Ad

Ad

24 April 2015

ລູກເຂີຍທໍລະພີຖືກແມ່ເຖົ້າແຈ້ງເຈົ້າໜ້າທີ່ຈັບຕົວຍ້ອນລັກເງິນ 30 ລ້ານກີບ



ຂ່າວ-ພາບ : ຫນັງສືພິມ ປກສ
    ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັບຕົວທ້າວໄຊຊະນະ ອາຍຸ 23 ປີຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນໃນຂໍ້ຫາລັກຊັບມາດຳເນີນຄະດີ, ພາຍຫລັງຜູ້ກ່ຽວໄດ້ ລັກປີນເຂົ້າ ເຮືອນນາງຄຳຮັກ, ຜູ້ເປັນແມ່ເຖົ້າຂອງຕົນຢູ່ບ້ານດົງຊຽງດີ ເມືອງນາຊາຍທອງນະ ຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 7 ມີນາ 2015, ໂດຍໄດ້ເງິນ 96 ພັນ ບາດ (ສະກຸນເງິນໄທ) ແລະ 4 ລ້ານກີບ ແລ້ວຫລົບໜີມາ ເຮືອນຂອງຕົນ ຈົນມາຮອດວັນທີ 18 ມີນາ 2015 ຈຶ່ງຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະ ດີຕາມລະບຽບກົດໝາຍ.
    ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວໄຊຊະນະ ຮັບສາລະພາບວ່າ: ໄດ້ແຕ່ງງານກັບນາງ ເບີ້ຍ ລູກ ສາວນາງ ຄຳຮັກ ແລະ ມາຢູ່ເຮືອນນຳແມ່ເຖົ້າໃນປີ 2014, ພໍຢູ່ໄດ້ປະມານປີໜຶ່ງຕົນກໍເລີ່ມພົວພັນກັບຢາເສບຕິດ ແລະ ມີການຜິດຖຽງ ກັບຄອບຄົວເປັນປະຈຳແລ້ວໄດ້ໜີອອກຈາກເຮືອນແມ່ເຖົ້າໄປໄລຍະໜຶ່ງ, ຈາກນັ້ນ ໄດ້ກັບຄືນມາເຮືອນ ແມ່ເຖົ້າ ແລະ ກໍ່ເຫດລັກຊັບຄືດັ່ງກ່າວ.

No comments:

Post a Comment