Ad

Ad

4 March 2015

ນາຍົກລັດຖະມົນຕີ ເນັ້ນໃຫ້ນັກເດິນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສເມືອງປາກງື່ມປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ



      ໃນວັນທີ 3 ກຸມພາ 2015 ນີ້, ​ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ​ ​ແລະຄະນະໄດ້ລົງຊີ້ນໍາການສໍຫລວດພົນລະເມືອງແລະ ທີ່ຢູ່ອາໄສ ຄັ້ງທີ IV ຢູ່ບ້ານດອນໄຮ່ເມືອງປາກງຶ່ມ ນະຄອນຫລວງວຽງຈັນ ແລະ ທ່ານໄດ້ເນັ້ນໃຫ້ ນັກເດີນສໍາຫລວດພົນລະເມືອງແລະ ທີ່ຢູ່ອາໄສເມືອງປາກງື່ມກໍຄືບ້ານດອນໄຮ່ໃຫ້ເອົາໃຈ ໃສ່ປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ, ກໍາແໜ້ນ ແລະ ປະຕິບັດຕາມ ມະຕິຄໍາສັ່ງ, ບໍ່ມັກງ່າຍ, ບໍ່ຟ້າວຟັ່ງ ແລະ ຕ້ອງມີຄວາມອົດທົນພະ ຍາຍາມໃນໜ້າທີ່ ວຽກງານຂອງຕົນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍອໍານາດການປົກຄອງເມືອງ ກໍຄື ບ້ານດອນໄຮ່ ທີ່ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາການເດີນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະຫງົບ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງການເດີນສໍາຫລວດ ພົນລະເມືອງໃນຄັ້ງນີ້ ເຊິ່ງພົວພັນເຖິງຫລາຍບັນຫາຄືບັນຫາແຮງງານ, ບັນຫາຄົນຫວ່າງງານ, ບັນຫາການເຄື່ອນຍ້າຍຂອງພົນລະເມືອງ, ການເພີ່ມຂຶ້ນ ແລະ ຫລຸດລົງຂອງ
ພົນລະເມືອງ, ການຜະລິດ ແລະ ການສ່້າງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ​ເມືອງ, ​ແຂວງແລະ ປະເທດ. ສະນັ້ນ ຖ້າການຈົດນັບໂຕເລກບໍ່ຖືກຕ້ອງ, ຂໍ້ມູນບໍ່ຊັດເຈນ ກໍຈະເຮັດໃຫ້ການວາງແຜນພັດທະນາເສດຖະກິດ-ສັງຄົມບໍ່ຖືກຕ້ອງກັບຄວາມເປັນຈິງ.  ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຄະນະຊີ້ນໍາຂັ້ນ​​ເມືອງແລະ ບ້ານ ກໍຄືນັກເດີນສໍາຫລວດ ຕ້ອງ​​​ໄດ້ເອົາໃຈໃສ່ການຈົດນັບໂຕເລກໃຫ້ຖືກຕ້ອງຕາມແບບຟອມ 63 ຄໍາຖາມ, ຢ່າງລະອຽດ, ຖືກຕ້ອງກັບຄວາມປັນຈິງ, ສະ ເພາະນັກເດີນສໍາຫລວດຕ້ອງໄດ້ເອົາໃຈໃສ່ເກັບກໍາຂໍ້ມູນຢ່າງຈະແຈ້ງ, ບໍ່ມັກງ່າຍ, ​ໂຕໃດບໍ່ແຈ້ງກໍຕ້ອງໄດ້ພະຍາຍາມສອບຖາມ​ ເພື່ອຄວາມ​ຖືກຕ້ອງແລະ ຊັດເຈນ, ສ່ວນປະຊາຊົນ ກໍຕ້ອງເປັນເຈົ້າການໃຫ້ຄວາມຮ່ວມມືໃນການແຈ້ງຊຶ່-ນາມສະກຸນ ແລະ ຂໍ້ມູນອື່ນໆໃຫ້ຖືກຕ້ອງກັບຕົວຈິງ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວໃນ ບັ້ນສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ຈາກທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງປາກງື່ມ ເຊິ່ງທ່ານໄດ້ແຈ້ງວ່າ: ເມືອງປາກ ງຶ່ມ ປະກອບມີ 53 ບ້ານ, 10.812 ຄົວເຮຶອນ,  ມີພົນລະເມືອງ 55.992 ຄົນ, ຍິງ 27.576 ຄົນ. ໄດ້ແຕ່ງຕັ້ງຄະນະ ຊີ້ນໍາ 9 ຄົນ, ນັກກວດກາ 36 ຄົນ, ສໍາຮອງ 3 ຄົນ, ມີ 183 ເຂດສໍາຫລວດ, ມີນັກເດີນສໍາຫລວດ 146 ຄົນ, ສໍາຮອງ 14 ຄົນ ໄດ້ ດໍາເນີນການສໍາຫລວດນັບແຕ່ວັນທີ 1 ມີນາເປັນຕົ້ນມາ. ຜ່ານການສໍາຫລວດໄດ້ພົບຄວາມຫຍຸ້ງຍາກຄືນັກ ເດີນສໍາຫລວດບໍ່ພຽງພໍ ເຊິ່ງເບື້ອງຕົ້ນທາງຄະນະຊີ້ນໍາສໍາຫລວດພົນລະເມືອງຂັ້ນສູນກາງໄດ້ກໍານົດໃຫ້ແບ່ງເຂດສໍາ ຫລວດເປັນ 146 ເຂດ ຕໍ່ມາໄດ້ມີການປ່ຽນແປງໃໝ່ ໂດຍໄດ້ແບ່ງ ເຂດສໍາຫລວດເປັນ 183 ເຂດ. ສະນັ້ນ ຈໍາເປັນໄດ້ ເພີ່ມຈໍານວນນັກເດີນສໍາຫລວດຕຶ່ມອີກ ໂດຍໄດ້ນໍາໃຊ້ນັກກວດກາມາເດີນສໍາຫລວດຊ່ວຍ, ສະເລ່ຍ 50 ຄົວເຮືອນຕໍ່ ນັກເດີນສໍາຫລວດໜຶ່ງຄົນ.
ສໍາລັບບ້ານດອນໄຮ່ມີພົນລະເມືອງ 1.853 ຄົນ, ຍິງ 945 ຄົນ, ປະຊາຊົນສ່ວນໃຫຍ່ມີອາຊີບເຮັດນາ, ມີນັກ ເດີນສໍາຫລວດ 6 ຄົນ. ບ້ານໄດ້ໂຄສະນາເຜີຍແຜ່ກ່ຽວກັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃຫ້ປະຊາຊົນ ພາຍໃນບ້ານໄດ້ຮັບຮູ້ຜ່ານທາງໂທລະໂຄງຂອງບ້ານເປັນປະຈໍາ ແລະ ໄດ້ນຳເອົາໃບປົດສະເຕີໄປຕິດຕາມທາງແຍກ ຫລື ເຂດຊຸມຊົນຕ່າງໆ ເພື່ອປະຊາຊົນໄດ້ເຂົ້າໃຈເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້.

No comments:

Post a Comment