Ad

Ad

4 March 2015

ເກີດ​ເຫດ​ລົດ​ບັນທຸກ​ຕົກ​ເຫວ ເສຍ​ຊີວິດ 2 ຄົນ ຢູ່​ແຂວງ​ໄຊ​ສົມບູນ



      ເຈົ້າໜ້າທີ່ຈະລາຈອນແຂວງໄຊສົມບູນໃຫ້ຮູ້ວ່າ: ​ໃນ​​ເວລາປະມານ 21:00 ​ໂມງ ຂອງວັນທີ 2 ມີນາຜ່ານມາ, ຢູ່ເຂດຜາອໍລໍ, ບ້ານນ້ຳໂມ້ເມືອງອານຸວົງແຂວງໄຊສົມບູນໄດ້ເກີດເຫດລົດບັນທຸກ 10 ລໍ້ເປັນລົດຂອງບໍລິສັດ ລາວຈະເລີນຊັບ, ​ໄດ້ແລ່ນອອກມາແຕ່ເມືອງອານຸວົງ ມຸ້ງໜ້າ​​ໄປທາງຜາລະແວກເມືອງຮົ່ມແຂວງໄຊສົມບູນເມື່ອມາຮອດຈຸເກີດເຫດ​​ ​ຊຶ່ງເປັນທາງຄ້ອຍຊັນແລະ ​​ໂຄ້ງ,​​ ຈຶ່ງ​​ເຮັໃຫ້ລົດເຈີດລົງເຫວຂ້າງທາງເລິກປະມານ 500 ກວ່າແມັດ, ​ເຮັດໃຫ້ມີຜູ້ທີ່ຂີ່ນຳກັນ 9 ຄົນ ​​ໄດ້ຮັບບາດເຈັບສາຫັດ 2 ຄົນແລະເສຍຊີວິດ 2 ຄົນ, ​ໃນເບື້ອງຕົ້ນຄົນຂັບລົດຄັນດັ່ງກ່າວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ລົດຄັນດັ່ງກ່າວ​ ​​ໄດ້ເກີດ​​ເບແຕກກະທັນຫັນ ແລະ ບໍ່ສາມາດຄວບຄຸມລົດໄວ້ ໄດ້ ຈຶ່ງກໍໃຫ້ເກີດອຸປະເຫດຮ້າຍແຮງດັ່ງກ່າວ.
     ເຈົ້າໜ້າທີ່ຈະລາຈອນເມືອງໄຊເສດຖາໃຫ້ຮູ້ວ່າ: ​ໃນຕອນບ່າຍຂອງວັນທີ 2 ມີນາຜ່ານມາ, ຢູ່​​ເສັ້ນທາງ 450 ປີເຂດບ້ານນາຄວາຍເມືອງ​​ໄຊເສດຖາ ນະຄອນຫລວງວຽງຈັນໄດ້ເກີດອຸປະຕິເຫດລົດຈັກຍີ່ຫໍ້ເທນ້າ ບໍ່ມີທະບຽນ, ຂັບຂີ່ໂດຍ
ທ້າວ ບຸນເຫລືອ ອາຍຸ 18 ປີ, ​ອາຊີບກຳມະກອນ, ພັກເຊົາຢູ່ບ້ານດັ່ງກ່າວຜູ້ກ່ຽວໄດ້ຂັບຂີ່ລົດມາແຕ່ທາງ 4 ​ແຍກ 450 ປີ ມຸ້ງໜ້າໄປນາຄວາຍດ້ວຍຄວາມໄວເສຍຫລັກໄປຕຳເອົາຄູກາງທາງເຮັດໃຫ້ຫົວນ໋ອກພື້ນເສຍຊີວິດຄາທີ່.
     ເຈົ້າໜ້າທີ່ຈະລາຈອນ​​ໃຫ້ຮູ້​​ອີກວ່າ: ​​ໃນອາທິດຜ່ານມາ​, ​​​ທົ່ວປະເທດໄດ້ມີອຸປະຕິເຫດເກີດຂຶ້ນ 119 ກໍລະນີ, ມີຜູ້ເສຍຊີວິດ 29 ຄົນ, ລວມມູນຄ່າເສຍຫາຍຫລາຍກວ່າ 2 ຕື້ກີ, ​ເມື່ອທຽບໃສ່ອາທິດກ່ອນເຫັນວ່າຈຳນວນອຸປະຕິເຫແມ່ເພີ່ມຂຶ້ນ 10 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 11 ຄົນ, ຊຶ່ງເປັນອຸທາຫອນເຕືອນໃຫ້ທຸກຄົນຄວນເປັນເຈົ້າການປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ, ​ ບໍ່ຄວນປະໝາດໃນການຂັບຂີ່ຍານພາຫະນະ.

No comments:

Post a Comment