Ad

Ad

31 March 2015

ປະຊາຊົນສອງບ້ານ ຢູ່ເມືອງວຽງຄຳ ໄດ້ຮັບຜົນກະທົບຈາກໝາກເຫັບຕົກ



ເວລາ​ປະມານ 19:30 ໂມງຂອງວັນທີ 23 ມີນາ ຜ່ານມາ​​ໄດ້ເກີດມີລົມແຮງແລະ ໝາກເຫັບຕົກຢູ່ເມືອງວຽງຄໍາ ແຂວງຫລວງພະບາງ ສົ່ງຜົນໃຫ້ບ້ານນານ້ອຍແລະ ບ້ານຫ້ວຍມອນເມືອງດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງດ້ານທີ່ຢູ່ອາໄສ, ສັດລ້ຽງຫລາຍປະເພດຕາຍເປັນຈໍານວນຫລວງຫລາຍ ຄາດວ່າ ຈະມີມູນຄ່າເສຍຫາຍຫລາຍກວ່າ​ 300 ​ລ້ານກີບ. ຕໍ່ສະພາບການດັ່ງກ່າວ, ​ການນໍາແຂວງ ແລະ ເມືອງກໍໄດ້ຮີບຮ້ອນ​​ໃຫ້ການຊ່ວຍເຫລືອເບືອງຕົ້ນແລ້ວ.
ທ່ານ​ເຈົ້າ​ເມືອງ​ວຽງຄໍາ ​ໃຫ້​ຮູ້​​ວ່າ: ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍ​​ໃຫ້ປະຊາຊົນຈຳນວນ 51 ຄອບຄົວ ໃນບ້ານນານ້ອຍ, ໃນນັ້ນ ​ມີ​ໂຮງຮຽນ 1 ຫລັງ​ຖືກ​ເປ່​ເພ, ມີ​ກະ​ເບື້ອງ​ເສຍ​ຫາຍ 1.542 ​ແຜ່ນ, ສັງກະສີ 3.611 ​ແຜ່ນ, ຈານ​ດາວ​ທຽມ 15 ຊຸດ, ໝູ ແລະ ສັດປີກຕາຍເປັນຈຳນວນຫລາຍ, ສ່ວນບ້ານຫ້ວຍມອນມີ​ 44 ຄອບຄົວ ໄດ້ຮັບຜົນກະທົບ, ໃນນັ້ນ ມີ​ໂຮງຮຽນ 2 ຫລັງ, ກະ​ເບື້ອງ 2.070 ​ແຜ່ນ, ສັງກະສີ 3.262 ​ແຜ່ນ, ແບ້ ແລະ ສັດປີກຕາຍຈຳນວນຫລາຍໄດ້ຮັບຄວາມເສຍຫາຍແລະໂຊກດີບໍ່ມີຜູ້ເສຍຊີວິດ, ມີພຽງໄດ້ຮັບບາດເຈັບ 7 ຄົນ.

          ​ໃນ​ວັນ​ທີ 26 ມີນາ​ນີ້, ທ່ານ ດຣ. ຄໍາ​ແພງ​ ໄຊ​ສົມ​ແພງ ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ​ໄດ້​ເດີນທາງ​ໄປ​ເມືອງ​ວຽງ​ຄໍາ​ ເພື່ອລົງກວດກາ ແລະ ​ນໍາ​ເຄື່ອງ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸຸກຂັ້ນ​ຕົ້ນ​ຈໍານວນ​ຫນຶ່ງ ​ພ້ອມ​ເງິນສົດ 50 ລ້ານກີບ ມອບ​ໃຫ້ການ​ນໍາ​ຂອງ​ເມືອງ​ໄປ​ແຈກ​ຍາຍ​ແກ່​ປະຊາ​ຊົນຜູ້ໄດ້ຮັບຜົນກະທົບ.

No comments:

Post a Comment