Ad

Ad

12 March 2015

ອາ​ເມ​ລິ​ກາ - ລາວ ເພີ່ມທະວີ​ການ​ຮ່ວມ​ມືດ້ານ​ວິ​ທະ​ຍາ​ສາດ



ທ່ານ ດຣ ນາງ. Geraldine Richmond, ທູດ​ວິ​ທະ​ຍາ​ສາດ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ໄດ້​ເດີນ​ທາງ​ມາ​ນະ​ຄອນ​ຫຼວງວຽງ​ຈັນ ໃນ​ວັນ​ທີ 8 ມີ​ນາ, 2015 ແລະ ​ພັກຢູ່​ເປັນ​ເວ​ລາ 4 ວັນ ເພື່ອ​ເຮັດ​ວຽກ​ການ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ​ຂອງ​ລັດ​ຖະ​ບານ​ລາວ ຊຶ່ງ​ປະກອບມີບັນ​ດາ​ກະ​ຊວງ, ມະ​ຫາ​ວິ​ທະ​ຍາ​ໄລ​ ແລະ ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ.  ​ເພື່ອ​​ການ​ພັດ​ທະ​ນາ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຄື່ອ​ຂ່າຍ​ການ​ຮ່ວມ​ມື​ໃນຂະ​ແໜງ​ການຄົ້ນ​ຄ​ວ້າລະ​ຫວ່າງ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ກໍ​ຄື​ວິ​ຊະ​ວະ​ກອນ ຂ​ອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ລາວ. ນີ້​ແມ່ນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຂົງ​ເຂດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຄັ້ງ​ທີ​ສອງ​ຂອງ​ເພິ່ນ ນັບ​ຕັ້ງ​ແຕ່​ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງເປັນ​ທູດ​ວິ​ທະ​ຍາ​ສາດ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ Obama ໃນ​ປີ​ຜ່ານ​ມາ ແລະ ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ມາ​ຢ້ຽມ​ຢາມ ສ​ປ​ປ ລາວ.
ທ່ານ ດ​ຣ ນາງ. Richmond ໄດ້​ສະ​ເຫຼີມ​ສະ​ຫຼອງວັນ​ແມ່​ຍິງ​ສາ​ກົນ ໂດຍ​ການ​ໄປ​ຢ້ຽມ​ຢາມ​ບັນ​ດາ​ນັກ​ທຸ​ລະ​ກິດ​ຍິງ​ທ້ອງ​ຖິ່ນ ແລະ ບັນ​ດາ​ສະ​ຖານ​ທີ່​ທາງວັດ​ທະ​ນາ​ທຳ​ຂອງ​ລາວ. ໃນ​ຊ່ວງ​ໄລ​ຍະ​ການ​ຢ້ຽມ​ຢາມ​ທີ່​ເຫຼືອ, ທ່ານ ດ​ຣ. Richmond ຈະ​ໄດ້​ພົບ​ປະ​ກັບ​ທ່ານ ດ​ຣ. ບໍ່ວຽງ​ຄຳ ວົງ​ດາ​ລາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ຈາກ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່. ນອກ​ຈາກນັ້ນ,
ທ່ານ​ຍັງ​ໄດ້​ໄປ​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຂອງ​ລາວ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ ຊຶ່ງ​ທ່ານ​ຈະ​ໄດ້​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​​ສະ​ຫະ​ພັນ​ແມ່​ຍິງ​ລາວຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຫຼັງ​ມະ​ຫາ.
ທ່ານ ດ​ຣ ນາງ. Richmond ເປັນ​ປະ​ທານ​​ຄະ​ນະ​ເຄ​ມີ​ສາດຂ​ອງ​ມະ​ຫາ​ວິ​ທະ​ຍາ​ໄລ Oregon, ແລະ ທັງ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ. ທ່ານ​ເປັນ​​ຜູ້​ໜຶ່ງທີ່​ຮັບ​ຮູ້​​ດີໃນ​ເວ​ທີ​ສາ​ກົນ ເປັນ​ຕົ້ນ​ໃນ​ຂົງ​ເຂດຊີ​ວະ​ສາດ complex surface chemistry ​ຊຶ່ງເພິ່ນ​ມີ​ຄວາມ​ສົນ​ໃຈ​ໃນ​ຂ​ະ​ແໜງການ​ຜະ​ລິດ​ພະ​ລັງ​ງານ, ພະ​ລັງ​ງານ​ຈາກ​ສິ່ງ​ແວດ​ລ້ອມ, ເຄ​ມີ​ສາດ​​ຂະ​ແໜງບັນ​ຍາ​ກາດ ແລະ ເປືອກນອກ​ໂມ​ເລ​ກູນ​ຊີ​ວະ​ສາດ. ທ່ານ​ຍັງ​ເປັນ​ປະ​ທານ​ສະ​ມາ​ຄົມເພື່ອ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ຂອງ​ອາ​ເມ​ລິ​ກາ ແລະ ເປັນ​ຜູ້​ໄດ້ຮັບ​ການ​ແຕ່ງ​ຕັ້ງໃຫ້​ແກ່​ຄະ​ນະ​ບໍ​ລິ​ຫານ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ. ທ່ານ ດ​ຣ. Richmond ອຸ​ທິດ​ຕົນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ວຽກ​ງານ​ໃນ​ການ​ຊຸກ​ຍູ້​ພາ​ລະ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ວິ​ຊະ​ວະ​ກອນ ຊຶ່ງ​ເປັນ​ຜູ້​ສ້າງ​ຕັ້ງ ແລະ ​ເປັນປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ບັນ​ດານັກ​ເຄ​ມີ​ສາດເພດຍິງ, ​ເປັນອົງ​ການ​ຮາກ​ຖານເຮັດ​ໜ້າ​ທີ່​ໃຫ້ການ​ຝຶກ​ອົບ​ຮົມ​​ລະ​ດັບມືອາ​ຊີບ ແລະ ສ້າງ​ເຄື່ອ​ຂ່າຍ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແມ່​ຍິງຫຼາຍກວ່າ 12,000 ຄົນ​ໃນ​ທົ່ວ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ.
ແຜນ​ງານ​ການ​ທູດ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແມ່ນ​ອົງ​ປະ​ກອບ​​ພັນ​ທະ​ຄວາມ​ຕັ້ງ​ໃຈ​ໜຶ່ງຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ໃນ​ພັນ​ທະ​ສັນ​ຍາສາ​ກົນຂອງ​ຂະ​ແໜງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ປະ​ກາດ​ແຜນ​ງານ​ດັ່ງ​ກ່າວ ທີ່​ນະ​ຄອນຫຼວງ Cairo ໃນ​ເດືອນ ມິ​ຖຸ​ນາ 2009. ນັບ​ຕັ້ງ​ແຕ່​ໄດ້​ລິ​ເລີ່ມ​ແຜນ​ງານ​ດັ່ງ​ກ່າວ, ທູດ​ວິ​ທະ​ຍາ​ສາດ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ 27 ປະ​ເທດ.
ທູດ​ວິ​ທະ​ຍາ​ສາດ​ໄດ້​ເດີນ​ທາງ​ໃນ​ຖາ​ນະ​ພົນ​ລະ​ເຮືອນ ແລະ ໄດ້​ແບ່ງ​ປັນ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ທີ່​ໄດ້​ຮັບ​ຈາກ​ຕ່າງ​ປະ​ເທດ​ກັບ​ປະ​ຊາ​ຄົມ​ວິ​ທະ​ຍາ​ສາດ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ພາຍ​ຫຼັງ​ກັບ​ຄືນ​ເມື່ອ. ການ​ແລກ​ປ່ຽນ​ຄວາມ​ຮູ້​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ ກໍ​ຄື​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ບັນ​ດາ​ຄູ່​ຮ່ວມ​ງານ​ທີ່​ສຳ​ຄັນ.

No comments:

Post a Comment