Ad

Ad

25 March 2015

ຜູ້ນຳ​ລາວ ຕ້ອນຮັບ​ປະທານ​ປະ​ເທດ ສສ ຫວຽດນາມ



          ໃນຕອນບ່າຍຂອງວັນທີ 24 ມີນາ 2015, ບັນດາຜູ້ນຳລາວເຊິ່ງປະກອບມີທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ່າງກໍໄດ້​​ໃຫ້ກຽດຕ້ອນຮັບການຢ້ຽມ ຢາມພົບປະຂອງທ່ານເຈືອງເຕິ ຊາງ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມແລະ ຄະນະ​ ​​ໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ ​ເປັນເວລາສາມວັນ. ຈາກນັ້ນ ກໍໄດ້ຢ້ຽມຊົມຫໍພິພິທະພັນໄກສອນ ພົມວິຫານ.
          ໂອກາດນີ້ ຜູ້ນຳລາວ ຕ່າງກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວຂອງທ່ານປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມແລະ ຄະນະ ​​ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ​​ຄວາມສາມັກຄີພິເສດແລະ ການຮ່ວມມື
ຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ແຕກດອກອອກຜົນແລະ ຈະເລີນງອກງາມຍິ່ງໆຂຶ້ນ. ການພົບປະຄັ້ງນີ້ໄດ້ດຳເນີນດ້ວຍໄມຕີຈິດມິດຕະພາບແລະ ຄວາມເຂົ້າອົກເຂົ້າເຊິ່ງກັນແລະ ກັນຢ່າງເລິກເຊິ່ງ.          ທ່ານປະທານປະເທດເຈືອງເຕິ ຊາງ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາການນຳຂອງລາວທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ​​ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດຫວຽດນາມ-ລາວ ຈະນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
          ສຳລັບໃນຕອນເຊົ້າຂອງວັນດຽວກັນນີ້ ທ່ານປະທານປະເທດເຈືອງເຕິ ຊາງ ກໍໄດ້ເຄື່ອນໄຫວພົບປະຢ້ຽມ ຢາມ ອະດີດການນຳພັກ-ລັດເຊິ່ງປະກອບດ້ວຍທ່ານ ຄຳໄຕ ສີພັນດອນແລະ  ທ່ານສະໝານ ວິຍະເກດ, ພ້ອມທັງຢ້ຽມຊົມອະ ນຸສອນສະຖານປະທານສຸພານຸວົງແລະ ພົບປະກັບຄອບຄົວປະທານສຸພານຸວົງ.

No comments:

Post a Comment