Ad

Ad

23 April 2015

ເກີດອຸປະຕິເຫດລົດ​​ເສຍ​ຫລັກປີ້ນລົງຂ້າງ​ທາງເສຍ​ຊີວິດ 2 ຄົນ ​ແລະ ບາດ​ເຈັບ 7 ຄົນ



     ​ເຈົ້າ​ໜ້າ​ທີ່ ຈະລາຈອນ ​ແຂວງຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ໃນຕອນເຊົ້າຂອງວັນທີ 21 ເມສານີ້, ຢູ່​​​ເສັ້ນທາງ 16R, ເຂດ​ບ້ານຫ້ວຍ​ຕອງ ​ເມືອງປາກ​ຊ່ອງ ​ແຂວງຈຳປາ​ສັກ ​ໄດ້​ເກີດ​ເຫດ​ລົດ​ຮຸນ​ໃດ ໝາຍ​ເລກ​ທະບຽນ ກກ 9406 ​​ແລ່ນ​ອອກ​ຈາກ​ເມືອງ​ປາກ​ຊ່ອງ​ ມຸ້ງ​ໜ້າ​ໄປ​ທາງ​ແຂວງ​ອັດ​ຕະປື ​ດ້ວຍ​ຄວາມ​ໄວສູງ ເມື່ອ​ມາ​ຮອດ​ຈຸດ​ເກີດ​ເຫດຊຶ່ງ​ເປັນ​ທາງ​ໂຄ້ງ ຈຶ່ງ​ເຮັດ​ໃຫ້​ລົດ​ຄັນ​ດັ່ງກ່າວເສຍ​ຫລັກປີ້ນລົງ​ຂ້າງ​ທາງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນຄື: ທ້າວ ທອງ​ໃສ (ຄົນ​ຂັບ​ລົດ), ອາຍຸ 44 ປີ ​ແລະ ນາງ ​ແມນ ອາຍຸ 48 ປີ, ຢູ່​ບ້ານ​ຫ້ວຍ​ໂຈດ ​ເມືອງ​ປາກ​ຊ່ອງ ​ແຂວງຈຳປາ​ສັກ. ນອກ​ນັ້ນ ຍັງມີ​ຜູ້​ໂດຍສານ​ທີ່​ນັ່ງ​ມາ​ນຳ​ກັນໄດ້​ຮັບບາດ​ເຈັບ 7 ຄົນ. ດັ່ງ​ນັ້ນ ຈຶ່ງເຕືອນ​ໃຫ້​ທຸກ​ຄົນທີ່​ໃຊ້​ລົດ​ໃຊ້​ຖະໜົນ​ລະມັດ​ລະວັງ ​ເພື່ອຫລຸດຜ່ອນ​ການ​ເກີດ​ອຸປະຕິ​ເຫດທີ່ບໍ່ເພິງປາຖະໜາດັ່ງກ່າວ.

No comments:

Post a Comment