Ad

Ad

13 March 2015

ສົກຜ່ານມາອັດຕາການເຂົ້າຮຽນໃໝ່ສຸດທິບັນລຸໄດ້ 96,8%



ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ສົກປີ 2013-2014 ຜ່ານມາ ການສຶກສາຊັ້ນປະຖົມມີການ ຂະຫຍາຍຕົວດີຂຶ້ນ, ເດັກໃນເກນອາຍຸເຂົ້າ ຮຽນໄດ້ ເຂົ້າເຖິງການສຶກສາຫຼາຍຂຶ້ນເນື່ອງຈາກລັດຖະບານ ແລະ ຄູ່ ຮວມພັດທະນາ ໄດ້ເອົາໃຈໃສ່ລົງທຶນເຂົ້າໃສ່ວຽກງານປະຖົມສຶກສາ, ໂດຍສະເພາະແມ່ນ ໄດ້ສະ ໜອງງົບປະມານເຂົ້າໃນການກໍ່ສ້າງ, ສ້ອມປຽນຫ້ອງຮຽນ, ສະໜອງອຸປະກອບ ການຮຽນການສອນ ແລະ ທາງ ອຳນວຍການ ໂຮງຮຽນກໍໄດເຮັດວຽກຮ່ວມກັນ ຢ່າງໃກ້ຊິດກັບຄະນະນພັດທະນາການສຶກ ສາຂັ້ນບ້ານໃນ ການລະດົມເດັກໃນ ເກນອາຍຸໃຫ້ເຂົ້າຮຽນຢ່າງທົ່ວເຖິງ, ຈຶ່ງເຮັດໃຫ້ສປປລາວບັນລຸໄດ້ຄາດໝາຍທີ່ກຳນົດ ໃນເປົ້າໝາຍສະຫັດສະ ຫວັດດ້ານການສຶກສາຄື: ອັດຕາການເຂົ້າຮຽນຊັ້ນປະຖົມບັນລຸໄດ້ 98%, ອັດຕາ ເຂົ້າຮຽນໃໝ່ສຸດ ທິ(ປ1) ບັນລຸ ໄດ້ 96,3%, ໃນນີ້ ນະຄອນຫຼວງວຽງຈັນບັນລຸໄດ້ 100%, ຜົ້ງສາລີ 94,9% , ຫຼວງນ້ຳທາ 91,4%, ອຸດົມໄຊ 96%, ບໍ່ແກ້ວ 97,9% , ຫຼວງພະບາງ 97,6%, ຫົວພັນ 96,7%, ໄຊຍະບູລີ 99%, ຊຽງຂວາງ 94,3%, ວຽງຈັນ 98,3%, ບໍລິຄຳໄຊ 95,1%, ຄຳມ່ວນ 91,2%, ສະຫວັນນະເຂດ 95,6%, ສາລະວັນ 97%, ເຊກອງ 90,7%, ຈຳປາສັກ 99,8%, ອັດຕະປື 97,6%, ອັດຕາສະເລ່ຍທົ່ວປະ ເທດເທົ່າກັບ 96,8%, ເຖິງຢ່າງໃດກໍດີຄຽງຄູ່ກັບ
ການຂະຫຍາຍໂອກາດໃນການເຂົ້າຮຽນແລ້ວ, ຄຸນນະ ພາບຂອງການສຶກສາກໍໄດ້ຮັບການຍົກສູງເຊັ່ນດຽວກັນ, ເປັນຕົ້ນແມ່ນໄດ້ສຳເລັດການສ້າງຫຼັກສູດ ແລະ ສື່ການຮຽນການສອນສຳລັບນັກຮຽນຊົນເຜົ່າ ປ 1 ແລະ ປ 2, ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ (UNICEF), ໄດ້ກວດແກ້ຕົ້ນສະບັບປື້ມແບບ ຮຽນ ແລະ ຄູ່ມືວິຊາພາສາລາວ, ຄະນິດສາດ, ຄຸນສົມບົົດ ແລະ ໂລກອອ້ມຕົວສຳລັບຊັ້ນ ປ 1 ແລະ ປ2 , ພ້ອມ ໄດ້ພິມແຈກຢາຍໃຫ້ໂຮງຮຽນໃນທົ່ວປະເທດ, ເຖິງຢ່າງໃດກໍຕາມເຖິງວ່າລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ ເອົາໃຈໃສ່ເຂົ້າໃນວຽກງານປະຖົມສຶກສາແຕ່ປະສິດທິພາບພາຍໃນຍັງຕ່ຳ, ອັດຕາການຄ້າງຫ້ອງ ແລະ ປະລະການ ຮຽນຍັງສູງ, ໂດຍສະເພາະແມ່ນຊັ້ນ ປ1 ແລະ ປ2, ເຮັດໃຫ້ອັດຕາລອດເຫຼືອບັນລຸໄດ້ພຽງ 77,5%, ຊຶ່ງຈາກການ ລາຍງານຂອງຫ້ອງການສຶກສາເມືອງເຫັນວ່າ: ຢູ່ບາງໂຮງຮຽນນັກຮຽນທີ່ຮຽນຈົບຊັ້ນປ 3 ບໍ່ສາມາດຄິດໄລ່ເລກ 4 ປະການ ແລະ ຂຽນຊື່ພໍ່ແມ່ຕົນເອງບໍ່ໄດ້, ສິ່ງດັ່ງກ່າວເປັນສິ່ງທ້າທາຍທີ່ພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ສືບຕໍ່ແກ້ໄຂ ເພື່ອເຮັດແນວໃດໃຫ້ການສຶກສາຊັ້ນປະຖົມມືຄຸນນະພາບກວ່າເກົ່າ.

No comments:

Post a Comment