Ad

Ad

8 April 2015

ນະຄອນຫລວງເພີ່ມທະວີຮັກສາຄວາມສະຫງົບປອດໄພໃນໂອກາດບຸນປີໃໝ່ລາວ ພສ 2558



     ກອງປະຊຸມຖະແຫລງຂ່າວຂອງເຈົ້າໜ້າທີ່ຕຳຫລວດ, ນະຄອນຫລວງວຽງຈັນ, ທີ່ໄດ້ຈັດຂຶ້ນໃນວັນທີ 7 ເມສານີ້, ຊຶ່ງນຳສະເໜີໂດຍທ່ານ ພັນໂທ ຢຸດຕະພົງ ສຸວັນ ນະສິງ ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2558, ທີ່ຈະໝູນວຽນ ມາບັນຈົບຄົບ ຮອບອີກວາລະໜຶ່ງ ໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນ, ຮັກສາໄດ້ວັດທະນະທຳ ແລະ ຮີດຄອງປະເພ ນີອັນດີງາມທີ່ເປັນເອກະ ລັກ ຂອງຊາດ, ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບ ຮຽບ ແລະ ຄວາມສະອາດຈົບງາມທົ່ວນະ ຄອນຫລວງວຽງຈັນ. ສະນັ້ນ ທາງພະແນກຕຳຫລວດຈະລາຈອນ ກໍຄືກະຊວງ ປ້ອງກັນຄວາມສະຫງົບ ຈຶ່ງໄດ້ຈັດຕັ້ງກຳລັງເຈົ້າ ໜ້າທີ່ຂອງຕົນຫລາຍກວ່າ 600 ສະຫາຍເຂົ້າປ້ອງກັນບຸນດັ່ງກ່າວຢ່າງຮັບ ປະກັນ ແລະ ພ້ອມນີ້ກໍໄດ້ອອກຂໍ້ຫ້າມຕ່າງໆຄື ຫ້າມຂາຍສິນຄ້າ ແລະ ອຸປະກອນ ທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈູດໝາກກະໂພກ, ບັ້ງໄຟດອກທຸກຊະນິດ, ບໍ່ໃຫ້ນຳໃຊ້ທາດລະເບີດ, ທາດເບື່ອເຄມີ ແລະ ວັດ ຖຸອອກລິດຕໍ່ສຸຂະ ພາບຈິດທີ່ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ; ຫ້າມໃຊ້ນ້ຳເປື້ອນ, ນ້ຳສີ, ນ້ຳຄັນຄາຍ, ນ້ຳກ້ອນໃສ່ຖົງຢາງຫົດ ຫລື ແກວ່ງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງຍົ້ວຍວນ, ສັ້ນເຂີນ, ຫລິ້ນການພະນັນທຸກຊະນິດ ແລະ ຫລິ້ນທ່ຽວແບບລາມົກອານາຈານຢ່າງເດັດຂາດ;
ຫ້າມລົງຫລິ້ນຢູ່ຫາດຊາຍ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ຫລື ສະຖານທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາຄວາມປອດໄພ, ເພື່ອເປັນການຫລີກເວັ້ນຕໍ່ສິ່ງທີ່ບໍ່ເພິ່ງປາຖະໜາອາດຈະເກີດຂຶ້ນ; ຫ້າມຂີ່ລົດເປັນພືງເປັນແພ, ແລ່ນລົດໄວເກີນຂອບເຂດ, ເວລາ ຂັບຂີ່ພາຫະນະທຸກຊະນິດແມ່ນ: ຫ້າມດື່ມສິ່ງມຶນເມົາ ແລະ ການຂັບຂີ່ພາຫະນະທຸກປະເພດໃຫ້ປະຕິບັດ ຕາມປ້າຍສັນຍານຈະລາ ຈອນຢ່າງເຄັ່ງຄັດ; ຫ້າມໃຊ້ທໍ່ຢາງຕໍ່ນ້ຳອອກມາຈາກເຮືອນ ເພື່ອຫົດນ້ຳຕາມທ້ອງຖະໜົນຢ່າງ ເດັດຂາດເພາະຈະສ້າງຄວາມແອອັດ, ກີດຂວາງການສັນຈອນ ແລະ ຫ້າມຫົດນ້ຳໃສ່ເຈົ້າໜ້າທີ່ໆກຳລັງປະຕິບັດໜ້າທີ່ຈັດ ສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງ ມີສະຕິລະວັງຕົວທຸກສະພາບການ, ລວມໄປເຖິງການ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງຮັບປະກັນ ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍທາງດ້ານ ສັງຄົມ, ຮັບປະກັນຄວາມປອດໄພ ແລະ ສິ່ງທີ່ສຳຄັນ ຈົ່ງຊ່ວຍກັນໂຄສະນາປຸກລະດົມມວນຊົນເຂົ້າຮ່ວມຂະບວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕື່ນຕົວປະຕິບັດຄຳສັ່ງແນະນຳ ແລະ ທຸກຂໍ້ກຳນົດຂອງການຫລີ້ນບຸນປີໃໝ່ລາວ ທີ່ທາງການໄດ້ອອກແຈ້ງການຢ່າງເຂັ້ມງວດ. ຖ້າຫາກມີຜູ້ລະເມີດຂໍ້ຫ້າມທີ່ກ່າວມາຂ້າງເທິງນີ້ ຈະຖືກກ່າວເຕືອນ ຫລື ດຳເນີນມາດຕະການທີ່ສົມຄູ່ກັບສະຖານການ ລະເມີດຝືນດື້ຂອງສ່ວນບຸກຄົນ, ກຸ່ມຄົນ ແລະ ນິຕິບຸກຄົນຢ່າງເດັດຂາດ.

No comments:

Post a Comment