Ad

Ad

21 April 2015

ເຈົ້າໜ້າທີ່ເລັ່ງສືບສວນການຈົມນ້ຳຕາຍຂອງ 3 ແມ່ລູກ ຢູ່ບ້ານໜອງແວງ



     ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນກຳລັງເຈົ້າໜ້າທີ່ຂອງຕົນ ພວມເລັ່ງສືບ ສວນ-ສອບສວນຫາສາເຫດ ການຈົມນ້ຳຕາຍຂອງ 3 ແມ່ລູກຢູ່ບ້ານໜອງແວງ, ເມືອງຫາດຊາຍຟອງ, ນະ ຄອນຫລວງວຽງຈັນ, ຫລັງຊາວບ້ານຄົນໜຶ່ງ ອອກໄປຫາປາຢູ່ເຂດນັ້ນ ໄດ້ພົບ ສົບເດັກນ້ອຍຜູ້ຍິງຄົນໜຶ່ງທີ່ຟູຂຶ້ນຈາກໜອງນ້ຳ, ຢູ່ຫ່າງຈາກບ້ານ ດັ່ງ ກ່າວປະມານ 300 ແມັດ ແລ້ວຊາຍຄົນນັ້ນໄດ້ແລ່ນກັບໄປບອກຊາວບ້ານ ເພື່ອມາຊ່ວຍກັນລົງໄປ ເອົາຊາກສົບດັ່ງກ່າວຂຶ້ນມາ ແຕ່ເມື່ອລົງໄປໃນໜອງຊ້ຳພັດ ພົບອີກ 2 ສົບທີ່ຍັງຈົມ ຢູ່ໃນພື້ນນ້ຳ ຈຶ່ງຊ່ວຍກັນນຳເອົາຂຶ້ນມາ ແລະ ຮູ້ວ່າ: ທັງ 3 ຄົນ ເປັນແມ່ ລູກກັນຄື: ຜູ້ເປັນແມ່ຊື່ ນາງ ສົມຈິດ ດວງ ວິໄລ, ອາຍຸ 28 ປີ, ລູກທັງສອງຄົນຊື່ ນາງ ມີນາ, ອາຍຸ 4 ປີ ແລະ ທ້າວ ປຸກກີ້ ອາຍຸ 3 ປີ, ຢູ່ບ້ານດັ່ງກ່າວ, ຄາດວ່າທັງ 3 ຄົນແມ່ນໄດ້ຈົມນ້ຳຕາຍຕັ້ງແຕ່ວັນທີ 17 ເມສາຜ່ານມາ, ປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຫາສາເຫດ ຂອງການຈົ່ມນ້ຳຕາຍຂອງສາມແມ່ລູກດັ່ງກ່າວ.

No comments:

Post a Comment