Ad

Ad

20 April 2015

7 ມື້ໃນໄລຍະບຸນປີໃໝ່ມີອຸປະຕິເຫດເກີດຂຶ້ນ 325 ກໍລະນີ, ມີຜູ້ເສຍຊີວິດ 45 ຄົນ



     ນັບແຕ່ວັນທີ 12-18 ເມສານີ້, ເຊິ່ງເປັນໄລຍະຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2558 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 325 ກໍລະນີ, ສົ່ງຜົນໃຫ້ມີຄົນເສຍຊີວິດ 45 ຄົນ, ຖ້າທຽບໃສ່ໃນໄລຍະດຽວກັນຂອງ ປີຜ່ານ ມາເຫັນວ່າມີຈຳນວນເພີ່ມຂຶ້ນ 10 ກໍລະນີ ແລະ ມີຜູ້ເສຍຊີວິດເພີ້ມຂຶ້ນ 6 ຄົນ, ແຕ່ຈຳນວນພາຫະນະເປ່ເພ ແລະ ຜູ້ໄດ້ຮັບບາດເຈັບແມ່ນມີອັດຕາຫລຸດລົງ, ໃນນີ້, ສະເພາະນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິເຫດຫລາຍກວ່າແຂວງອື່ນໆ ແມ່ນມີ 52 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ, ຮອງລົງມາແມ່ນແຂວງຈຳປາສັກ 51 ກໍລະນີ, ເສຍຊີວິດ 5 ຄົນ ແລະ ແຂວງທີ່ມີອຸປະຕິເຫດເກີດຂຶ້ນໜ້ອຍແຕ່ມີຜູ້ເສຍຊີວິດຫລາຍ ແມ່ນແຂວງໄຊຍະບູລີ 7 ກໍລະນີ, ເສຍຊີວິດ 5 ຄົນ, ແຂວງບໍລິຄຳໄຊ 21 ກໍລະນີ, ເສຍຊີວິດ 5 ຄົນ. ນອກຈາກນີ້ ແຂວງທີ່ບໍ່ມີຄົນເສຍ ຊີວິດ ຈາກອຸປະຕິເຫດ ມີ 5 ແຂວງຄື: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ເຊກອງ ແລະ ແຂວງອັດຕະປື ແລະ ສ້າງຄວາມເສຍຫາຍ ຫລາຍສົມຄວນ.

     ເຈົ້າໜ້າທີ່ກົມຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໄລຍະ 7 ວັນຂອງບຸນປີໃໝ່ລາວປີນີ້, ເຈົ້າໜ້າທີ່ ທຸກຄົນໄດ້ສຸມໃສ່ການຕັ້ງຈຸດກວດກາເປັນຕົ້ນ ຄວບຄຸມທາດເຫລົ້າ, ການຂັບຂີ່ລົດດ້ວຍຄວາມໄວ, ກວດເອກະສານຕ່າງໆ ທັງນີ້ກໍເພື່ອ ປ້ອງກັນຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ທີ່ຈະຕາມມາ, ພ້ອມນີ້ ຍັງເຫັນວ່ານັກ ຂັບຂີ່ທຸກຄົນແມ່ນມີສະ ຕິລະວັງຕົວຫລາຍຂຶ້ນ, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ່ງ ຄັດ, ແຕ່ຍັງມີບາງຈຳນວນທີ່ຍັງເມີນເສີຍ ແລະ ປະໝາດ ຈຶ່ງເຮັດໃຫ້ມີອຸປະຕິເຫດຮ້າຍ ແຮງເກີດຂຶ້ນຕາມລຳດັບ. ດັ່ງນັ້ນ ຖ້າພວກເຮົາທຸກຄົນເອົາໃຈໃສ່ໃນການປະຕິບັດກົດລະ ບຽບໃຫ້ເຂັ້ມງວດ ອຸປະຕິເຫດກໍສາມາດຫລຸດລົງໄດ້ເຊັ່ນກັນ.
     ໃນຂະນະດຽວກັນ ຢູ່ນະຄອນຫລວງວຽງຈັນ ຍັງໄດ້ເກີດມີອັກຄີໄພໄຟ​ໄໝ້ ເຮືອນປະຊາຊົນ 3 ຄັ້ງຄື: ໃນວັນທີ 13 ເມສາ ຢູ່ບ້ານວັດໄຕ ເມືອງສີໂຄດຕະບອງ ລວມມູນຄ່າເສຍຫາຍຫລາຍກວ່າ 250 ລ້ານກີບ, ໃນມື້ຕໍ່ມາ ເກີດຂຶ້ນຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ມູນຄ່າເສຍຫາຍ 28 ລ້ານກີບ ແລະ ໃນວັນທີ 15 ເມສາ, ໄດ້ເກີດຢູ່ບ້ານດອນແດງ ເມືອງຈັນທະບູລີ ເສຍຫາຍຫລາຍກວ່າ 250 ລ້ານກີບ, ໂຊກດີເຫດການທັງໝົດບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ. ດັ່ງນັ້ນ ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ ຈຶ່ງເຕືອນມາຍັງປະຊາຊົນທຸກຄົນ ຈົ່ງມີສະຕິໃນການຊົມໃຊ້ຟືນໄຟທຸກຄັ້ງແມ່ນໃຫ້ດັບມອດກ່ອນຈຶ່ງອອກຈາກບ້ານ ແລະ ການຈູດທູບບູຊາກໍເຊັ່ນດຽວກັນ ຫລັງຈາກສຳເລັດການກາບໄຫວ້ກໍໃຫ້ດັບມອດທັນທີ ເພື່ອປ້ອງກັນການເກີດອັກຄີໄພ.

No comments:

Post a Comment