Ad

Ad

2 March 2015

ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ IV ເລີ່ມຂຶ້ນແລ້ວ



ມື້ວານນີ້ (ວັນທີ 1 ມິຖຸນາ 2015) ແມ່ນມື້ເລີ່ມຕົ້ນຂອງການສຳ ຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ IV ໃນຂອບເຂດທົ່ວປະເທດດ້ວຍບັນຍາກາດ ອັນຟົດຟື້ນຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຂໍ້ຕົກລົງຂອງນາຍົກລັດ ຖະມົນ ຕີແຫ່ງ ສປປ ລາວ ສະບັບເລກ ທີ 89/ນຍ, ລົງວັນທີ 11/9/2013 ໂດຍທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະ ກິດມະ ຫາພາກ ແລະ ບໍລິການ, ຫົວໜ້າຄະນະຊີ້ນຳການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສລະ ດັບຊາດໄດ້ລົງກວດກາແຜນລົງສຳຫລວດບາງຈຸດໃນນະຄອນຫລວງວຽງຈັນໃນວັນທີ 1 ມີນາ 2015 ເຊິ່ງ ບາງຕອນທ່ານໄດ້ກ່າວເນັ້ນວ່າ: ນີ້ແມ່ນການສຳຫລວດໃຫຍ່ໃນການຈົດນັບພົນລະເມືອງທຸກຄົນລວມທັງ ເງື່ອນໄຂ ແລະ ສະພາບການເປັນ ຢູ່ຂອງພົນລະເມືອງລາວເພື່ອໃຫ້ມີຂໍ້ມູນສະໜອງໃຫ້ແກ່ການສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການວາງແຜນນະໂຍບາຍທາງດ້ານປະຊາກອນ ແລະ ຕິດຕາມເປົ້າໝາຍສະຫັດສະວັດ ແຫ່ງການພັດທະນາ
ແລະ ຍັງແມ່ນ ຄວາມຈຳເປັນຢ່າງພາວະວິໄສ ເພາະເປັນພຽງແຫລ່ງດຽວເທົ່ານັ້ນທີ່ຈະສະໜອງຂໍ້ມູນດ້ານເສດຖະກິດ-ສັງ ຄົມໄດ້ເຖິງລະດັບຂັ້ນບ້ານທີ່ຈະເປັນພື້ນຖານໃຫ້ແກ່ການນຳທ້ອງ ຖິ່ນໄດ້ນຳໃຊ້ເຂົ້າໃນການວາງ ແຜນນະໂຍບາຍແກ້ໄຂຄວາມ ທຸກຍາກກໍຄືວຽກງານ 3 ສ້າງ ແລະ ທັງເປັນການປະກອບສ່ວນເຂົ້າໃນຂະບວນການສຳຄັນຕ່າງໆຂອງພາກພື້ນ ແລະ ສາກົນ ອີກດ້ວຍ ແລະ ຈະເປັນຖານຂໍ້ມູນພື້ນຖານ ໃຫ້ແກ່ການສຶກສາທາງດ້ານປະ ຊາກອນ, ອັດຕາການຮຽນຮູ້ໜັງ ສື, ການບໍລິ ຫານດ້ານສຸຂະພາບ, ຄຸນລັກສະນະຂອງທີ່ຢູ່ອາໄສ, ອັດ ຕາການເກີດ, ການຕາຍ, ອາຍຸສະ ເລ່ຍຂອງຍິງ-ຊາຍ, ສະໜອງຂໍ້ມູນ ແຮງງານ, ອັດຕາການມີວຽກເຮັດງານທຳ ແລະ ການຍົກຍ້າຍ ຂອງປະຊາກອນອື່ນໆອີກ. ພ້ອມຈະເປັນບ່ອນອີງໃຫ້ແກ່ວຽກງານຄຸ້ມຄອງບໍລິຫານ ແລະ ພັດທະ ນາຊັບພະຍາກອນມະນຸດ, ການຕິດຕາມກວດກາ, ຕີລາຄາ ແລະ ຕີລາຄາການຈັດຕັ້ງປະຕິບັດບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຕ່ລະໄລຍະ ແລະ ເປັນບ່ອນອີງໃຫ້ແກ່ການຕີລາຄາບັນລຸເປົ້າໝາຍສະ ຫັດສະວັດແຫ່ງການພັດທະນາປີ 2015, ຄາດໝາຍສູ້ຊົນໃຫ້ປະ ເທດຫລຸດພົ້ນອອກຈາກພາວະດ້ອຍພັດທະນາ ໃນປີ 2020.
ການສຳຫລວດພົນລະເມືອງ ເທື່ອນີ້ກໍເພື່ອຈົດນັບເອົາພົນລະເມືອງທຸກຄົນລວມທັງຊາວຕ່າງດ້າວ, ຊາວຕ່າງ ປະ ເທດ, ຄົນບໍ່ມີສັນຊາດທຸກຄົນ ແລະ ທຸກຄົວ ເຮືອນທີ່ຢູ່ເປັນປະຈຳໃນ ສປປ ລາວ ໂດຍຄາດວ່າຈະໃຊ້ເວລາ ການສຳ ຫລວດໄປຮອດວັນທີ 7 ມີ ນານີ້ ໂດຍໄດ້ໃຊ້ນັກເດີນສຫຼວດ ແລະ ກວດກາທັງໝົດປະມານ 20.000 ກວ່າຄົນ.
 ໂອກາດດຽວກັນນີ້ ທ່ານ ຮອງນາຍົກ, ລັດຖະມົນຕີໄດ້ຮຽກຮ້ອງມາຍັງນັກເດີນສຳຫລວດ, ນັກກວດກາ ແລະ ພະນັກ ງານທີ່ຖືກມອບໝາຍວຽກງານສຳຄັນນີ້ ຈົ່ງພ້ອມກັນປະຕິບັດໜ້າທີ່ທີ່ມີກຽດ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມ ອົດທົນຜ່ານຜ່າຄວາມຫຍຸ້ງຍາກທຸກປະການເພື່ອເຮັດໃຫ້ການເດີນສຳຫລວດຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້. ພ້ອມນີ້ ທ່ານ ຍັງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຕັ້ງໜ້າປະກອບສ່ວນເຂົ້າໃນ ການຮັກ ສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫລອດໄລຍະຂອງການດຳເນີນບັ້ນສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ IV ໃຫ້ສຳເລັດຜົນເປັນຢ່າງດີ.

No comments:

Post a Comment