Ad

Ad

12 March 2015

ວຽງ​ຈັນ​ທົດ​ລອງ 2015 ໂຄງການ​ດີ​ເພື່ອການທ່ອງທ່ຽວໃນຕົວເມືອງ



     ​ໂຄງການ​ທົດ​ລອງ​ເຂດ​ຕົວ​ເມືອງ​ປະຫວັດສາດ ຫລື ວຽງ​ຈັນ​ທົດ​ລອງ 2015 ການ​ຟື້ນຟູ​ຕົວ​ເມືອງ​ປະຫວັດສາດ​ເປັນ​ໂຄງການ​​ໃໝ່​ທີ່​ຫາ​ກໍ​ເກີດ​ຂຶ້ນ​ເມື່ອ​ບໍ່​ດົນ​ມານີ້, ນັບວ່າ​ເປັນ​ໂຄງການ​ດີໆເພື່ອ​ນຳ​ສະ​ເໜີ​ສິ່ງ​ທີ່​ເກີດມາຈາກ ສີໄມ້ ລາຍມືຂອງຄົນ​ລາວ​ເຮົາ​ເອງ​ເຊັ່ນ: ງານ​ສິລະ​ປະ, ສາທິດ​ເຄື່ອງ​ຫັດຖະກຳ, ການ​ແຕ້ມ​ຮູບ​ຄ້າຍຄື, ການ ວາງສະ​ແດງ​ຮູບ​ຖ່າຍ ​ແລະ ຮູບ​ແຕ້ມ. ລວມເຖິງ​ການສະ​ແດງ​ສິລະ​ປະພື້ນ​ເມືອງ​ຕາມ​ຖະໜົນ​ອີກ​ດ້ວຍ.
     ພາກສ່ວນຮັບຜິດຊອບ​ໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ​ວຽງ​ຈັນ​ທົດ​ລອງ 2015 ​ແມ່ນ​ວຽກ​ໜຶ່ງ​ພາຍ​ໃຕ້​​ໂຄງການ​ຄຸ້ມ​ຄອງ​ການ​ພັດທະນາ​ຕົວ​ເມືອງ​ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການ​ຮ່ວມ​ມື​ລະຫວ່າງ​ອົງການ​ໄຈ​ກ້າ,ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ນະຄອນຫລວງ​ວຽງ​ຈັນ, ເຊິ່ງໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ຍີ່ປຸ່ນ​ຜ່ານ​ອົງການ​ໄຈ​ກ້າ, ໂຄງການ​ດັ່ງກ່າວ​ປະກອບ​ມີຄື​: ການ​ປັບປຸງ​ແຜນຜັງ​ການ​ນຳ​ໃຊ້​ທີ່​ດິນ​ລວມຂອງ​ນະຄອນຫລວງ​ວຽງ​ຈັນ, ການ​ສ້າງ​ແຜນຜັງ​ລະອຽດ ​ແລະ ກົດ​ລະບຽບ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ທີ່​ດິນ​ຢູ່​ເຂດ​ຕົວ​ເມືອງ​ຊັ້ນ​ໃນ,
ພ້ອມໆ​ກັບ​ການ​ສ້າງ​ລະບຽບ​ຄວບ​ຄຸມ​ທິວ​ທັດ​ຕົວ​ເມືອງ​ຢູ່​ເຂດ​ຕົວ​ເມືອງ​ເກົ່າ​ປະຫວັດສາດ ​ໂດຍ​ມີ​ການຈັດຕັ້ງປະຕິບັດ​ຕົວ​ຈິງ​ຮ່ວມ​ກັນ​ລະຫວ່າງ​ທີ​ມງານ​ຊ່ຽວຊານ​ໄຈ​ກ້າ ​ແລະ ທີ​ມງານ​ກົມ​ເຄຫາ ​ແລະ ຜັງ​ເມືອງຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ.
     ຈຸດປະສົງຫລັກ​ແມ່ນ​ເພື່ອ​ເປັນ​ການ​ສ້າງ ​ແລະ ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ປະຊາຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ບັນດາ​ເຈົ້າຂອງ​ຫ້າງ​ຮ້ານ, ຜູ້​ປະກອບ​ການ, ນັກທຸລະກິດ ​ແລະ ປະຊາຊົນ​ທີ່​ອາ​ໄສ​ຢູ່​ເຂດ​ອະນຸລັກ​ປະຫວັດສາດ (​ແຄມ​ຂອງ) ​ໃຫ້​ຮັບ​ຮູ້ ​​ແລະ ​ເຂົ້າ​ໃຈຄວາມ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ເຂດ​ດັ່ງກ່າວ​ໃຫ້​ມີ​ຄວາມ​ເປັນ​ເອກະລັກ ​ແລະ ວັດທະນະທຳ​ອັນ​ເກົ່າ​ແກ່​ໄປ​ພ້ອມ​ກັບ​ການ​ປັບປຸງ,ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ດຶງ​ດູດ​ດ້ານ​ການທ່ອງທ່ຽວ​ຂອງ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ຢູ່​ເຂດ​ຕົວ​ເມືອງ​ເກົ່າ​ປະຫວັດສາດ.ນອກ​ນັ້ນ ຍັງ​ຈະ​ເປັນ​ການ​ທົດ​ລອງ​ເພື່ອ​ຖອດ​ຖອນ​ໄດ້​ບົດຮຽນ​ດ້ານ​ດີ ​ແລະ ຂໍ້ຄົງຄ້າງ​ຈະ​ຕ້ອງ​ປັບປຸງ​ສຳລັບ​ການ​ຈັດ​ກິດຈະກຳ​ໃນຕໍ່ໜ້າ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ຍືນ​ຍົງ.
      ກິດຈະກຳ​ຂອງ​ໂຄງການປະກອບ​ດ້ວຍ 3 ກິດຈະກຳ​ຫລັກ​ຄື :1. ກິດຈະກຳ​ສ້າງ ​ແລະ ປູດ​ຈິດ​ສຳນຶກ​ໃຫ້​ແກ່​ປະຊາຊົນ​ພາຍ​ໃນ​ເຂດ​ກ່ຽວ​ກັບ​ຄຸນຄ່າ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຟື້ນຟູ ​ແລະ ປັບປຸງ​ທິວ​ທັດ​ຕົວ​ເມືອງ ​ໂດຍ​ຜ່ານ​ການ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ. 2. ຈັດ​ງານ​ກິດຈະກຳ​ເພື່ອ​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ດຶງ​ດູດ​ການທ່ອງທ່ຽວ​ຢູ່​ເຂດ​ຕົວ​ເມືອງ​ເກົ່າປະກອບ​ດ້ວຍ​ການ​ແຂ່ງຂັນ​ປະ​ກວດ​ແຕ້ມ​ຮູບ ​ແລະ ຖ່າຍ​ພາບ​ໃນ​ຫົວ​ຂໍ້ “ປະຫວັດສດ ​ແລະ ວັດທະນະ ທຳ​ຂອງ​ນະຄອນຫລວງ​ວຽງ​ຈັນ”, ກິດຈະກຳ​ຖະໜົນ​ປອດ​ລົດ ຫລື ຖະໜົນ​ຄົນ​ຍ່າງ ​ເຊິ່ງ​ໃນ​ໄລຍະ​ວັນ​ເສົາ ​ແລະ ວັນ​ອາທິດ​ຂອງ​ໄລຍະ​ຈັດ​ງານ​ໄດ້​ມີ​ການ​ອັດ​ທາງ ​ເພື່ອ​ສ້າງ​ພື້ນທີ່​ໃຫ້​ແກ່​ຄົນ​ຍ່າງ ບໍ່​ວ່າ​ຈະ​ເປັນ​ນັກ​ທ່ອງ​ທ່ຽວ,ແຂກ ​ແລະ ປະຊາຊົນ​ພາຍ​ໃນ ​ແລະ ພາຍ​ນອກ​ທີ່​ມາ​ຢ້ຽມຢາມ​ເຂດ​ດັ່ງກ່າວ​ໃຫ້​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ ​ແລະ ຮູ້ສຶກ​ປອດ​ໄພ​ຈາກ​ການ​ສັນຈອນ​ຢູ່​ຕາມ​ຖະໜົນ​ທີ່​ຈັດ​ກິດຈະກຳ ​ເຊິ່ງຄັ້ງນີ້​ໄດ້​ເລືອກ​ເອົາ​ຖະໜົນ​ຝຣັ່ງຊົວງີນ, ເຈົ້າອານຸ ​ແລະ ​ຫລັງ​ວັດ​ອົງ​ຕື້. ພ້ອມ​ນັ້ນຍັງ​ມີ​ການ​ສະ​ແດງ​ສິລະ​ປະ, ວາງສະ​ແດງ​ຜະລິດ​ຕະພັນ ​ແລະ ການ​ປະດັບ​ປະດາ​ໄຟ​ຍາມ​ຄ່ຳຄືນ ​ແລະ ການຈັດ​ນຳ​ທ່ຽວ​ພາຍ​ໃນ​ເຂດ​ຕົວ​ເມືອງ​ເກົ່າ ​ໂດຍ​ນ້ອງ​ນັກ​ສຶກສາ​ຈາກ​ພາກ​ວິຊາ​ຜັງ​ເມືອງ ມະຫາ ວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ກິດຈະກຳ​ທີ່​ໜ້າ​ສົນ​ໃຈ​ອື່ນໆ​ອີກ​ຈຳນວນ​ໜຶ່ງ. 3. ກິດຈະກຳ​ຟື້ນຟູ​ທິວ​ທັດ​ຕົວ​ເມືອງ​ເຂດ ​ໂດຍ​ການ​ປັບປຸງ​ບັນດາ​ປ້າຍ​ຮ້ານ, ປ້າຍ​ໂຄສະນາ​ໃຫ້​ແທດ​ເໝາະ​ກັບ​ເຂດ, ການ​ຕິດຕັ້ງ​ແຜ່ນ​ປ້າຍ​ອະທິບາຍ​ຄວາມ​ເປັນ​ມາ ​ແລະ ບອກ​ທີ່​ຕັ້ງຂອງ​ເຂດ​ຕົວ​ເມືອງ​ເກົ່າ, ການ​ປັບປຸງ ​ແລະ ປະດັບ​ປະດາ​ຖະໜົນ ​ແລະ ທາງ​ຍ່າງ​ບາງ​ເສັ້ນ.
      ສຳລັບການ​ຕອບ​ຮັບ​ຈາກ​ປະຊາຊົນຕໍ່ໂຄງການດັ່ງກ່າວ​ໂດຍ​ລວມ​ແມ່ນມີສຽງ​ຕອບ​ຮັບ​ເປັນ​ຢ່າງ​ດີ​ທັງຜູ້ທີ່​ອາ​ໄສ​ຢູ່​ພາຍ​ໃນ ​ແລະ ບໍລິ​ເວນ​ໃກ້​ຄຽງ ​ແລະ ຜູ້​ທີ່​ມາ​ຢ້ຽມ​ຊົມ​ງານ​,​ ເຊິ່ງມັນສະ​ແດງ​ອອກ​​ໃນ​ການ​ສຳ​ຫລວດ​ຕົວ​ຈິງ​ເຫັນ​ວ່າ​ຈຳ​ນວນ​ແຂກ​ທີ່​ເຂົ້າມາ​ຢ້ຽມ​ຊົມ​ໃນ​ລະຫວ່າງ​ວັນ​ເສົາ ​ແລະ ວັນ​ອາທິດ​ໄລຍະ​ຈັດ​ງານແມ່ນ​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ ຖ້າ​ທຽບ​ໃສ່​ຈຳນວນ​ແຂກ​ທີ່​ມາ​ໃນ​ວັນ​ເສົາ ​ແລະ ວັນ​ອາທິດ​ກ່ອນ​ການຈັດ​ງານ. ນອກຈາກ​ຈຳນວນ​ຜູ້​ມາ​ຢ້ຽມຢາມ​ຢູ່​ເຂດ​ຈະ​ເພີ່ມ​ຂຶ້ນ​ແລ້ວຍັງ​ມີ​ຫລາຍ​ທ່ານ​ທີ່​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ງານ ​ແລະ ສະ​ເໜີ​ໃຫ້​ຈັດ​ງານ​ກິດຈະກຳ​ດີໆ​ແບບ​ນີ້ອີກ​ໃນ​ອະນາຄົດ.

No comments:

Post a Comment