Ad

Ad

11 March 2015

ແມ່ຍິງດີເດ່ັນໃນການເຮັດທຸລະກິດ



ຫຼາຍຄົນອາດຈະຮູ້ເຖິງ ທ່ານ ນາງ ວາລີ ເວດສະພົງ ເພີ່ນເປັນ ປະທານສະມາຄົມນັກ ທຸລະກິດໜຸ່ມແຫ່ງຊາດລາວ ແລະ ທັງເປັນຫົວ ໜ້າບັນນາທິການວາລະສານນັກທຸລະກິດ ໜຸ່ມ, ອຳນວຍການບໍລິ ສັດການຢາມິດ ຕະພາບ, ອຳນວຍ ການ ເວດສະພົງ ຄລິນິກ,  ເປັນ ແມ່ຍິງຄົນໜຶ່ງທີ່ໜຸ່ມນ້ອຍແຕ່ມີ ຄວາມຮູ້ຄວາມສາມາດ ແລ ະປະສົບການສູງໃນການ ດຳ ເນີນທຸລະກິດ ແລະ ໄດ້ຮັບລາງວັນນັກທຸລະ ກິດໜຸ່ມດີເດັ່ນອາຊຽນ- ຈີນ ແລະນັກທຸລະ ກິດດີເດັ່ນອາຊຽນມາແລ້ວ.
ທ່ານ ນາງວາລີ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ຕົນເອງ ໄດ້ເຕີບໃຫຍ່ມາໃນຄອບ ຄົວທີ່ແມ່ ເປັນນັກປະ ຕິວັດ, ມີອ້າຍເອື້ອຍ ນ້ອງຮ່ວມກັນ 12 ຄົນ, ຍິງ 3 ຄົນ ແລະ ຕົນ ເປັນຜູ້ທີ່ 9 , ເກີດຢູ່ ບ້ານ ສີໄຄ ເມືອງສີໂຄດຕະບອງ, ນະ ຄອນຫຼວງວຽຈັນ, ປັດຈຸບັນຢູ່ບ້ານ ໜອງຈັນ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ, ຈົບການສຶກສາຢູ່ມະຫາວິທະຍາໄລສ້າງຄູດົງ ໂດກ ສາຍຄູພາສາຝຣັ່ງ.  ຫຼັງ ຈາກຮຽນຈົບແລ້ວກໍໄດ້ ສອນພາ ສາຝຣັ່ງໃນບໍລິ ສັດການຢາມິດຕະ ພາບທີ່ແມ່ເປັນຜູ້ຮ່ວມສ້າງຕັ້ງ,  ຕໍ່ ມາກໍເຂົ້າເຮັດວຽກເປັນພະນັກງານຢູ່ບໍລິສັດ ດັ່ງກ່າວ  ແລະ ໄດ້ສະ ແຫວງຫາຮຽນຮູ້ໃນດ້ານທຸລະກິດຫຼາຍຢ່າງເພື່ອພັດທະນາຕົນເອງ ຈົນປະສົບຜົນສຳເລັດດັ່ງປັດຈຸບັນ.
ວາລີກ່າວວ່າ: ສຳລັບສະມາ ຄົມນັກທຸລະກິດໜຸ່ມແຫ່ງຊາດ ລາວ, ແມ່ນອົງການທີ່ຕ້ອງການ ໃຫ້ຄົນໜຸ່ມສາມາດຮຽນຮູ້ການ
ເປັນຜູ້ປະກອບການໄດ້, ສ້າງນັກ ປະກອບການອອກສູ່ສັງຄົມດັ່ງນັ້ນ  ສະມາຄົມຈຶ່ງມີຫຼາຍໂຄງການຮ່ວມມືກັບຫຼາຍອົງການ ເພື່ອໃຫ້ປະກົດ ຜົນເປັນຈິງ. ເຊິ່ງມີຫຼາຍຢ່າງທີ່ບໍ່ ສາມາດຮຽນໄດ້ໃນຫ້ອງຮຽນ, ສາມາດສ້າງເຄືອຂ່າຍນັກທຸລະກິດໜຸ່ມ ນຳກັນສະໜັບສະໜູນກັນ,  ການ ເຝິກເປັນຜູ້ນຳເພື່ອພັດທະນາທີ່ຈະນຳມາສ້າງຄວາມເຂັ້ມແຂງໃຫ້ກັບການບໍລິຫານ ທຸລະກິດຂອງຕົນເອງໄດ້, ສະນັ້ນ ການແບ່ງເວລາໃຫ້ ກັບທຸລະກິດຂອງຕົນເອງ ແລະ ສະ ມາຄົມຢ່າງດຸ່ນດ່ຽງຈຶ່ງເປັນການ ສ້າງວົງຈອນແຫ່ງການຮຽນຮູ້ໃນການພັດທະນາ.
ນອກຈາກນີ້ແລ້ວ ຍັງດຳເນີນ ທຸລະກິດບໍລິສັດການຢາ ແລະ ໄດ້ ຜ່ານຜ່າອຸປະສັກມາບໍ່ໜ້ອຍ ໃນນັ້ນ ໄດ້ຫັນທິດ ພັດທະນາໃຫ້ບໍລິສັດກາຍເປັນອົງການມືອາຊີບໃຫ້ຫຼາຍທີ່ສຸດ ແລະ ໃນປີ 2012 ກໍໄດ້ຕັດສິນ ໃຈເພີ່ມກິດ ຈະການໃນຂົງ ເຂດສາທາລະນະສຸກອີກເພື່ອຢາກເປັນ ສ່ວນໜຶ່ງໃນການຊ່ວຍເຫຼືອວຽກງານດັ່ງກ່າວກໍຄືເວດສະພົງ ຄລິນິກ (ພວກເຮົາເອົາໃຈ ໃສ່ທຸກທ່ານ ) ເຊິ່ງເປັນຄລິນິກກວດພະຍາດຄົບ ວົງຈອນ ເປີດບໍລິການແຕ່ວັນຈັນ- ເສົາ, ມີແພດໝໍທັງໝົດ20 ກວ່າຄົນ   ເຊິ່ງຕັ້ງຢູ່ຖະໜົນສີສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ການເຮັດທຸລະກິດກໍ່ຕ້ອງມີການປະເຊີນກັບອຸປະ ສັກແຕ່ລາວເຊື່ອວ່າເມື່ອເປັນນັກທຸລະກິດແລ້ວກໍຕ້ອງ ເບິ່ງໂອກາດທຸລະກິດໃໝ່ໃຫ້ອອກ ເບິ່ງຊ່ອງທາງທຸລະກິດໃຫ້ເຫັນ ແລະ ຕ້ອງມີຄວາມຮູ້ຄວາມສາ ມາດທີ່ຈະປ່ຽນໂອກາດນັ້ນໃຫ້ກາຍເປັນທຸລະກິດທີ່ປະສົບຜົນສຳເລັດ ໄດ້. ສຳລັບນັກທຸລະກິດແລ້ວເມື່ອ ເຖິງເວລາທີ່ຈະຕ້ອງປ່ຽນຈົ່ງກ້າທີ່ຈະຕັດສິນໃຈຍອມຮັບທີ່ຈະປ່ຽນ ກັບສະພາບການປ່ຽນແປງທີ່ດີຂຶ້ນ ເຖິງແມ່ນບາງຄັ້ງເຮົາຈະຢູ່ໃນສະ ຖານະການທີ່ຕ້ອງກົດດັນໃຫ້ມີ ການຕັດສິນໃຈກໍຕາມ, ສຳລັບນັກ ທຸລະກິດແລ້ວແມ່ນຕ້ອງກ້າໄດ້ກ້າ ເສຍ ແລະ ຍອມຮັບ ກຽມພ້ອມ ຮັບມືການປ່ຽນແປງທີ່ເກີດຂຶ້ນ, ອົງປະກອບຂອງນັກລົງທຶນທີ່ສຳ ຄັນບໍ່ໄດ້ຂຶ້ນກັບປັດໄຈຊັບສິນ, ສະ ຖານທີ່, ກຳລັງຄົນ ແລະ ຕະຫຼາດ ຕາມທີ່ເຄີຍຮຽນມາເໜືອສິ່ງອື່ນໃດທີ່ເຮົາບໍ່ເຄີຍໄດ້ຮຽນຢູ່ໃສມາກ່ອນ ແມ່ນໃຈທີ່ຕ້ອງໜັກແໜ້ນເດັດດ່ຽວ ເຂັ້ມແຂງ ແລະ ໝັ້ນຄົງ. ໃນນີ້ ສິ່ງ ສໍາຄັນແມ່ນຕ້ອງຮູ້ຈັກ ແລະ ເຂົ້າ ໃຈມູມມອງຂອງຕົນເອງໃຫ້ລະ ອຽດເລິກເຊິ່ງ, ຮູ້ໃນທັດສະນະມູມ ມອງຄວາມຄິດດ້ານການລົງທຶນ, ເບິ່ງເຫັນໂອກາດທາງດ້ານການຕະຫຼາດ ແລະ ຄຸນນະພາບທີ່ຢູ່ໃນຕົວ ເອງແບບໃດ, ມີຫຍັງໃນໂຕເຮົາທີ່ ຈະສາມາດຂັບເຂື່ອນພະລັງທີ່ບົ່ມ ຊ້ອນນັ້ນອອກມາໄດ້ເພືອຊ່ວຍໃຫ້ ເຮົາໄປເຖິງເປົ້າໝາຍຕາມທີ່ຫວັງໄວ້.

No comments:

Post a Comment