Ad

Ad

23 March 2015

ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ​ພັກ-ລັດ ​ໃນ​ໂອກາດ​ລະນຶກ​ວັນ​ສ້າງຕັ້ງພັກ​ປະຊາຊົນປະຕິວັດ​ລາວຄົບຮອບ 60 ປີ



ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ (22/3/1955-22/3/2015) ໃນຕອນເຊົ້າວັນທີ 21 ມີນາ 2015, ບັນດາຜູ້ນຳ ພັກ-ລັດ ສປປ ລາວ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ  ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນເລຂາທິການ​​ສູນກາງພັກປະຊາຊົນປະຕິວັດລາວ, ຮອງປະ ທານປະເທດ ແຫ່ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ສະຫາຍ  ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ , ສະຫາຍ ສະໝານ ວິຍະເກດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາ ແຫ່ງຊາດ ລາວ, ມີບັນດາສະຫາຍກົມການເມືອງສູນກາງພັກ, ກຳມະການສູນກາງພັກ  ໄດ້ນຳເອົາກະຕ່າດອກໄມ້ມາ ວາງຢູ່ຕໍ່ ໜ້າຮູບປັ້ນ ປະ ທານໄກສອນ ພົມວິຫານ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ ເພື່ອເປັນການສະແດງຄວາມຄຳນັບ, ຄວາມເຄົາລົບຮັກແລະ ສັນລະເສີນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ
ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິຕົນຕະຫລອດຊີວິດເພື່ອປະເທດຊາດ ນຳພາປະຊາ ຊົນລາວບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນທັງເກົ່າແລະໃໝ່ ອັນໄດ້ເຮັດໃຫ້ຂະບວນການຕໍ່ສູ້ດັ່ງກ່າວໄດ້ຮັບໄຊຊະນະຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ນຳພາປະຊາຊົນລາວສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ.
            ໃນວັນດຽວກັນ, ບັນດາຜູ້ນຳພັກ-ລັດ ກໍໄດ້ເຂົ້າວາງພວງມາລາອານຸສາວະລີນັກຮົບນິລະນາມ ທີ່ເດີ່ນພະທາດຫລວງນະຄອນຫລວງວຽງຈັນ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີແລະ ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດ, ​ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ແລະ ສາມາດສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຊິ່ງຄຸນງາມຄວາມດີແລະ ຜົນງານອັນໃຫຍ່ຫລວງດັ່ງກ່າວໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫລອດໄປ.
ໂອກາດດຽວກັນນີ້ ຍັງມີບັນດາຄະນະພັກ, ຄະນະນຳຈາກສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ຫ້ອງ ວ່າການສູນກາງພັກ, ບັນດາກະຊວງ, ນະຄອນຫລວງວຽງຈັນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງກຳ ມະບານ, ສູນກາງສະຫະພັນແມ່ຍິງລາວ, ສະຫະພັນນັກຮົບເກົ່າແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆເຂົ້າວາງພວງມະລາ ຈົນຮອດວັນທີ 22 ມີນາ 2015.
ອະນຸກຳມະການເນື້ອໃນຮ່ວມກັບຫໍພິພິທະພັນໄກສອນ ພົມວິຫານໄດ້ຈັດງານວາງສະແດງຮູບພາບພາຍໃຕ້ຫົວເລື່ອງ “60 ປີແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ (1955-2015)” ​ທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງແລະ ນຳພາມີໄຊສະຫງ່າງາມຂອງພັກປະຊາຊົນປະຕິວັດລາວຂຶ້ນທີ່ຫໍພິພິທະພັນໄກສອນ ພົມວິຫານໂດຍມີສະຫາຍ ຈູມມາລີໄຊຍະສອນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ​ເລຂາທິການສູນກາງພັກ, ກຳມະການສູນກາງພັກ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ສຈ. ດຣ. ກິແກ້ວໄຂຄຳພິທູນ ກຳມະການສູນກາງພັກ, ​ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າອະນຸກຳມະການເນື້ອໃນສະເຫລີມສະຫລອງ 2 ວັນປະຫວັດສາດ ປີ 2015 ມີຄຳເຫັນໃນພິທີເປີດງານສະແດງດັ່ງກ່າວວ່າ: ງານວາງສະແດງຮູບພາບ “60 ປີແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ (1955-2015)” ປະກອບມີບັນດາຮູບພາບ, ​ເອກະສານ, ວັດຖຸພັນ​​ເກືອບ 300 ຢ່າງ ຈາກເຫດການອັນສຳຄັນ, ​ໂດດເດັ່ນ, ​ເລິກເຊິ່ງແລະ ປະທັບໃຈທີ່ສຸດ​​ໃນຂະບວນວິວັດແຫ່ງການກຳເນີເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງແລະ ນຳພາມີໄຊສະຫງ່າງາມຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ສ່ອງແສງໃຫ້ເຫັນວິລະກຳອັນລ້ຳເລີດຂອງພັກເຮົາໃນການຊີ້ນຳ-ນຳພາປວງຊົນລາວທັງຊາດເຮັດສຳເລັດການປະຕິວັດຕໍ່ສູ້ກູ້ເອົາເອກະລາດ, ອິດສະລະພາບແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຊີ້ໃຫ້ເຫັນຄວາມປີຊາສາມາດຂອງພັກເຮົາໃນການກ້າວຂຶ້ນສູ່ຄວາມຈະເລີນວັດທະນາຕາມຸຈດໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳແລະ ສີວິໄລ. ງານວາງແດງຮູບພາບຄັ້ງນີ້ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍຄືສຶກສາຮ່ຳຮຽນເອົາແບບຢ່າງອັນດີເດັ່ນ, ​ໃສແຈ້ງແຫ່ງຄຸນສົມບັດສິນທຳປະຕິວັດຂອງບັນດາສະຫາຍະດີດການນຳຂອງພັກ ອັນມີປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ນຳພາທາງແລະ ຄວາມເສຍສະລະທັງເຫື່ອແຮງ​, ຈິດໃຈແລະ ສະຕິປັນຍາ ພ້ອມທັງຊີວິດອັນລ້ຳຄ່າຂອງບັນດາສະຫາຍພະນັກງານສະມາຊິກພັກໃນແຕ່ລະໄລຍະຂອງການປະຕິວັດເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ​ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ​ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນແລະເພື່ອເຮັດໃຫ້ຄົນຮຸ້ນຫລັງໂດຍສະເພາະຄົນຮຸ້ນໜຸ່ມໃຫ້ຢຶດໝັ້ນໃນອຸດົມການຂອງພັກ, ສືບທອດມູນເຊື້ອຂອງນັກປະຕິວັດຮຸ້ນອາວຸໂສ, ​ເດັດດ່ຽວນຳພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕາມຈຸດໝາຍທີ່ພັກແລະ ປະຊາຊົນໄດ້ເລືອໄວ້.
            ໃນງານວາງສະແດງດັ່ງກ່າວ ຍັງມີບັນດາບໍລິສັດ, ຫ້າງຮ້ານໄດ້ນຳເອົາສິນຄ້າຜະລິດຕະພັນ ໜຶ່ງເມືອງ ໜຶ່ງຜະລິດຕະພັນແລະ ສິນຄ້າໂອດ໊ອບເຊິ່ງມີປະເພດອາຫານ, ​ເຄື່ອງດື່ມ, ​ເຄື່ອງແກະສະຫລັກແລະ ອື່ນໆທີ່ເປັນສີໄມ້ລາຍມືຂອງຄົນລາວມາວາງສະແດງແລະ ຂາຍມີຈຳນວນຫລວງຫລາຍ.
ພ້ອມດຽວກັນນີ້ ກໍມີການສະແດງສິລະປະວັດທະນະທຳເພື່ອຂ່ຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ (22/3/1955-22/3/2015) ​ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນຄ່ຳວັນທີ 20 ມີນານີ້ ຢູ່ຫໍວັດທະນະທຳແຫ່ງຊາດໂດຍມີສະຫາຍ ຈູມມາລີໄຊຍະສອນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະ ທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກແລະ ພະນັກງານ, ທະຫານ, ຕຳຫລວດພ້ອມມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ສະຫາຍ ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ​ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ, ຄະນະອະນຸກຳມະການໂຄສະນາ-ວັດທະນະທຳສະຫລອງ 2 ວັນປະຫວັດ ສາດ ປີ 2015 ​ໄດ້ກ່າວວ່າ: ​ເພື່ອເປັນການສ້າງບັນຍາກາດເບີກບານມ່ວນຊື່ນໃນການສະເຫລີມສະຫລອງວັນປະຫວັດສາດອັນສຳຄັນແລະ ມີຄວາມໝາຍໃນຄັ້ງນີ້, ຄະນະຮັບຜິດຊອບການສະແດງໄດ້ປະສານສົມທົບກັບຂະແໜງການຕ່າງໆທັງພາກລັດແລະສັງຄົມເຕົ້າໂຮມເອົາສິລະປິນທີ່ມາຈາກກອງສິລະປະກອນແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ​ໂຮງຮຽນສິລະປະແຫ່ງຊາດ, ກອງລະຄອນເວົ້າແຫ່ງຊາດ, ກອງລະຄອນຕຸກກະຕາແຫ່ງຊາດ, ກອງລະຄອນລຳແຫ່ງຊາດ, ວິທະຍາໄລລັດຕະນະບໍລິຫານທຸລະກິດພ້ອມສິລະປິນຈາກຄ້າຍເພງຕ່າງໆ ຈຳນວນເກືອບ 500 ຄົນ, ​ໃນນັ້ນ ສິ່ງທີ່ໂດດເດັ່ນໃນລາຍການສະແດງຄັ້ງນີ້ແມ່ນໄດ້ປະຕິບັດຕາມການຊີ້ນຳຂອງຂັ້ນເທິງໂດຍສະເພາະການຊີ້ນຳອັນຈົດຈໍ່ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວໂດຍໄດ້ສ້າງວົງດົນຕີສາກົນແບບອໍເກດສະຕຣາຂອງລາວເຮົາຂຶ້ນເຊິ່ງປະກອບດ້ວຍນັກດົນຕີແລະ ນັກຮ້ອງທີ່ເປັນລູກຫລານລາວເຮົາ ຈຳນວນ 300 ຄົນ ຖືໄດ້ວ່າເປັນວົງດົນຕີສາກົນປະສົມ​​ແບບອໍເກດສະຕຣາຄັ້ງທຳອິດໃນປະຫວັດສາດການບັນເທີງຂອງປະເທດເຮົາ. ນອກນັ້ນ ຍັງໄດ້ປະດິດຄິດແຕ່ງແລະ ສ້າງລາຍການໃໝ່ເປັນສ່ວນໃຫຍ່ຂອງລາຍການສະແດງໃນຄັ້ງນີ້ເຊິ່ງລ້ວນແລ້ວແຕ່ມີເນື້ອໃນສັນລະເສີນມູນເຊື້ອການນຳພາອັນປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວໃນພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃນຕະຫລອດໄລຍະ 60 ປີຜ່ານມາ.

No comments:

Post a Comment