Ad

Ad

11 March 2015

ປີຜ່ານມາອັດຕາຄອບຄົວທຸກຍາກຫລຸດລົງເຫລືອ 8,11%



ຄະນະພັດະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກໃຫ້ ຮູ້ວ່າ: ຜ່ານມາຂະແໜງການສູນ ກາງ ແລະ ທ້ອງຖິ່ນ ໄດ້ມີຄວາມພະ ຍາຍາມສຸມໃສ່ແກ້ໄຂຄວາມທຸກ ຍາກຂອງປະຊາຊົນດ້ວຍຫຼາຍຮູບ ການ ແລະ ມີຈຸດສຸມ ຢ່າງຈະແຈ້ງໃນ ແຕ່ລະໄລຍະຄື:ໄລຍະແຕ່ປີ 2001-2010, ການແກ້ໄຂ ຄວາມທຸກຍາກແມ່ນຖືເອົາ 47 ເມືອງທີ່ທຸກ ຍາກທີ່ສຸດ ແລະ ບັນ ດາກຸ່ມບ້ານເປັນເປົ້າໝາຍຈຸດສຸມ ແລະ ໄລຍະແຕ່ປີ 2011 -2015 ແມ່ນຖືເອົາຄອບຄົວ, ບ້ານ ແລະ ກຸ່ມບ້ານເປັນເປົ້າໝາຍ ຈຸຸດສຸມໃນ ການ ແກ້ໄຂຄວາມທຸກຍາກ ແລະ ໄດ້ສຸມທຶນຮອນເຂົ້າໃສ່ການພະທະນາພື້ນຖານໂຄງລ່າງຮັບໃຊ້ການ ຜະລິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໂດຍຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍ ຮັບໃຫ້ຄອບຄົວ ແລະ ກຸ່ມ ການຜະລິດຕິດພັນກັບການລົງ ທຶນ, ການຜູກພັນສັນຍາສອງສົ້ນ ກັບ ພາກສ່ວນທຸລະກິດຕ່າງໆທັງ ພາຍໃນ ແລະ ຕ່າງປະເທດໄປພ້ອມ ກັບການສຶກສາຮຽນຮູ້ຄວາມ ອາດສາມາດຕ່າງໆໃຫ້ແກ່ປະຊາຊົນ ເຊັ່ນ: ການຮູ້ໜັງສື (ອ່ານອອກ ຂຽນໄດ້), ອະນາໄມກັນພະຍາດ, ຮັກສາຂຸຂະພາບ, ໂພຊະນາການ, ການທຳມາຫາກິນ ແລະ ແບບ ແຜນການດຳລົງຊີ ວິດໃໝ່ຕິດພັນ ກັບການຈັດສັນພູມລຳເນົາ, ບ່ອນ ຢູ່ອາໄສ, ບ່ອນທຳການຜະ ລິດທີ່ ຖາວອນໝັ້ນຄົງ ແລະ ອາຊີບທີ່
ໝັ້ນທ່ຽງ, ບົນພື້ນຖານດັ່ງກ່າວ ໄດ້ເຮັດໃຫ້ອັດຕາຄວາມທຸກຍາກ ຂອງປະຊາຊົນຫຼຸດລົງຈາກ33,3% ໃນປີ 2003 ມາເປັນ 25,6% ໃນປີ 2010  ແລະ 22,3% ໃນປີ 2014  ແລະ ອັດ ຕາຄອບຄົວທຸກຍາກຫຼຸດລົງ 19,4% ໃນປີ 2011 ແລະ    8,11% ໃນປີ 2014, ບ້ານທຸກ ຍາກຫຼຸດລົງ ຈາກ37,16% ໃນປີ 2011 ມາເປັນ 23,09% ໃນປີ 2014, ເມືອງທຸກຍາກ ທີ່ສຸດໄດ້ ຫຼຸດລົງຈາກ 47 ເມືອງ ໃນປີ 2003 ມາເປັນ 30 ໃນປີ 2014, ຊຶ່ງທັງໝົດນັ້ນແມ່ນຜົນການຈັດຕັ້ງປະຕິ ບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ຄາດວ່າ ຮອດປີ 2015 ອັດຕາຄອບທຸກ ຍາກຈະໃຫ້ເຫຼືອພຽງ 10%.

No comments:

Post a Comment