Ad

Ad

24 March 2015

ເກີດ​​ໄຟ​ໄໝ້​ໂຮງງານເຟີນິເຈີຢູ່ບ້ານໜອງດ້ວງທົ່ງ



ພາບຈາກ ກູ້ໄພກາແດງລາວ
     ເຈົ້າໜ້າທີ່ພະແນກສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນ​​ຕອນເຊົ້າມືດຂອງວັນທີ 22 ມີນາຜ່ານມາ, ​ໄດ້ເກີດເຫດໄຟໝ້ໂຮງງານເຟີນິເຈີ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງນະຄອນ ຫລວງ ວຽງຈັນ ເຊິ່ງເປັນໂຮງງານປຸງແຕ່ງໄມ້ສຳເລັດຮູບຂອງທ້າວ ອ່ອນແກ້ວ ຈິດ ຖາວອນ ອາຍຸ 49 ປີ ເປັນນັກທຸລະກິດ ຢູ່ບ້ານຮ່ອງຄ້າເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນພາຍຫລັງ​​ເຈົ້າໜ້າທີ່ໄດ້​ ​ຮີບຮ້ອນນຳລົດນ້ຳຈຳນວນ 2 ຄັນແລະເຈົ້າໜ້າທີ່ 20 ຄົນ ລົງຈຸດ​​ເກີດເຫດເພື່ອສຸມເຂົ້າສະກັດກັນໄຟບໍ່ໃຫ້ລຸກລາມໄປຫາເຮືອນໃກ້ຄຽງ, ​ໂດຍໃຊ້ເວລາປະມານ 3 ຊົ່ວໂມງກວ່າຈຶ່ງສາມາດຄວບຄຸມໄຟໄວ້ໄດ້ແລະໂຊກດີບໍ່ມີຄົນໄດ້ຮັບບາດເຈັບຫລືເສຍຊີວິດ. ຜ່ານການລົງພິສູດຫລັກຖານສະຖານທີ່ເກີດເຫດຂອງເຈົ້າໜ້າທີ່​​ໃຫ້ຮູ້ວ່າ: ສາເຫດຂອງການເກີດເຫດອັກຄີໄພຄັ້ງນີ້ແມ່ນເກີດຈາກໄຟຟ້າລັດວົງຈອນ, ອາດຈະເປັນການນຳ​​ໃຊ້ສາຍໄຟເກົ່າຈຶ່ງເຮັດໃຫ້ໄຟຊ໋ອດແລະເກີດໄຟໝ້ຢ່າງໄວວາ, ລວມມູນຄ່າ​​ເສຍຫາຍຫລາຍກວ່າ 2 ແສນບາດ (ສະກຸນເງິນໄທ) ແລະ 2 ພັນກວ່າໂດລາສະຫະລັດ, ໃນນັ້ນ ປະກອບມີ ເຄື່ອງຈັກ 2 ໜ່ວຍແລະ ຜະລິດຕະພັນໄມ້ຈຳນວນໜຶ່ງ.

No comments:

Post a Comment