Ad

Ad

1 April 2015

ທະນາຄານ​ຮ່ວມ​ພັດທະນາສະຫລອງຄົບຮອບ 25 ປີ



     ໃນຄ່ໍາຄືນຂອງວັນທີ 30 ມີນາຜ່ານມາ, ທະນາຄານຮ່ວມພັດທະນາ (JDB) ​ໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງຄົບຮອບ 25 ປີຂອງຕົນ ຂຶ້ນຢູ່ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ​, ມີທ່ານ ດຣ. ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພະນັກງານ​ ​ແລະ ລູກຄ້າເຂົ້າຮ່ວມເປັນ ຈຳນວນຫລາຍ.
     ທ່ານເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາກ່າວວ່າ: ​​ທະນາຄານຮ່ວມພັດທະ ນາໄດ້​​ເປີດໃຫ້ບໍລິການ​​​ມາແລ້ວ 25 ປີ, ​​ພາຍ ຫລັງໄດ້ມີການມອບ-ຮັບເປັນຂອງເອກະຊົນລາວ 100% ຢ່າງເປັນທາງການໃນວັນທີ 18 ຕຸລາ 2012, ຕັ້ງແຕ່ນັ້ນມາ, ຜູ້ບໍລິຫານ ແລະ ພະນັກງານທຸກຄົນໄດ້ສຸມທຸກຄວາມພະຍາຍາມເພື່ອພັດທະນາທະນາຄານໃຫ້ມີຄວາມທັນສະໄໝ, ຜະລິດຕະພັນດ້ານການເງິນທີ່ຫລາກຫລາຍມາຮັບໃຊ້ສັງຄົມ, ທັງນີ້ເພື່ອເຮັດໃຫ້ການດຳເນີນທຸລະກິດການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ​ໃນ​​ໄລຍະ 2 ປີຜ່ານມາ, ການບໍລິຫານທຸລະກິດ​​ໄດ້ຮັບຜົນສຳເລັດໃນຂັ້ນເບື້ອງ
ຕົ້ນ, ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິ​ ​ແລະຊ່ວຍເຫລືອຈາກຂັ້ນເທິງ, ​ໂດຍສະເພາະກໍແມ່ນທະນາຄານແຫ່ງ ສປປ ລາວ, ພ້ອມກັນນີ້ ກໍຍ້ອນການສະໜູນສະໜູນຈາກບັນດາລູກຄ້າທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອ​​ໃຈຕໍ່ທະນາຄານພວກເຮົາຕະຫລອດມາ. ນອກຈາກນີ້ ກໍຈະມີການປັບປຸງແລະ ພັດທະນາທຸລະກິດໃຫ້ດີເລື້ອຍເພື່ອກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015ນີ້.
     ທ່ານ ສູນທອນ ຈັນທະວົງ ອຳນວຍການທະນາຄານຮ່ວມພັດທະນາໄດ້ກ່າວວ່າ: ​ເພື່ອສ້າງຄວາມເຊື່ອໝັ້ນໃນການບໍລິການ, ການສະໜອງທຶນຮອນສູ່ການຜະລິດທຸລະກິດແລະໃຫ້ເປັນທີ່ຍອມຮັບຂອງສັງຄົມ, ອັນເປັນການປະກອບ ສ່ວນສຳຄັນໃນການພັດທະນາເສດຖະກິດ​-ສັງຄົມແຫ່ງຊາດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຕາມຄາດໝາຍ ທີ່ພັກ-ລັດຖະບານ​​ວາງໄວ້, ພ້ອມກັນນີ້ ກໍຈະໃຫ້ບໍລິການທີ່ດີທີ່ສຸດຮັບໃຊ້ລູກຄ້າໃນທຸກລະດັບ, ທຸກຊັ້ນຄົນ ແລະ ຜູ້ປະກອບການຕ່າງໆໃຫ້ມີຄວາມສະດວກສະບາຍ​, ວ່ອງໄວແລະເປັນທີ່ປະທັບໃຈຂອງບັນດາລູກຄ້າທີ່ມາ​​ໃຊ້ບໍລິການນຳພວກເຮົາຢ່າງສະໝ່ຳສະເໝີ, ​ໂດຍສ່ອດຄ່ອງກັບຄຳຂັວນທີ່ວ່າ: “ທະນາຄານຮ່ວມພັດທະນາເຕີບໃຫຍ່ໄປພ້ອມກັນ”.
     ປັດຈຸບັນສຳນັກງານໃຫຍ່ທະນາຄານຮ່ວມພັດທະນາ ຕັ້ງຢູ່ຖະໜົນລ້ານຊ້າງ ບ້ານຫັດສະດີເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ມີພະນັກງານທັງໝົດ 400 ກວ່າຄົນ, ມີໜ່ວຍບໍລິການ  23 ໜ່ວຍ, ມີຕູ້ເອທີເອັມ 120 ຕູ້, ​ ​ມີບໍລິການສິນເຊື່ອ, ​ບໍລິການດ້ານເງິນຝາກ, ບໍລິການດ້ານຕ່າງປະເທດ, ​ວີຊາ, ເອທີເອັມ, ຕົວແທນຂາຍປະກັນໄພແລະ ບໍລິການດ້ານການເງິນອື່ນໆ.

No comments:

Post a Comment