Ad

Ad

23 April 2015

ສານນະຄອນຫລວງຕັດສີນລົງໂທດຊາວຕ່າງປະເທດຈຳຄຸກ 7 ປີຂໍ້ຫາທຳຮ້າຍຮ່າງກາຍ



ຂ່າວ-ພາບ ຫນັງສືພິມ ປກສ
   ໃນວັນທີ 21 ເມສານີ້, ສານປະຊາຊົນນະຄອນຫລວງວຽງຈັນ,ໄດ້ຕັດສີນລົງໂທດ ທ້າວ ໂອເລັກ ອາຍຸ 50 ປີສັນຊາດ ອູແກຣນ, ໃຫ້ຈຳຄຸກເປັນເວລາ 7 ປີ ພ້ອມ ປັບໃໝ ໜຶ່ງລ້ານກີບ ແລະ ຮັບຜິດຊອບຄ່າເສຍຫາຍທາງແພ່ງໃນຈຳນວນ 24 ລ້ານກວ່າກີບ, ໃນສະຖານທຳຮ້າຍຮ່າງກາຍ, ໂດຍຄະດີມີຢູ່ວ່າ: ທ້າວ ໂອເລັກ ໄດ້ເຂົ້າມາເຮັດວຽກ ເປັນຊ່ຽວຊານ ສຳ ຫລວດແຮ່ທາດ ຢູ່ເມືອງຊຽງຄໍ້ ແຂວງ ຫົວພັນ ແລະ ເວລາປະມານ 9:00 ໂມງ ຂອງວັນທີ 2 ຕຸລາ 2013 ທ້າວ ໂອ ເລັກ ແລະ ທ້າວ ຈົມທອງ ອາຍຸ 49 ປີ ຢູ່ບ້ານຊຽງຄໍ້, ໄດ້ພາກັນດື່ມເບຍຢູ່ແຄ໊ມຂອງ ບໍລິສັດເປັນເວລາຫລາຍຊົ່ວໂມງ ທັງສອງມີອາການມຶນເມົາແຮງ, ໃນຂະນະນັ້ນ ທ້າວໂອເລັກ ຊອກຫາໂທລະສັບ ແລະ ກຸນແຈລົດບໍ່ເຫັນ, ຈຶ່ງຖາມທ້າວ ຈົມທອງ ຫລາຍຄັ້ງຍ້ອນຄິດວ່າທ້າວ ຈົມທອງ ເປັນຄົນເຊື່ອງ, ຈຶ່ງເກີດຄວາມໂມໂຫແລ້ວ ໄປຈັບເອົາພ້າທີ່ວາງໄວ້ເທິງໜ້າ ໂຕະໃກ້ຄຽງມາຟັນບໍລິເວນຄາງ ແລະ ບ່າໄລ ທ້າວ ຈົມທອງ ຈົນໄດ້ແລ່ນໜີອອກໄປຂໍຄວາມ ຊ່ວຍເຫລືອນຳປະຊາຊົນ ໃກ້ຄຽງນຳສົ່ງໂຮງໝໍ, ສ່ວນທ້າວ ໂອເລັກ ແມ່ນໄດ້ຂີ່ລົດຈັກກັບມານອນຢູ່ບ່ອນເຮັດວຽກ ແລະຕໍ່ມາເຈົ້າໜ້າທີ່ຈຶ່ງຈັບ ຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment