Ad

Ad

3 March 2015

ພິທີອັງເຊີນຮູບຫລໍ່ຜູ້ນຳຮຸ້ນທຳອິດສູ່ມາຕຸພູມ



     ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຂອງ ພັກ-ລັດ ແລະ ປະຊາຊົນລາວບັນ ດາເຜົ່າຕໍ່ບັນດາທ່ານຜູ້ນຳຮຸ້ນກ່ອນ ແລະ ເພື່ອຮຸ້ນ ຄົນສືບທອດໄດ້ສຶກສາຄົ້ນຄວ້າ ແລະ ຮ່ຳຮຽນເອົາແບບຢ່າງທີ່ດີງາມຂອງ ພວກເພິ່ນ ເພື່ອນຳໄປໝູນໃຊ້ເຂົ້າໃນແບບແຜນການດຳລົງຊີວິດ ແລະ ໜ້າທີ່ວຽກງານຕົວຈິງ ຂອງຕົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນສີວິໄລ. ດັ່ງນັ້ນ ໃນວັນທີ 25-27 ກຸມພາ 2015 ຈຶ່ງໄດ້ ຈັດພິທີອັງເຊີນຮູບຫລໍ່ທ່ານຜູ້ນຳຮຸ້ນທຳອິດຂອງການປະຕິວັດລາວໄປສູ່ມາ ຕຸພູມບ້ານເກີດເມືອງນອນ ທີ່ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ສຈ. ດຣ. ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ, ເຈົ້າແຂວງຊຽງຂວາງ, ສະຫາຍ ດຣ. ຈະເລີນ ເຢຍປາວເຮີ ກຳມະ ການສູນກາງພັກ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ພ້ອມອຳນາດການປົກຄອງແຂວງ, ທະຫານ-ຕຳ ຫລວດ, ປະຊາຊົນ ແລະ ຊັ້ນຄົນຕ່າງໆທົ່ວແຂວງຊຽງຂວາງເຂົ້າຮ່ວມ ຢ່າງຫລວງຫລາຍ.

      ບັນດາທ່ານທີ່ຖືກປັ້ນຮູບຫລໍ່ດັ່ງກ່າວປະກອບມີ: ທ່ານ ພູມີ ວົງວິຈິດ, ທ່ານ ຕູ້ຢາ ໄຊຈູ ແລະ ທ່ານ ໄຟດ່າງ ລໍເບຼຍຢາວ ເປັນອະດີດນັກປະຕິວັດທີ່ອົງອາດກ້າແກ່ນ, ເດັດດ່ຽວໜຽວແໜ້ນ, ມີມານະຈິດ ແລະ ອຸດົມການສູງສົ່ງ, ເຊື່ອໝັ້ນຕໍ່ການນຳ ພາຂອງພັກ ແລະ ໄຊຊະນະສຸດທ້າຍຂອງການປະຕິວັດ; ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ ຫລວງຂອງພວກເພິ່ນ ໄດ້ອຸທິດເຫື່ອແຮງ, ກຳລັງວັງຊາ, ສະຕິປັນຍາ ແລະ ເສຍສະລະຫລອດຊີວິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດເພື່ອຍາດເອົາ ຄວາມເປັນເອກະລາດ, ອິດສະລະພາບຂອງຊາດ ເພື່ອນຳເອົາຄວາມຮັ່ງມີຜາສຸກມາໃຫ້ປະຊາ ຊົນລາວບັນດາເຜົ່າ ແລະ ຄວາມຈະເລີນຮຸ່ງເຮືອງມາໃຫ້ປະເທດຊາດ.
     ກຳນົດເວລາອັງເຊີນຮູບຫລໍ່ແຕ່ລະທ່ານສະຖິດຂຶ້ນສູ່ແທ່ນ ຄືວັນທີ 25 ແລະ 26 ກຸມພາ 2015 ອັງເຊີນຮູບຫລໍ່ທ່ານ ພູມີ ວົງວິຈິດ ແລະ ທ່ານ ຕູ້ຢາ ໄຊຈູ ຂຶ້ນສູ່ແທ່ນທີ່ເທສະບານເມືອງແປກຕາມລຳດັບ ແລະ ວັນທີ 27 ກຸມພາ 2015 ອັງເຊີນຮູບຫລໍ່ທ່ານ ໄຟດ່າງ ລໍເບຼຍຢາວ ຂຶ້ນສູ່ແທ່ນທີ່ເມືອງໜອງແຮດ.

No comments:

Post a Comment