Ad

Ad

4 March 2015

ລາວ-ຍີ່​ປຸ່ນ ​ເພີ່ມ​ທະວີ​ການ​ຮ່ວມ​ມືການ​ຄ້າ-ການ​ລົງທຶນ



          ໃນ​ວັນ​ທີ 3 ກຸມພາ 2015 ນີ້​, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບຂອງ​ຜູ້​ແທນ​ອົງການ​ການ​ຄ້າ​ສາກົນຍີ່ປຸ່ນ (JETRO)​ ນໍາ​ໂດຍ​ທ່ານ Soi chi yoshi mura ຮອງຫົວໜ້າ​ອົງການ​ສົ່ງ​ເສີມການ​ຄ້າດັ່ງກ່າວ​ ​ໃນ​ໂອກາດທີ່​ຄະນະ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ສປປ ລາວ ​ແຕ່​ວັນ​ທີ 2-6 ມີນານີ້ ເພື່ອ​ເປັນ​ການ​ປະກອບສ່ວນ​ສໍາຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຮັດແໜ້ນສາຍ​ພົວພັນ​ຮ່ວມ​ມືລະຫວ່າງສອງ​ປະ​ເທດ​ ລາວ ​ແລະ ຍີ່​ປຸ່ນ ​ໃຫ້​​ຂະຫຍາຍໂຕ​ຂຶ້ນ​ໄປ​ເລື້ອຍໆ. ພ້ອມ​ນັ້ນ ​ກໍ​ເພື່ອ​ເຮັດ​ໃຫ້​ບັນດາ​ນັກ​ລົງ ທຶນ​ຍີ່​ປຸ່ນຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ມາ​ລົງທຶນ​ຢູ່ ສປປ ລາວ ​ໄດ້​ມີ​ໂອກາດ​ສຶກສາ​ສະພາບ​ການ​ລົງທຶນ​ຕົວ​ຈິງໃນ​ດ້ານ​ຕ່າງໆ. ສະ​ເພາະ​ການ​ລົງທຶນ​ຂອງ​ຍີ່​ປຸ່ນຢູ່ ສປປ ລາວ ​ມາ​ຮອດປັດຈຸບັນ​ແມ່ນ​ຈັດ​ຢູ່​ໃນ​ລໍາດັບ​ທີ 7 ຂອງ​ການ​ລົງທຶນ​ຕ່າງປະ​ເທດ​ຢູ່ ສປປ ລາວ ລວມມີ 102 ​ໂຄງການ​ລວມມູນ​ຄ່າ​ທັງ​ໝົດ 438 ລ້ານ​ໂດ​ລາ​ສະຫະລັດ ຢູ່ໃນ 3 ຂະ​ແໜງ​ການ​ຕົ້ນຕໍ ຄືກະ​ສີ​ກໍາ, ອຸດ​ສະຫະ​
ກໍາ-ຫັດຖະ​ກໍາ, ທຸລະ​ກິດ​​ດ້ານ​ການ​ບໍລິການ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນ​ການ​ພັດທະ ນາ​ເສດຖະກິດ-ສັງຄົມ​ຂອງ​ລາວ ລວມທັງ​ການ​ສ້າງ​ລາຍ​ໄດ້ ​ແລະ ການ​ພັດທະນາ​ສີມື​ແຮງ​ງານ​ຂອງ​ປະຊາຊົນ​ລາວ.
          ໃນ​ໂອກາດ​​ນີ້, ທ່ານ Soi chi yoshi mura ກໍ​ໄດ້​​ກ່າວສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ທ່ານລັດຖະມົນຕີ ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ສຶກສາ​​ຂໍ້​ມູນ​ການ​ລົງທຶນ​ຢູ່ ສປປ ລາວ ໂດຍສະເພາະ​ຢູ່ 3 ​ແຂວງ​ ຄືນະຄອນຫລວງ​ວຽງ​ຈັນ, ສະຫວັນ​ນະ​ເຂດ ​ແລະ ຈໍາປາ​ສັກ.

No comments:

Post a Comment