເສີມ​ຂະຫຍາຍ​ເຕັກ ນິກ​ກະສິກຳ​ໃຫ້​ແກ່ ສປປ ລາວ ​ໂດຍ​ການ​ຮ່ວມ​ມື​ຂອງ​ສອງ​ກະຊວງ​ກະ​ສີ​ກຳ-ປ່າ​ໄມ້ ລາວ-ຈີນ ​ມີໄລຍະ​ເວ​ລາ​ການ​ຮ່ວມ​ມື 25 ປີ. ​ໃນ​ໄລຍະ​ຜ່ານ​ມາສູນ​ແຫ່ງນີ້ ມີ​ຜົນສຳ​ເລັດຫຼາຍດ້ານ ​ເຊັ່ນ: ​ໄດ້​ສຳ​ເລັດ​ການຄົ້ນຄວ້າ ​ແລະ ​ທົດ​ສອບ​ການ​ປູກ​ແນວ​ພັນ​ກວ່າ 160 ​ແນວ​ພັນປະກອບ​ດ້ວຍ​ແນວ​ພັນ​ປະ​ເພດ ສາລີ, ​ເຂົ້າ, ໝາກຖົ່ວ, ພືດ​ຜັກ, ໝາກມັງກອນແລະ ພືດ​ອື່ນໆ ​ໂດຍ​ໄດ້​ຄັດ​ເລືອກ​ເອົາ​ແນວ​ພັນ​ທີ່​ເໝາະສົມ​ສຳລັບ ສປປ ລາວ ​ເປັນຕົ້ນ ​ແນວ​ພັນ​ສາລີ​ທີ່​ຊື່ວ່າ ແນວ​ພັນ​ມິດຕະພາບ ລາວ-ຈີນ 118(LC118) ທີ່​ໃຫ້​ຜົນ​ຜະລິດຫຼາຍກວ່າ​ແນວ​ພັນ​ຂອງ​ປະ​ເທດ​ອ້ອມ​ຂ້າງ 10 ກວ່າ​ສ່ວນ​ຮ້ອຍ ຊຶ່ງ​ຄັດ​ໄດ້ 2 ​ແນວ​ພັນ ຈາກ​ແນວ​ພັນ​ທີ່​ນຳ​ມາ 48 ​ແນວ​ພັນ ​ແລະ ຍັງ​ຈະ​ຮ່ວມ​ກັນ​ຂະຫຍາຍ​ແນວ​ພັນຢູ່​ສູນ​ດັ່ງກ່າວ. ສຳລັບ​ແນວ​ພັນ​ເຂົ້າ ກໍ່​ໄດ້​ທົດ​ລອງ​ກວ່າ 30 ​ແນວ​ພັນ, ​ໄດ້​ທົດ​ລອງ​ແນວ​ພັນໝາກ​ແຕງ​ແຄນ​ຕາ​ລຸກ, ໝາກອະ​ງຸ່ນ, ​ແນວ​ພັນ​ຫຍ້າ​ສຳລັບ​ລ້ຽງສັດທີ່​ໃຫ້​ຜົນ​ຜະລິດ 45 ​ໂຕນ​ຕໍ່ປີຕໍ່​ເຮັກຕາ, ນອກຈາກ​ນັ້ນ ຍັງ​ໄດ້​ຮັບ​ເອົາ​ນັກຮຽນຝຶກ​ງານ 220 ຄົນ ​ໃນ​ນັ້ນ, ນັກຮຽນດີ​ເດັ່ນ​ຈຳນວນໜຶ່ງ ກໍ່​ໄດ້​ສົ່ງ​ໄປ​ຍົກ​ລະດັບ​ຢູ່ ສປ ຈີນ ​ແລະ ຈຳນວນໜຶ່ງທີ່​ຮຽນຈົບ ກໍ່​ໄດ້​ຮັບ​ມາ​ເຮັດ​ວຽກພາຍ​ໃນ​ສູນ, ​ໄດ້​ນຳພາ​ນັກຮຽນຝຶກ​ງານ ​ແລະ ຊາວ​ກະສິກອນ ​ໄປ​ຝຶກ​ອົບຮົມ​ຢູ່ ສປ ຈີນ 185 ຄົນ ​ແລະ ​ໄດ້​ສ້າງ​ຮູບ​ແບບ​ການ​ເຮັດ​ເຮືອນ​ຮົ່ມ. ສຳລັບ​ແຜນ​ໃນຕໍ່ໜ້າ ​ແມ່ນ​ການ​ປັບປຸງ​ສະພາບ​ດິນ ​ແລະ ພື້ນທີ່​ຂອງ​ສູນ ​ໃຫ້​ເໝາະສົມ​ກວ່າ​ເກົ່າ​ໃນ​ການ​ທົດ​ລອງ ​ແລະ ສືບຕໍ່ຄັດ​ເລືອກ​ແນວ​ພັນ​ທີ່​ເໝາະສົມ ​ໂດຍ​ສະ​ເພາະ ​ແມ່ນ​ການ​ຜັນ​ຂະຫຍາຍ​ອອກ​ໄປ​ສູ່​ຊາວ​ກະ ສິກອນ; ​ໃນ​ໂອກາດ​ນີ້, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື​ຂອງ​ສູນ ອັນ​ເປັນໝາກຜົນໜຶ່ງທີ່​ເປັນ​ຂອງຂວັນ​ໃຫ້​ແກ່​ການສະ​ເຫຼີມສະຫຼອງສອງ​ວັນ​ປະຫວັດສາດ​ຂອງ​ລາວ ​ໂດຍ​ສະ​ເພາະ ​ໃນ​ປີໜ້າ 2016 ເປັນ​ປີ​ສ້າງສາ​ຍພົວພັນ​ມິດຕະພາບ ລາວ-ຈີນ ຄົບຮອບ 55 ປີ ຈະ​ມີ​ຜົນງານ​ອັນ​ໃໝ່ໆ ມາ​ວາງສະ​ແດງ​ໃຫ້​ມວນ​ຊົນ​ໄດ້​ເຫັນ.
            ຫຼັງຈາກ​ນັ້ນ, ຄະນະ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ໄປ​ຢ້ຽມຢາມສູນຄົ້ນຄວ້າກະສິກຳນາພອກ ທັງ​ໂຮງ​ອົບ​ສາລີ, ຫ້ອງ​ເກັບ​ແນວ​ພັນ, ທະນາຄານ​ເຊື້ອພັນ​ແຫ່ງ​ຊາດ​ແລະ ​ໄດ້​ຮັບ​ຟັງ​ການລາຍ​ງານ​ສະພາບ​ການຈັດຕັ້ງປະຕິບັດ​ຂອງ​ສູນ ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງສູນ​ຄົ້ນຄວ້າ​ແຫ່ງ​ນີ້ ​ໄດ້​ຮັບ​ການ​ສ້າງຕັ້ງມາ​ແຕ່​ປີ 1983 ມີ​ເນື້ອທີ່ 185 ​ເຮັກຕາ, ມີ​ພາລະ​ບົດບາດ​ໃນ​ການຄົ້ນຄວ້າ​ແນວ​ພັນ ​ເຂົ້າ, ສາລີ, ຖົ່ວ ​ແລະ ພືດ​ທີ່​ໃຫ້​ຜົນ​ຜະລິດ​ເປັນ​ຫົວ. ມີ​ການ​​ເຕົ້າ​ໂຮມ, ອະນຸລັກ, ພັດທະນາ​ແນວ​ພັນ ​ແລະ ​ເຕັກນິກ​ຕ່າງໆ ​ໃນ​ການ​ຜະລິດ​ແນວ​ພັນ ທັງ​ແນວ​ພັນ​ລຸ້ນ 1 ​ແລະ 2 ສໍາລັບ​ລຸ້ນ 3 ​ແມ່ນ​ຮ່ວມ​ຜະລິດ​ກັບ​ປະຊາຊົນ. ລວມ​ເຖິງ​ການ​ຝຶກ​ອົບຮົມ​ໃຫ້​ແກ່​ພະນັກງານ​ແຂວງ-​ເມືອງ ​ແລະ ນັກ​ສຶກສາຝຶກ​ງານ ພາຍ​ໃນ​ປະ​ເທດ. ພ້ອມ​ນີ້ ກໍ່ມີ​ການ​ຮ່ວມ​ມື​ກັບ​ອົງການ​ຈັດຕັ້ງສາກົນ​ຕ່າງໆ. ສຳລັບ​ວຽກງານ​ອະນຸລັກ ປັດຈຸບັນ ສາມາດ​ເຕົ້າ​ໂຮມ​ແນວ​ພັນ​ສາລີ​ໄດ້ 234 ຕົວຢ່າງ ​ແລະ ສ້າງ​ໄດ້ 8 ຄູ່​ແນວ​ພັນ​ດີ​ເດັ່ນ ກັບ 1 ​ແນວ​ພັນ​ໃໝ່ “ວຽງຈັນ 450” , ​ເຕົ້າ​ໂຮມ​ແນວ​ພັນ​ຖົ່ວ​ໄດ້ 88 ຕົວຢ່າງ ສາມາດ​ຄົ້ນຄວ້າ​ຖົ່ວ​ເຫຼືອງ​ໄດ້ 2 ​ແນວ​ພັນ​ເດັ່ນ ​ແລະ ຖົ່ວຂຽວຕື່ມ​ອີກ, ມັນຕົ້ນ​ໄດ້ 48 ຕົວຢ່າງ ຄົ້ນຄວ້າ​ໄດ້ 14 ​ແນວ​ພັນ​ເດັ່ນ ​ແລະ 4 ​ແນວ​ພັນ​ທີ່​ໃຫ້​ຜົນ​ຜະ​ລີດ​ສູງ​ໃນ​ລະດັບ 35-40 ​ໂຕນ/​ເຮັກຕາ, ນອກ​ນັ້ນ ກໍ່ມີ​ສວນ​ອະນຸລັກ​ມັນ​ດ້າງ, ອ້ອຍ, ອ້ອຍ​ປ່າ ​ແລ​ະ ​ເຂົ້າຝາງ, ສະ​ເພາະ​ເຂົ້າ ສາມາດ​ເຕົ້າ​ໂຮມ​ໄດ້ 14 ພັນ​ກວ່າ​ຕົວຢ່າງ ທີ່​ເກັບ​ໄວ້​ໃນທະນາຄານ​ເຊື້ອພັນ​ແຫ່ງ​ຊາດ ​ແລະ ອີກ​ຈຳນວນໜຶ່ງ​ເກັບ​ໄວ້​ຢູ່​ທະນາຄານ​ເຊື້ອພັນ​ເຂົ້ານາໆຊາດ ລວມກວ່າ 15 ພັນ​ຕົວຢ່າງ ຊຶ່ງ​ລາວ​ເຮົາ ຖືກ​ຈັດ​ເປັນອັນ​ດັບ 2 ຂອງ​ໂລກ ທີ່​ມີ​ເຊື້ອພັນ​ເຂົ້າຫຼາຍກວ່າໝູ່ທັດຈາກ​ປະ​ເທດ​ອິນ​ເດຍ ​ແລະ ສາມາດ​ຄົ້ນຄວ້າ​ແນວ​ພັນ​ໃໝ່​ໄດ້ 28 ​ແນວ​ພັນ. ພ້ອມ​ນີ້ ກໍ່ມີ​ການ​ວິ​ໄຈ​ພະຍາດ​ຕ່າງໆ, ວິ​ໄຈ​ດິນ, ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການຄົ້ນຄວ້າ, ການ​ແນະນຳ​ເຕັກນິກ​ອັນ​ໃໝ່​ໃຫ້​ປະຊາຊົນ. ​ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຄວາມ​ບາກ​ບັ່ນບຸກບືນ ​ແລະ ຜົນງານທັງໝົດ ​ໃນ​ໄລຍະ​ຜ່ານ​ມາ​ຂອງ​ສູນ​ແຫ່ງ​ນີ້ ​​ແຕ່​ໃນ​ເງື່ອນ​ໄຂ​ໃໝ່ ​ໂດຍ​ສະ​ເພາະ ​ເງື່ອນ​ໄຂ​ຂອງ​ການ​ເຊື່ອມ​ໂຍງ​ພາກພື້ນ ​ແລະ ສາກົນ ທ່ານ​ຍັງ​ໄດ້ສະ​ເໜີ ​ໃຫ້​ມີ​ການ​ສົມທົບ​ກັນ​ພາຍ​ໃນ​ຂະ​ແໜງກະສິກຳ ​ເພື່ອ​ກຳນົດ​ທ່າ​ແຮງອັນ​ແທ້​ຈິງ​ຂອງ​ການ​ຜະລິດ ທັງ​ການ​ຜະລິດ​ເຂົ້າ​ເພື່ອ​ການຄ້ຳປະກັນ​ສະບຽງອາຫານ ​ແລະ ການຜະລິດ​ອັນ​ອື່ນ ທີ່​ຈະ​ເປັນ​ແຫຼ່ງລາຍ​ຮັບ ລວມ​ເຖິງ​ສາມາດ​ແຂ່ງຂັນ​ກັບ​ພາຍ​ນອກ​ໄດ້ ຊຶ່ງ​ສູນ​ແຫ່ງ​ນີ້ ຕ້ອງ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ເປົ້າໝາຍດັ່ງກ່າວ ທັງ​ໃນ​ເງື່ອນ​ໄຂ​ທີ່​ມີ​ທຶນຮອນ​ໃນ​ການຄົ້ນຄວ້າ​ທີ່​ຈຳກັດ. ​ດ້ານແນວ​ພັນ ຕ້ອງ​ໄດ້​ຫັນ​ໄປ​ສູ່​ການ​ຜະລິດ​ທີ່​ສະອາດ, ປອດ​ສານພິດ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ສຳລັບ​ໃນ​ເງື່ອນ​ໄຂ​ເສດຖະກິດ​ກົນ​ໄກ​ຕະຫຼາດ ດ້ານ​ພື້ນຖານ​ໂຄງ​ລ່າງ ຕ້ອງ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ທັງ​ໃນ​ສ່ວນ​ທີ່​ລັດ​ຕ້ອງ​ລົງທຶນ ​ແລະ ສ່ວນຂອງ​ຫົວໜ່ວຍ​ເສດຖະກິດ​ອື່ນ ​ເປັນ​ຜູ້​ລົງທຶນ. ດ້ານ​ນະ​ໂຍບາຍ ກໍໃຫ້​ເບິ່ງ​ຕື່ມ​ຢ່າງ​ລະອຽດ ​ເພື່ອ​ໃຫ້​ມີ​ຄວາມ​ສອດຄ່ອງ​ໃນ​ການ​ປະຕິບັດ, ການ​ປະຕິບັດ​ນະ​ໂຍບາຍ​ແກ່​ພະນັກງານຂອງ​ສູນ, ພ້ອມ​ນີ້, ກໍໃຫ້ຄັດ​ເລືອກນັກວິທະຍາສາດ​ດີ​ເດັ່ນ ​ເພື່ອ​ການ​ຍ້ອງ​ຍໍ​ໃນ​ຂະ​ບວນການ​ຮັກ​ຊາດ ​ແລະ ພັດທະນາ, ​ໃນ​ຕອນ​ທ້າຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍສະ​ແດງ​ຄວາມ​ຫວັງ​ວ່າ ບັນດາ​ພະນັກງານ​ພາຍ​ໃນ​ສູນຈະ​ສືບຕໍ່ບຸກນ້າບື່ນຕົວ ປະກອບສ່ວນ​ເຂົ້າ​ໃນ​ການ​ຫັນ​ກະສິກຳ​ໃຫ້​ນັບ​ມື້​ທັນ​ສະ​ໄໝ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາພັດທະນາບ້ານ​ເມື່ອ​ຕໍ່​ໄປ.

No comments:

Post a Comment