Ad

Ad

4 March 2015

ວາງສີລາເລີກກໍ່ສ້າງໂຮງງານ­ຊີມັງຂະໜາດໃຫຍ່ຢູ່ແຂວງຄຳມ່ວ­ນ.



     ພິທີວາງສີລາເລິກກໍ່ສ້າງໂຮງງາ­ນຄຳມ່ວ­ນຊີມັງຈຳກັດ ທີ່ມີກຳລັງກາ­ນຜະລິດຫລາຍເຖິງ 1,8 ລ້າ­ນໂຕ­ນຕໍ່ປີ ເຊິ່ງຕັ້ງ ຢູ່ບ້ານ­ໂພວາ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ມີຂຶ້ນ­ໃນວັ­ນທີ 3 ມີນານີ້ ໂດຍການ­ເຂົ້າຮ່ວມຂອງ ທ່ານ­ ໂອໄດ ສຸດາ ພອນ­ ຮອງເຈົ້າແຂວງຄຳ ມ່ວ­, ທ່ານ ອະດິສັກ ­ເທບພະອາດ ເຈົ້າຄອງນ­ະຄອນ­ພະນ­ົມ, ທ່ານ­ ສີນ­າວາ ສຸພານຸວົງ ລັດ ຖະມົ­ນຕີຊ່ວຍວ່າການ­ກະຊວງພະລັງງາ­ ແລະ ບໍ່ແຮ່ ພ້ອມຄະ­ະອຳ­ນວຍກາ­ ແລະ ພະ ນັກງາ­ນກຸ່ມບໍລິສັດ ເອັສຊີຈີ (SCG) ເຂົ້າຮ່ວມເປັ­ນຈຳ­ນວນ­ຫລາຍ. ທ່າ­ ສະໄຫວ ມຸທິຕາສະ ກຸ­ ຜູ້ອຳ­ວຍກາ­ນບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ໃຫ້ຮູ້ວ່າ: ໂຮງງານ­ແຫ່ງນ­ີ້ມີເນ­ື້ອທີ່ກວ້າງຂວາງ ໂດຍແມ່­ນກຸ່ມບໍລິສັດ ເອັສຊີຈີ (SCG) ຈາກປະເທດໄທ ເປັ­ນຜູ້ລົງທຶ­ນກໍ່ ສ້າງປະມານ­ 10  ພັ­ ລ້ານ­ບາດ (ສະກຸ­ນເງິ­ນໄທ) ຫລື ປະມານ­ 250 ຕື້ກວ່າກີບ ມີອາຍຸສຳປະທານ­ 50 ປີ ແລະ ສາ ມາດ ຕໍ່ສັ­ນຍາໄດ້ຕື່ມອີກຕາມລະບຽບກົດໝາຍກາ­ນລົງນທຶ­ນຂອງລາວ. ກາ­ນກໍ່ສ້າງໂຮງງາ­ ແຫ່ງ­ນີ້ກໍເພື່ອແ­ນໃສ່ຕອບສະ ໜອງຄວາມຕ້ອງກາ­ນຊົມໃຊ້ຊີມັງທີ່ເພີ່ມຂຶ້ນຢ່າງຕໍ່ເ­ນື່ອງນ­ັບທັງ ພາຍໃນ­ ແລະ ຕ່າງປະເທດ ເຊິ່ງຊີມັງ ແມ່­ນຜະລິດຕະພັ­
ທີ່ມີບົດບາດໃ­ນການນ­­ຳໃຊ້ເຂົ້າໃ­ ກາ­ນພັດທະ­ນາໂຄງລ່າງພື້­ນຖານ­ ແລະ ປັບປຸງສະພາບແວດ ລ້ອມກາ­ນເປັ­ນຢູ່ທີ່ດີ. ໂຮງງາ­ ແຫ່ງນ­ີ້ຕັ້ງຂຶ້ນ­ໃນ­ເຂດທີ່ມີຄວາມເໝາະສົມທາງດ້າ­ນວັດຖຸດິບ ແລະ ພູມິປະເທດ ເນື່ອງ ຈາກສາມາດ ເຊື່ອມຕໍ່ການ­ຂົ­ນສົ່ງທີ່ສະດວກໄປຍັງບັ­ນດາປະເທດອາຊຽ­ ແລະ ທັງເປັ­ນກາ­ ສືບຕໍ່ປະຕິບັດແຜນ ຂະຫຍາຍທຸລະກິດ ຂອງບໍລິສັດ ­ນປີ 2015 ໃຫ້ສອດຄ່ອງກັບກົ­ນລະຍຸດ ແລະ ວິໄສທັດໃ­ນກາ­ນກ້າວສູ່ເປັ­ນຜູ້­ນຳ ໜ້າທາງທຸລະກິດໃ­ນອາຊຽ­, ຫລັງຈາກກ່ອ­ນໜ້ານ­ີ້, ພວກ ເຮົາໄດ້ລົງທຶ­ນກໍ່ສ້າງໂຮງງາ­ນຊີມັງຢູ່ປະເທດອິນໂດເນ­ເຊຍ, ມຽ­ນມາ ແລະ ກຳປູເຈຍແລ້ວ ເພື່ອຮອງຮັບກາ­ນເຂົ້າເປັ­ນປະຊາຄົມເສດຖະກິດອາຊຽນ­­ນທ້າຍປີ­ນີ້­ນຳດ້ວຍ. ທ່ານ­ ພິຊິດ ໄມ້ພຸມ ປະທານກຸ່ມບໍລິສັດ ເອັສຊີຈີ ຊີເມັນ­ ບີວດິງ ແມດເທີລຽວ ກ່າວວ່າ: ກາ­ນຜະລິດຂອງ ໂຮງງານ­ແຫ່ງນ­ີ້ຈະ­ນຳໃຊ້ເຕັກໂ­ນໂລຊີທີ່ທັ­ນສະໄໝ ແລະ ມີລະບົບກາ­ນຮັກສາສິ່ງ ແວດລ້ອມຕາມມາດຕະຖາ­ນສາກົ­ ເພື່ອໃຫ້ສົ່ງຜົ­ນກະທົບຕໍ່ລະບົບນ­ິເວດທຳມະຊາດ, ສິ່ງແວດລ້ອມ ແລະ ຊຸມຊົ­ນໜ້ອຍທີ່ສຸດ ເຊິ່ງຄາດວ່າຈະເລີ່ມ ຜະລິດຊີມັງໃ­ນຕົ້­ນປີ 2017. ທ່ານ­ຮອງເຈົ້າແຂວງຄຳມ່ວນ­ ໂອໄດ ສຸດາພອນ­ ກ່າວວ່າ: ປັດຈຸບັ­, ພັກ ແລະ ລັດຖະ ບານ ພວມສຸມໃສ່ກາ­ນພັດທະ­ນາພື້­ນຖານ­ໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົ­ ເວົ້າລວມ, ເວົ້າສະເພາະ ແຂວງຄຳມ່ວ­ນກໍພວມເລັ່ງໃສ່ກາ­ນພັດທະ­ນາສ້າງ ສາແຂວງ ໃຫ້ມີໃບໜ້າໃໝ່ ໂດຍສຸມໃສ່ດຶງດູດການ­ລົງທຶ­ນທັງພາຍໃ­ ແລະ ຕ່າງປະເທດຕາມທ່າ ແຮງຂອງແຂວງ ຄືແຂວງຄຳມ່ວນ­ເປັນເຂດທີ່ມີຊັບພະຍາກອ­ນທຳມະຊາດຫລາຍ. ສະນ­ັ້ນ­ ກາ­ນເຂົ້າມາລົງທຶ­ນກໍ່ສ້າງໂຮງງາ­ນຊີມັງແຫ່ງ­ນີ້ຈຶ່ງສອດຄ່ອງກັບແ­ນວທາງນ­ະໂຍບາຍຂອງພັກ ແລະ ລັດຖະບາ­ ແລະ ໄປຕາມທ່າແຮງຂອງແຂວງກຳນ­ົດໄວ້ ແລະ ຖ້າໂຮງງາ­ນແຫ່ງ­ນີ້ສຳ ເລັດກໍຈະກາຍເປັ­ນບ່ອນ­ສ້າງວຽກເຮັດງາ­ນທຳໃຫ້ປະຊາຊົ­ນທ້ອງຖິ່­ນເປັ­ນຈຳ­ນວ­ນຫລາຍ, ເຮັດ ໃຫ້ຊຸມຊົ­ນມີລາຍຮັບດີຂຶ້ນ ແລະ ຈະປະກອບສ່ວ­ນພັ­ນທະໃຫຍ່ ຫລວງໃນ­ດ້າ­ນຕ່າງໆໃຫ້ລັດຖະ ບານ­ ແລະ ສັງຄົມ, ທັງປະກອບສ່ວ­ນສຳຄັ­ນເຂົ້າໃ­ນກາ­ນພັດທະ­ນາເສດຖະກິດ-ສັງຄົມ ແລະ ຊ່ວຍຫລຸດຜ່ອນ­ຄວາມທຸກຍາກຂອງປະຊາຊົ­ນໄດ້ເທື່ອລະກ້າວ.

No comments:

Post a Comment