Ad

Ad

20 March 2015

ຈັບແກ໋ງຕ່າງຊາດສໍ້ໂກງຊັບຢູ່ເຂດພາກໃຕ້ລາວ



ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ພາຍຫລັງ, ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີກຸ່ມຄົນຕ່າງຊາດຈຳນວນໜຶ່ງເຄື່ອນ ໄຫວສໍ້ໂກງຊັບພົນລະເມືອງຢູ່ບັນ ດາແຂວງພາກກາງ ແລະ ໃຕ້ ຂອງລາວ ເປັນຕົ້ນ:ແຂວງສະຫວັນນະເຂດ,ສາລະວັນ,ຈຳປາສັກ, ໂດຍໃຊ້ຮູບການປ່ຽນ ເງິນຕາຕ່າງປະເທດ, ຈຶ່ງໄດ້ຈັດກຳລັງເຈົ້າໜ້າທີ່ວິຊາສະເພາະລົງກວດກາຕິດ ຕາມເປົ້າໝາຍດັ່ງກ່າວ ແລະ ຕັ້ງດ່ານກວດກວດກາເຂດບ້ານນາຊາຍ, ເມືອງອຸທຸມພອນ, ແຂວງສະຫວັນນະ ເຂດ ແລະ ຮອດເວລາ 15 ໂມງຂອງວັນທີ 10 ມີນາຜ່ານມາ, ຈຶ່ງພົບເຫັນເປົ້າໝາຍຂັບຂີ່ລົດໃຫຍ່ຍີຫໍ້ຮອນດາໝາຍເລກທະບຽນ 2K 2857 ກຳປູເຈຍ ແລ່ນມາແຕ່ເສັ້ນທາງເລກ 13 ໃຕ້ມຸ້ງໜ້າມາແຂວງຄຳມ່ວນ, ເຈົ້າໜ້າທີ່ຈຶ່ງໄດ້ກວດກາເອກກະສານ ແລະ ກວດຄົ້ນພາຍໃນລົດ, ພ້ອມກັກຕົວຊາວຕ່າງປະເທດທີ່ມານຳລົດໄດ້ຄື: ທ້າວ ດັງຕຽນຢຸ໋ງ ອາຍຸ 34 ປີຢູ່ບ້ານດຶກໄຫ໋ ເມືອງດຶກໄຫ໋ ແຂວງລອງແອງ, ທ້າວ ຫງວຽນວັນຫິວ ອາຍຸ 37 ປີຢູ່ບ້ານຕິ່ງຖວດ ເມືອງບິງເກົາ ແຂວງໄຕນິງ ທ້າວ ຫງວຽນວັນກົງ ອາຍຸ 37 ປີຢູ່ບ້ານນາຖວດ ເມືອງຈາງບາງ ແຂວງໄຕນິງ ຫວຽດນາມ ແລະ ທ້າວ ຈູວັນນາ ອາຍຸ 30 ປີຢູ່ບ້ານດາມສະແລ໋ງ ເມືອງຄັນວຽນໃຈ, ທ້າວ ຊ໋ອກຕົວ ອາຍຸ 36 ປີຢູ່ບ້ານກຳປົງສະນັງ ນະຄອນຫລວງພະນົມເປັນ ກຳປູເຈຍ.

   ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ:ໄດ້ຮ່ວມກັນເຂົ້າມາເຄື່ອນ
ໄຫວສໍ້ໂກງຊັບພົນລະເມືອງຢູ່ລາວແຕ່ເດືອນມັງກອນ 2015 ໂດຍໃຊ້ຮູບການເລາະແລກປ່ຽນເງິນຕາ, ໝາຍ
ວ່າເອົາເງິນໂດລາສະຫະລັດປ່ຽນເປັນເງິນບາດ (ສະກຸນເງິນໄທ) ຫລື ເງິນກີບ, ເຊິ່ງຄັ້ງທຳອິດແມ່ນໄດ້ເຂົ້າໄປ
ປ່ຽນໃນຮ້ານແລກປ່ຽນເງິນຕາແຫ່ງໜຶ່ງຢູ່ເມືອງປາກເຊ, ແຂວງຈຳປາສັກ, ໂດຍເອົາເງິນ 6 ພັນໂດລາສະຫະ
ລັດປ່ຽນເອົາເງິນກີບໃນຈຳນວນ 40 ລ້ານກີບແລ້ວບອກເຈົ້າຂອງຮ້ານວ່າຈະມາປ່ຽນເອົາເງິນຈຳນວນດັ່ງກ່າວ
ຄືນໃນ 2-3 ວັນຕໍ່ໜ້າຈຶ່ງຂໍໃຫ້ເອົາເງິນໂດລາຫໍໃສ່ຖົງຢາງແລ້ວເອົາສະກອດຕິດໄວ້, ໃນຂະນະນັ້ນໄດ້ອາ​ໄສ ເຈົ້າຂອງຮ້ານເພີຕົວກໍເອົາຫໍເງິນທີ່ກະກຽມມາຄ້າຍຄືກັນປ່ຽນແທນທັນທີ, ເຊິ່ງໃນນັ້ນມີເງິນໃບ 100 ໂດລາໃບ
ດຽວ, ສ່ວນທີ່ເຫລືອມີແຕ່ໃບໜຶ່ງໂດລາໃຫ້ເຈົ້າຂອງຮ້ານແລ້ວເອົາຕົວຫລົບໜີໄປ, ຫລັງຈາກນັ້ນກໍໄປສໍ້ໂກງ
ຊັບໃນລັກສະນະດຽວກັນຢູ່ແຂວງສາລະວັນ ແລະ ສະຫວັນນະເຂດຫລາຍຄັ້ງ ແລະ ຖືກເຈົ້າໜ້າທີ່ຈັບຕົວມາ
ດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment