Ad

Ad

4 March 2015

ເສັ້ນທາງ 450 ກັບມາມີສະພາບຮົກເຮື່ອຄືນອີກແລ້ວ



ດັ່ງທີ່ເຫັນນຳກັນແລ້ວວ່າເສັ້ນທາງ 450 ປິສ້າງຂື້ນມາໄລຍະໜຶ່ງເຖິງວ່າ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ບົວ ລະບັດຮັກສາ, ແຕ່ກໍໄດ້ພຽງໄລຍະໜຶ່ງ ເທົ່າ ນັ້ນ, ເສັ້ນທາງດັ່ງກ່າວກໍກັບມາເປື້ະເປື້ອນອີກ,ຍ້ອນຂາດການຄຸ້ມ ຄອງປົກ ປັກ ຮັກສາຢ່າງຈິງຈັງຂອງພາກສ່ວນກ່ຽວຂ້ອງກໍຄືອຳນາດການປົກຄອງ ແລະ ປະ ຊາຊົນທີ່ຢູ່ໃກ້ຄຽງ, ດັ່ງນັ້ນຈຶ ່ງສະ ເໜີມາຍັງພາກສ່ວນກ່ຽວຂ້ອງເລັ່ງບົວລະ ບັດຮັກສາເສັ້ນທາງສາຍນີ້ໃຫ້ມີ ຄວາມສວຍງາມສົມກັບເປັນອານຸສອນຂອງ ວັນສ້າງຕັ້ງນະຄອນຫຼວງວຽງຈັນ,ໃຫ້ຢູ່ຄູ່ກັບຊາດລາວຕະຫຼອດໄປ.
ເສັ້ນທາງ 450 ປີມີຄວາມຍາວ 10 ກວ່າກິໂລແມັດ,ລວມມີ 8 ຊ່ອງຈະລະຈອນ,ມີຄູດອກໄມ້ກັ້ນກາງ ທາງ ກ້ວາງ 2 ແມັດກ່ວາ,ມີໄຟເຍື່ອງທາງຢ່າງງົດງາມແລະໄດ້ປູກດອກໄມ້ປະດັບໂດຍສະ ເພາະ ດອກຈຳປາຢູ່ກາງຄູຈົນສຸດ ເສັ້ນທາງ ແລະ ຖ້າໄດ້ຮັບການບົວລະບັດຮັກສາດີເສັ້ນທາງສາຍນີ້ຍິ່ງຈະມີຄວາມສວຍງານຢູ່ຕະຫຼອດ.

No comments:

Post a Comment