Ad

Ad

5 March 2015

ປ່າຜະລິດໄດ້ຮັບການຄຸ້ມຄອງດີຂື້ນ



ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ : ການຄຸ້ມຄອງປ່າຜະລິດ ເປັນອີກ ວຽກງານໜຶ່ງທີ່ຂະແໜງການ ຂອງຕົນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ, ກວດກາ ແລະ ປົກປັກຮັກສາຢ່າງເຂັ້ມງວດ ເຮັດໃຫ້ປ່າຜະລິດໄດ້ຮັບ ການຄຸ້ມຄອງດີຂຶ້ນ, ເຫັນ ໄດ້ປັດຈຸບັນໄດ້ສຳເລັດການສຳຫຼວດ ແລະ ສ້າງແຜນຈັດສັນປ່າຜະລິດທັງໝົດ 18 ເຂດຄຸ້ມຄອງຍ່ອຍໃນເນື້ອທີ 148.400 ເຮັກຕາ, ໄດ້ກຳນົດເຂດຟື້ນຟູປ່າທັງໝົດ 572.161 ເຮັກຕາ, ໃນນີ້ເຂດປ່າຜະລິດ 164.101 ເຮັກຕາ. ປະຕິບັດໄດ້ 9.385 ເຮັກຕາ ແລະ ເຂດນອກ 3 ປະເພດປ່າ 408.060 ເຮັກຕາ, ໄດ້ຄຸ້ມຄອງການຂຸດຄົ້ນໄມ້  69.888 ແມັດກ້ອນ, ເທົ່າກັບ 12% ຂອງແຜນການ      ( 580.000 ແມັດກ້ອນ) ແລະ ຄຸ້ມຄອງການເກັບກູ້ເຄື່ອງປ່າ ຂອງດົງປະເພດເສັ້ນ, ລຳ, ດອກ, ໝາກ, ໃບ ແລະ ປະເພດເປືອກຕາມແຜນຈັດສັນແບບຍືນຍົງກໍເຫັນວ່າດີຂຶ້ນ ແລະ ໄປຄຽງຄູ່ກັນນັ້ນກໍໄດ້ປັບປຸງລະບຽບກົດ ໝາຍ ແລະ ໄດ້ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນ ແລະ ຜູ້ປະກອບ ການເຂົ້າຮ່ວມການຄຸ້ມຄອງ  ແລະ ປົກປັກ ຮັກສາປ່າໄມ້, ເຮັດໃຫ້ຂະບວນການລັກລອບຕັດໄມ້ ແລະ ການກະທຳທີ່ເປັນການຝ່າຝືນລະບຽບກົດໝາຍປ່າໄມ້ຄ່ອຍໆຫຼຸດ ລົງເທື່ອລະກ້າວ.

No comments:

Post a Comment