Ad

Ad

30 March 2015

ໂຕໂຍຕາ ນຳສະເໜີລົດເກັງລຸ້ນໃໝ່ລ່າສຸດຂອງຕົນ



     ໃນວັນທີ 27 ມີນາຜ່ານມາ, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ນຳ ສະເໜີລົດເກັງແຄມເມີລີ ຂະໜາດກາງລຸ້ນໃໝ່ລ່າສຸດ ທີ່ມີຮູບໂສມໃໝ່, ຫລູຫລາ ກວ່າເກົ່າ, ປະກອບດ້ວຍເທັກໂນໂລຢີທີ່ທັນສະໄໝ, ສະດວກສະ ບາຍໃນການນໍາ ໃຊ້, ເພີ່ມຄວາມໝັ້ນໃຈໃນການຂັບຂີ່ດ້ວຍລະບົບທີ່ປອດໄພລະດັບມາດຕະ ຖານ ສາກົນ, ຂຶ້ນທີ່ຮ້ານອາຫານມິກ (ນ້ຳພຸ), ນະຄອນຫລວງວຽງຈັນ, ໂດຍມີທ່ານ ກຳພົນ ເອກເມທີພັນ ຮອງປະທານຝ່າຍປະຕິບັດການສຳນັກງານເຂດລຸ່ມແມ່ນ້ຳຂອງ ຂອງບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ ແລະ ທ່ານຜູ້ອຳນວຍການຝ່າຍການຕະຫລາດສຳນັກງານດັ່ງກ່າວ, ພ້ອມ ດ້ວຍບັນດາລູກຄ້າຂອງໂຕໂຍຕາເຂົ້າຮ່ວມເປັນຈໍານວນຫລາຍ.
     ທ່ານຮອງປະທານຝ່າຍປະຕິບັດການ ກ່າວວ່າ: ລົດໂຕໂຍຕາ ແຄມເມີລີເປັນລົດທີ່ປະສົບຜົນສຳເລັດສູງສາມາດຄອງ ຜູ້ນຳຕະຫລາດລົດເກັງຂະໜາດກາງ ແລະ ໄດ້ຮັບຄວາມນິຍົມຢ່າງແຜ່ຫລາຍໃນສັງຄົມ, ເຊິ່ງມີຍອດຂາຍມາແລ້ວຫລາຍກວ່າ 14 ລ້ານຄັນ ໃນທົ່ວໂລກ.

     ທ່ານຜູ້ອໍານວຍການຝ່າຍການຕະຫລາດສໍານັກງານເຂດແມ່ນໍ້າຂອງ ຂອງບໍລິສັດດັ່ງກ່າວໃຫ້ຮູ້ອີກວ່າ: ລົດແຄມເມີລີ ລຸ້ນນີ້, ຖືກສ້າງຂຶ້ນບົນພື້ນຖານແນວຄວາມຄິດໃໝ່ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຂັບຂີ່ໄດ້ເປັນຢ່າງດີ, ໂດຍການອອກແບບທີ່ໂດດເດັ່ນລ້ຳສະໄໝ, ປະສົມປະສານລະຫວ່າງຄວາມສະຫງ່າງາມ ແລະ ຄວາມທັນສະ​ ​ໄໝ ພາຍ ນອກຕົບແຕ່ງດ້ວຍສະປອດ, ພາຍໃນກວ້າງຂວາງ. ສຳລັບຜູ້ທີ່ສົນໃຈສາມາດເຂົ້າໄປສຳພັດກັບແຄມເມີລີ ຮຸ່ນໃໝ່ໄດ້ທີ່ສູນຈຳ ໜ່າຍລົດໂຕໂຍຕາ 6 ສາຂາໃນທົ່ວປະເທດລາວ.

No comments:

Post a Comment