Ad

Ad

27 April 2015

ເກີດເຫດລົດໂດຍສານ ຕຳຄົນຍ່າງຢູ່ຕໍ່ໜ້າຄິວລົດສາຍໃຕ້ ເສຍຊີວິດ 1 ຄົນ



     ເຈົ້າໜ້າທີ່ກອງຄະດີ ພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ ປະມານ 8:30 ຂອງວັນທີ 24 ເມສາຜ່ານມາ, ຢູ່ຖະໜົນໄກສອນ ພົມວິຫານ, ເຂດບ້ານຊ້າງຄູ່ (ຕໍ່ໜ້າຄີວລົດ ສາຍໃຕ້), ເມືອງໄຊທານີ, ນະຄອນ ຫລວງວຽງຈັນ, ໄດ້ມີລົດໂດຍສານສອງແຖວ ໝາຍເລກທະບຽນ ກດ1803 ກຳແພງນະຄອນ ຂັບຂີ່ໂດຍທ້າວ ເມກສະຫວັນ, ອາຍຸ 26 ປີ, ຢູ່ບ້ານໜອງບົວ ທອງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ພ້ອມຜູ້ໂດຍສານອີກ 9 ຄົນທີ່ນັ່ງມານຳ, ໄດ້ແລ່ນມາ ແຕ່ທາງ 4 ແຍກໄຟແດງດົງໂດກ, ດ້ວຍຄວາມໄວ ເພື່ອໄປສົ່ງຜູ້ໂດຍສານຢູ່ໃນຄີວລົດສາຍໃຕ້, ແຕ່ມາຮອດຈຸດເກີດເຫດໄດ້ແຊງຂວາ ຂອງລົດທີ່ຢູ່ທາງໜ້າ ແຕ່ບັງເອີນຢູ່ລຽບແຄມທາງເບື້ອງ ຂວານັ້ນມີຄົນກຳລັງຍ່າງໄປໃນທິດທາງດຽວກັນ 4 ຄົນ ຈຶ່ງເຮັດໃຫ້ ຄົນໂດຍສານຄັນດັ່ງກ່າວເບລກ ບໍ່ທັນຕຳເອົາທັງ 4 ຄົນດ້ວຍຄວາມແຮງ ຈຶ່ງເຮັດໃຫ້ທ້າວ ລ່າຍວັນ ຕຽບ, ອາຍຸ 45 ປີ,
ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່, ສ່ວນອີກ 3 ຄົນ ໄດ້ຮັບບາດເຈັບສົມຄວນ ແລະ ປັດຈຸບັນນີ້ ຜູ້ຂັບລົດຄັນດັ່ງກ່າວເຈົ້າໜ້າທີ່ໄດ້ກັກຕົວໄວ້ເພື່ອດຳເນີນ ຄະດີຕາມກົດໝາຍ. ເຖິງຢ່າງໃດກໍຕາມ ການຂັບຂີ່ລົດຢູ່ໃນເຂດຊຸມຊົນ ຫລື ຊົນນະບົດ ກໍໃຫ້ຂັບຂີ່ ດວ້ຍການມີສະຕິ, ລະວັງ, ນັບຖືກົດລະ ບຽບຈະລາຈອນໃຫ້ເຄັ່ງຂັດ ເພື່ອຫລຸດຜ່ອນອຸປະຕິເຫດທີ່ອາດຈະເກີດຂຶ້ນ.

No comments:

Post a Comment