Ad

Ad

19 March 2015

ປກສ ເມືອງຄຳເກີດຈັບຜູ້ຄ້າຢາເສບຕິດມາດຳເນີນຄະດີ



ເມື່ອຕົ້ນເດືອນມີນານີ້, ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳກຳລັງ ເຂົ້າກວດຄົ້ນເຮືອນທ້າວ ໜໍລືຢາງ ອາຍຸ 50 ປີຢູ່ບ້ານນ້ຳພ້າວ ເມືອງຄຳເກີດ ພາຍ ຫລັງໄດ້ມີການຕິດຕາມ ແລະ ຮູ້ຂໍ້ມູນຈະແຈ້ງວ່າເຮືອນດັ່ງກ່າວເປັນເປົ້າ ໝາຍຄ້າ ຢາເສບຕິດລາຍອັນຕະລາຍ ແລະ ຜ່ານການກວດຄົ້ນພາຍໃນເຮືອນພົບຢາບ້າ 2133 ເມັດ, ເຮໂຣອິນ ແລະ ອຸປະກອນເສບຢາເສບຕິດຈຳນວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ຍຶດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.
     ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທ້າວ ໜໍລືຢາງ ຮັບສາລະພາບ ວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ໄວໜຸ່ມພາຍໃນເມືອງຄຳເກີດ ແລະ ເມືອງໃກ້ຄຽງມາດົນແລ້ວ, ໂດຍເອົາເຮືອນຂອງ ຕົນເປັນສະຖານຊື້-ຂາຍ ແລະ ອຳນວຍໃຫ້ແກ່ການມົ້ວສຸມເສບຢາຂ ອງລູກຄ້າ ແລະ ຢາເສບຕິດທີ່ມາຈຳໜ່າຍແມ່ນຊື້ນຳຂະບວນການຄ້າຢາເສບຕິດໃນພື້ນທີ່ໃກ້ຄຽງ ແລະ ຄະດີດັ່ງກ່າວເຈົ້າໜ້າ ທີ່ຍັງຈະດຳເນີນການສືບສວນ-ສອບສວນລະອຽດຕື່ມເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
    ຂ່າວໃຫ້ຮູ້ອີກວ່າ: ນັບແຕ່ວັນທີ 5-11 ມີນາຜ່ານມາ, ຢູ່ນະຄອນຫລວງວຽງຈັນມີຄະດີຕ່າງໆເກີດຂຶ້ນຄື: ລັກຊັບພົນລະ ເມືອງ 25 ເລື່ອງ, ຊິງຊັບ 10 ເລື່ອງ, ຢາເສບຕິດ 13 ເລື່ອງ, ໄຟໄໝ້ 2 ກໍລະນີ, ສໍ້ໂກງຊັບ, ທຳມິດສະຈານ, ຊື້-ຂາຍຜິດກົດ ໝາຍ, ທຳຮ້າຍຮ່າງກາຍ ແລະ ອື່ນໆ.

No comments:

Post a Comment