Ad

Ad

24 April 2015

ຜົນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-ອາ​ຟຣິກາ ​ເພື່ອ​ສະ​ເຫລີ​ມສະຫລອງ​ກອງ​ປະຊຸມອາຊີ-ອາຟຣິກາ ຄົບຮອບ 60 ປີ



     ກອງປະຊຸມສຸດຍອດອາຊີ-ອາຟຣິກາເພື່ອສະເຫລີມສະຫລອງຄົບຮອບ 60 ປີ, ຂອງການປະຊຸມອາຊີ-ອາຟຣິກາ ປີ 1955 ​ແລະ ຄົບຮອບ 10 ຂອງການຈັດຕັ້ງປະຕິ ບັດການເປັນຄູ່ຮ່ວມຍຸດທະສາດໃໝ່ລະຫວ່າງສອງທະວີບອາຊີ-ອາຟລິກາໄດ້ຈັດຂຶ້ນລະຫວ່າງວັນທີ 19-24 ​ເມສານີ້, ຢູ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ. ຕາງໜ້າໃຫ້ລັດ ຖະບານແຫ່ງ ສປປ ລາວ, ​ໂດຍແມ່ນທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ​ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ງກ່າວ. ພາຍຫລັງກອງປະຊຸມສຸດຍອດໄດ້ມີການຈັດຕັ້ງພິທີສະເຫລີມສະຫອງຄົບຮອບ 60 ປີ ຂອງກອງປະຊຸມສຸດຍອດອາຊີ​-ອາຟຣິກາ ຂຶ້ນໃນວັນທີ 24 ​ເມສານີ້, ທີ່ເມືອງບັນດຸງ ປະເທດອິນໂດເນ​​ເຊຍ, ​ເຊິ່ງເປັນສະຖານທີ່ປະຫວັດສາດ ທີ່ກອງ
ປະຊຸມອາຊີ-ອາຟຣິກາ, ​ໄດ້ຖືກຈັດຕັ້ງຂຶ້ນໃນເດືອນເມສາ 1955. ​ເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງດັ່ງກ່າວໃນຄັ້ງນີ້ ປະກອບມີຄະນະຜູ້ແທນຂັ້ນສູງຈາກສອງທະວີບ ລວມທັງໝົດ 93 ຄະນະ, ​ໃນນັ້ນມີປະມຸກລັດແລະ ຫົວ ໜ້າລັດຖະບານ 24 ທ່ານ, ຮອງປະທານນາທິບໍດີແລະ ຮອງນາຍົກລັດຖະມົນຕີ 13 ທ່ານແລະ ລັດຖະມົນຕີຕ່າງປະເທດ 44 ທ່ານແລະ ຜູ້ຕາງໜ້າພິເສດຂອງລັດຖະບານອີກຈຳນວນໜຶ່ງ.
     ກອງປະຊຸມຄັ້ງນີ້ໄດ້ດຳເນີນພາຍໃຕ້ຫົວຂໍ້: “ ຮັດແໜ້ນການຮ່ວມມືໃຕ້-​ໃຕ້ເພື່ອສົ່ງເສີມສັນຕິພາບແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ”, ຊຶ່ງມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງໂລກ​​ໃນປັດຈຸບັນ, ​ໂດຍສເພາະການຢ້ຳຄືນເຖິງເນື້ອໃນຈິດໃຈຂອງຖະແຫລງການບັນດຸງ ປີ 1955 ກໍຄືການສ້າງຄວາມສາມາດແລະ ຄວາມກຽມພ້ອມເພື່ອສືບຕໍ່ຮ່ວມກັນແກ້ໄຂແລະ ຮັບມືກັບບັນຫາແລະ ສິ່ງທ້າທາຍທີ່ພົ້ນເດັ່ນຕ່າງໆ ທີ່ພວມເກີດຂຶ້ນໃນໂລກໃນປັດຈຸບັນ. ​ໃນກອງປະຊຸມສຸດຍອດຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ຂຶ້ນກ່າວຄຳປາໄສໂດຍໄດ້ທົບທວນຄືນສະພາບການເມືອງ ພາກພື້ນແລະ ສາກົນ ທີ່ພົ້ນເດັ່ນຕະຫລອດ 60 ປີທີ່ຜ່ານມາ, ນັບແຕ່ມີການຮັບຮອງເອົາຖະແຫລງການບັນດຸ ​​ໂດຍສະເພາະສະພາບການເມືອງພາຍໃນຂອງລາວ ພາຍຫລັງທີ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນແລະໄດ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ, ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ຕະຫລອດໄລຍະຜ່ານມາ ເນື້ອໃນຈິດໃຈ ຂອງຖະແຫລງການບັນດຸງ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງ ທັງເປັນການປຸກລະດົມ ຈິດໃຈອັນໃຫຍ່ຫລວງ ໃຫ້ແກ່ການປະຕິວັດລາວ ຈົນສາມາດຍາດໄດ້ຜົນສຳເລັດອັນ ໃຫຍ່ຫລວງ ກໍຄືການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ເຮັດໃຫ້ປະເທດຊາດມີຄວາມສະຫງົບສະຕິ, ປະຊາຊົນ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ພົນລະເມືອງລາວທຸກຄົນມີສິດສະເໝີພາບ ເທົ່າທຽມກັນ ທັງມີໂອກາດໄດ້ພັດທະນາຕົນເອງກ້າວຂຶ້ນ ຄຽງຄູ່ກັບການສ້າງສາພັດທະ ນາປະເທດຊາດ. ໃນກອງປະຊຸມສຸດຍອດອາຊີ-ອາຟຣິກາຄັ້ງນີ້ ບັນດາຜູ້ນຳທັງສອງ ທະວີບໄດ້ຮັບຮອງເອົາເອກະສາສຳຄັນ 3 ສະບັບຄື: ຖະແຫລງການບັນດຸງ 2015, ຖະ ແຫລງການວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດໃໝ່ ລະຫວ່າງອາຊີ-ອາຟຣິກາ ແລະ ຖະແຫລງການກ່ຽວກັບປາແລັດສະຕິນ. ໃນໂອກາດດັ່ງກ່າວນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີໂອກາດພົບປະສອງຝ່າຍກັບປະເທດເພື່ອນມິດຈຳນວນໜຶ່ງເຊັ່ນ: ສປ ຈີນ, ຍີ່ປຸ່ນ, ອິນເດຍ ແລະ ໂຮນລັງ ເພື່ອເປັນການແລກປ່ຽນທັດສະນະກ່ຽວກັບການພົວພັນ ຮ່ວມມືໃນເວທີສາກົນ ແລະ ການຮ່ວມມືສອງຝ່າຍ.
     ກອງປະຊຸມສຸດຍອດອາຊີ-ອາຟຣິກາໃນປີ 1955 ຖືເປັນເຫດການສຳຄັນທາງດ້ານປະຫວັດສາດແລະການເມືອງຂອງໂລກ, ຊຶ່ງກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ ຖະແຫລງການບັນດຸງ ທີ່ກຳນົດ 10 ຫລັກການພື້ນຖານເພື່ອປົກປັກຮັກສາສັນຕິພາບແລະ ຢູ່ຮ່ວມກັນໂດຍສັນຕິ, ​ເຊິ່ງໄດ້ກາຍເປັນຫລັກການພື້ນຖານຂອງການພົວພັນແລະ ການຮ່ວມມືສາກົນ, ​ໂດຍສເພາະລະຫວ່າງບັນດາປະເທດກຳລັງພັດທະນາ, ​ເຊິ່ງນຳມາສູ່ການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມໃນປີ 1961 ​ແລະ ການຮ່ວມມື​​ໃຕ້-​ໃຕ້.

No comments:

Post a Comment