Ad

Ad

29 April 2015

ໄທຍຶດງາຊ້າງ 3 ໂຕນ ປາຍທາງແມ່ນປະເທດລາວ



ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ເມສານີ້ວ່າ: ເຈົ້າໜ້າທີ່ໄທສາມາດ ກວດຍຶດງາຊ້າງໄດ້ຫຼາຍກວ່າ 3 ໂຕນ ມູນຄ່າຫຼາຍກວ່າ 50 ຕື້ກີບ ມີປາຍທາງ ທີ່ປະເທດລາວ.
ງາຊ້າງຈຳນວນນີ້ປົນມາກັບໃບຊາສະແດງເອກະສານເປັນໃບຊາຈຳນວນ 11,000 ກິໂລກະລາມ ຕົ້ນທາງຈາກປະເທດເຄນຢາ ທີ່ເຈົ້າໜ້າທີ່ໄທກວດຍຶດ ໄດ້ແມ່ນ ຈາກຕູ້ຄອນເທນເນີ ທີ່ມາກັບເຮືອ  RHL FELICITAS ເຂົ້າມາພັກທີ່ ແຫຼມສະບັງ ປະເທດໄທ ເພື່ອກຽມສົ່ງມາຍັງປະເທດລາວ.
ທ່ານ ພົນເອກ ສະເຫຼີມກຽດ ສີວໍຣະຂານ ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ (ໄທ) ກ່າວວ່າ : ງາຊ້າງຈຳນວນ ນີ້ຖືເປັນລາຍທີ 2 ໃນອາທິດ ໂດຍໄດ້ປະສານກັບກົມພາສີ ແລະ ກົມອຸທະຍານແຫ່ງຊາດສັດປ່າ ແລະ ພັນພືດ (ຂອງໄທ) ກວດສອບບໍລິ ສັດຮັບ-ສົ່ງສິນຄ້າຜ່ານແດນ ທັງຈາກປະເທດໄທ ແລະ ບໍລິສັດຂົນສົ່ງໃນປະເທດລາວພ້ອມ ປະສານຕຳ ຫຼວດສາກົນຕິດຕາມຈັບກຸ່ມນາຍທຶນທີ່ຢູ່ເບື້ອງຫຼັງ ແລະ ເອົາງາຊ້າງທັງໝົດໄປກວດດີເອນເອ ພ້ອມສືບສວນຂະ ຫຍາຍຜົນຫາຂະບວນການຄ້າງາຊ້າງເຫຼົ່ານີ້ຕໍ່ໄປ.

No comments:

Post a Comment