Ad

Ad

6 April 2015

ລາວ​ໂທລະຄົມເປີດ​ໃຫ້ບໍລິການ 4G ຢ່າງເປັນທາງການ



ພິທີ​ເປີດ​ກາ​ນບໍລິການ​ລະບົບ 4​G ຂອງ​ລາວ​ໂທລະ​ຄົມ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ ຢູ່ເມືອງປາກເຊ ແຂວງ ຈຳປາສັກ ​ໂດຍ​ການ​ເຂົ້າຮ່ວມຂອງ ທ່ານ ດຣ. ບຸນຖອງ ດີວິໄຊ   ​ເຈົ້າ​ແຂວງ   ແລະ   ທ່ານ ດຣ. ທັນ ສະໄຫມ ກົມມະສິດ   ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ,  ພ້ອມ​ນັ້ນກໍ​ມີ​ຜູ້ອຳນວຍການ​ໃຫຍ່​ລາວ​ໂທລະ​ຄົມ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ  ຮ້ານຕົວແທນຈຳຫນ່າຍຂອງ ລາວໂທລະຄົມເຂົ້າຮ່ວມຢ່າງພ້ອມພຽງ.
ລາວໂທລະຄົມ ເປັນຜູ້ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມຢ່າງເຕັມຮູບແບບ ໃນ ສປປ ລາວ ມາຍນານກວ່າ 18 ປີແລ້ວ ແລະ ທັງເປັນຜູ້ນຳໃນການໃຫ້ບໍລິການທາງດ້ານ Data ໂດຍການຂະຫຍາຍ​ເຄື່ອຂ່າຍ​ພື້ນ​ທີ່​ໃຫ້​ກວ້າງ ຂວາງ ແລະ ຄວບຄຸມຄຸນນະພາບການບໍລິການ​ໃຫ້​ມີມາດຕະຖານ ​ແລະ ​ໄດ້ພັດທະນາທາງດ້ານເທັກນິກດ້ວຍ, ການນໍາ​ເອົາ​ເຕັກ​ໂນ​ໂລ​ຢີ​ໃໝ່ໆ​ເຂົ້າ​ມາ​ນໍາ​ໃຊ້ທັງ​ນີ້​ກໍເພື່ອ​ເປັນ​ການປະກອບສ່ວນ​ເຂົ້າ​ໃນ​ການສ້າງສາ ​ແລະ ​ພັດທະນາ​ປະ​ເທ​ດຊາດ​ໃຫ້​ກ້າວຫນ້າ​ຂະ ຫຍາຍຕົວເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້  ​ແລະ ຮອງ​ຮັບ​ການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນ​ທ້າຍ​ປີ 2015 ນີ້​ມີ​ຜົນສຳ​ເລັດ.

          ລາວໂທລະຄົມ ເປີດໃຫ້ບໍລິການ 4G LTE ມາແຕ່ທ້າຍປີ  2012 ເພື່ອຮັບໃຊ້ກອງປະຊູມສຸດຍອດອາເຊັມ ຄັ້ງທີ 9 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໂດຍມີພື້ນທີ່ໃຫ້ບໍລິການໃນນະຄອນຫລວງເບື້ອງຕົ້ນ 20 ຈຸດ ແລະ ໄດ້ເພີ່ມຂຶ້ນເປັນ 80 ຈຸໃນປະຈູບັນ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າທີ່ນັບ​ມື້ເພີ່ມຫລາຍຂຶ້ ​ແລະ ການ​ເປີດ​ນຳ​ໃຊ້ 4G ຢ່າງ​ເປັນ​ທາງ​ການ​ໃນມື້ນີ້ກໍເປັນມື້ຫນຶ່ງທີ່ມີຄວາມຫມາຍສຳຄັນຢ່າຍິ່ງ  ໃນວການໃຫ້ບໍລິການດ້ານໂທລະຄົມມະນາຄົມຂອງລາວ ​ໃຫ້​ກວ້າງຂວາງ,​​ ໂດຍ​ສະ​ເພາະ​ແມ່ນ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ນຳ​ໃຊ້​ລະ​ບົ 4G ແຂວງຈຳປາສັກນີ້ ເຊິ່ງໃນເບື້ອງຕົ້ນພື້ນທີ່ໃຫ້ບໍລິ ການ 30 ຈຸດ ເພື່ອລູກຄ້າ ແລະ ພໍ່ແມ່ປະຊາຊົນ ໄດ້ສຳຜັດກັບປະສົບການທີ່ເຫນືອລະດັບໃນການໃຫ້ບໍລິການ Data 4G  ຂອງ ລາວ ໂທລະຄົມ​ ແລະ ຍັງຈະສືບຕໍ່ຂະຫຍາຍພື້ນທີ່ວບຄຸມພາຍໃນແຂວງໃຫ້ຫລາຍຂຶ້ນ ນອກຈາກແຂວງຈຳປາສັກ ແລ້ວ ຍັງໄດ້ສືບຕໍ່ຂະຫຍາຍໄປຍັງແຂວງອື່ນໆອີກ ເພື່ອສາມາດຕອບສະຫນອງກັບຄວາມຕ້ອງການຂອງລູກຄ້າໃຫ້ໄດ້ນຳໃຊ້ ເທັກໂນໂລຊີທີ່ທັນສະໄຫມວ່ອງໄວ ແລະ ທຽບເທົ່າກັບສາກົນ.  ລັບລູກຄ້າທ່ານໃດທີ່ສົນໃຈ ສາມາດເຂົ້າໄປທົດລອງນຳໃຊ້ ແລະ ເປີດນຳໃຊ້ບໍລິການ 4G ໄດ້ ທີ່ສູນບໍລິການລູກຄ້າຂອງລາວ ໂທລະຄົມໄດ້.

No comments:

Post a Comment