Ad

Ad

29 April 2015

ມອບ​ທຶນ​ການ​ສຶກສາ​ໃຫ້​ຜູ້ຊະນະ​ເລີດ​ໃນ​ໂຄງການ​ປະ​ກວດ​ແຕ້ມ​ຮູບ ລົດ​ໂຕ​ໂຍຕາ ​ໃນ​ຝັນ​ຂອງ​ຂ້ອຍ ປີ​ທີ 9



     ໃນວັນທີ 28 ​ເມສານີ້, ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ​ໄດ້ຈັດພິທີປະກາດແລະ ມອບລາງວັນ​ໃຫ້​ຜູ້​ຊະນະ​ເລີດ​ຈາກໂຄງການແຕ້ມຮູບ ລົດໂຕໂຍຕາໃນຝັນຂອງຂ້ອຍປະຈຳປີ 2015, ​​ຂຶ້ນທີ່ໂຮງແຮມລາວ ພລາຊາ, ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ປະກອນ ວົງວິທະຍາພິຣົມ ປະທານຝ່າຍ ປະຕິບັດການສາຍງານຍ່ອຍເຂດພູມມີພາກແມ່ນ້ຳຂອງ ຂອງບໍລິສັດດັ່ງກ່າວ, ມີທ່ານ ຮສ. ດຣ ສີສະໝອນ ສິດທິຣາດວົງສາ ຫົວໜ້າຫ້ອງການກະຊວງສຶກສາທິການແລະ ກິລາ ພ້ອມດ້ວຍຄູ​-ອາຈານແລະ ນ້ອງນັກຮຽນເຂົ້າຮ່ວມເປັນຈຳນວນຫລວງຫລາຍ​.
     ສຳລັບຮຸ່ນອາຍຸຕ່ຳກວ່າ 8 ປີທີ່ໄດ້ຮັບລາງວັນທີ 1 ໄດ້​​ແກ່ນາງ ອາລິຍາ ວົງຄຳຈັນ, ມາຈາກໂຮງຮຽນ ຊ້າງນ້ອຍ, ລາງວັນທີ 2 ​ໄດ້ແກ່ທ້າວ ພອນໄຊ ດວງວິໄລ, ​ໂຮງຮຽນຫ້ອມສະຫວັນແລະ ລາງວັນທີ 3 ​ໄດ້ແກ່ທ້າວ ພອນສະຫວັນ ພິມມະຈັນ, ​ໂຮງຮຽນຮຸ່ງເຮືອງ; ຮຸ່ນອາຍຸ 8-11 ປີ ​​ລາງວັນທີ 1 ໄດ້ແກ່ນາງ ພອນມະນີໂພທິບົວພາ ມາຈາກໂຮງຮຽນ ຫ້ອມສະຫວັນ, ລາງວັນທີ 2 ສຸນິຕາ ຫົງສຸວັນ, ​ໂຮງຮຽນ ຊ້າງນ້ອຍແລະ ລາງວັນທີ 3 ​ໄດ້ແກ່ນາງ ພິມພອນ ພັນທິລາດ, ​ໂຮງຮຽນ ຫ້ອມສະຫວັນແລະ ຮຸ່ນອາຍຸ 12-15 ປີໄດ້ຮັບລາງວັນທີ 1 ​ແມ່ນທ້າວ ມັງກອນໄຊຍະວົງ ມາຈາກໂຮງຮຽນມສ ວຽງຈັນ,
ລາງວັນທີ 2 ທ້າວເຈມບອນ ຈະເລີນສຸກໂຮງຮຽນຫ້ອມສະຫວັນແລະ ລາງວັນທີ 3 ນາງ ອາລິສາໄຊຍະທິດໂຮງຮຽນ ມສ ວຽງຈັນ. ສຳລັບຜູ້ທີ່ໄດ້ຮັບລາງວັນທີ 1 ຈະໄດ້ຮັບທຶນການສຶກສາຈຳນວນ 10 ລ້ານກີບ, ພ້ອມໃບຍ້ອງຍໍແລະ ຂັນລາງວັນຈາກໂຕໂຍຕາ, ລາງວັນທີ 2 ​ໄດ້ຮັບທຶນ 8 ລ້ານກີບແລະ ລາງວັນທີ 3 ​ໄດ້ຮັບທຶນ 6 ລ້ານກີບແລະ ລາງວັນຊົມເຊີຍຮຸ່ນລະ 2 ລາງວັນ, ລາງວັນລະ 2 ລ້ານກີບ, ລວມມູນຄ່າລາງວັນທັງໝົດ 84 ລ້ານກີບ. ພ້ອມກັນນີ້ຜູ້ທີ່ໄດ້ຮັບລາງວັນທີ 1, 2 ​ແລະ 3 ​ໃນແຕ່ລະປະເພດ ຈະຖືກສົ່ງເຂົ້າຮ່ວມປະກວດໃນລະດັບໂລກທີ່ປະເທດຍີ່ປຸ່ນ, ຊຶ່ງຈະມີການປະກາດຜົນໃນເດືອນພຶດສະພາ 2015 ນີ້ແລະ ປີຜ່ານມາເຍົາວະຊົນລາວ ກໍໄດ້ຮັບລາງວັນຫລຽນເງິນໃນປະເພດອາຍຸ 12-15 ປີ.
     ທ່ານ ປະກອນ ວົງວິທະຍາພິຣົມ ກ່າວວ່າ: ໂຄງການປະກວດດັ່ງກ່າວ ໄດ້ຈັດຂຶ້ນເປັນຄັ້ງທີ 9 ​ໃນລະດັບສາກົນ, ​​ເຊິ່ງເປັນປີທີ 5 ທີ່ຈັດຂຶ້ນໃນປະເທດລາວ, ​ເຊິ່ງປີນີ້ ທາງບໍລິສັດ​ ​ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ​ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ກວ່າປີຜ່ານມາ, ​ໂດຍການເປີດກວ້າງການປະກວດໃນທົ່ວປະເທດແລະ ໄດ້ຮັບຄວາມສົນໃຈຈາກເຍົາວະຊົນແລະ ພໍ່ແມ່ຜູ້ປົກຄອງເປັນຈຳນວນຫລາຍ, ​​ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 4.047 ຄົນ, ​ການປະກວດດັ່ງກ່າວໄດ້ມີຄະນະກຳມະການຈາກກະຊວງສຶກສາທິການ​ ​ແລະ ກິລາ, ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ, ​ໂດຍສະເພາະກົມວິຈິດສິນແຫ່ງຊາດ, ​ເພື່ອມາຄັດເລືອກຮູບແຕ້ມທີ່ນ້ອງໆນັກຮຽນແຕ່ລະໂຮງຮຽນສົ່ງເຂົ້າປະກວດຢ່າງມີຄຸນນະພາບດີ.

No comments:

Post a Comment