Ad

Ad

1 April 2015

ເພີ່ມ​ຄວາມ​ຮູ້​ແກ່ນັກ​ສຶກສາດ້ານການພັດທະນາ​ໄຟຟ້າ​ແບບ​ຍືນ​ຍົງຢູ່​ລາວ



ໃນວັນທີ 31 ມີນານີ້, ກະຊວງພະລັງແລະບໍ່ແຮ່, ໄດ້ຈັດ​​ສຳມະນາຄັ້ງທີ I ຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ(ມຊ) ​ເພື່ອແນະນໍາແລະໃຫ້ຄວາມຮູ້ແກ່ບັນດານັກສຶກສາປັນຍາຊົນກ່ຽວກັບຄວາມສຳຄັນໃນການພັດທະນາໄຟຟ້ານ້ຳຕົກແບບຍືນຍົງຢູ່ລາວໃນໄລຍະຜ່ານມາແລະໃນອະນາຄົດ, ໂດຍສະເພາະແມ່ນຄວາມຍືນຍົງທາງດ້ານເຕັກ ນິກສິ່ງແວດລ້ອມແລະ ສັງຄົມ,​ ດ້ານເສດຖະກິດ-ການເງິນແລະ ຂໍ້ຜູກພັນສັນຍາຕ່າງໆ, ພ້ອມທັງມີການສະເໜີແລກປ່ຽນຄຳຄິດເຫັນເບື້ອງຕົ້ນກ່ຽວກັບຄວາມສຳຄັນໃນການພັດທະນາໄຟຟ້ານ້ຳຕົກແບບຍືນຍົງໃນມູມມອງການສຶກສາ.
ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະ ບໍ່ແຮ່ໃຫ້ຮູ້ວ່າ: ​ໃນໄລຍະຜ່ານມາ, ​​ການພັດທະນາໂຄງການໄຟຟ້າຂະໜາດໃຫຍ່ເຊັ່ນ: ​ໂຄງການໄຟຟ້າໄຊຍະບູລີແລະໂຄງການໄຟຟ້າອນສະໂຮງ, ເຊິ່ງທັງສອງແຫ່ງແມ່ນມີການສຶກສາຢ່າງລະອຽດທາງດ້ານເຕັກນິກແລະ ສິ່ງແວດລ້ອມ, ທັງຈະເປັນແບບຢ່າງໃນການພັດທະ ນາໂຄງການອື່ນໆໃນຕໍ່ໜ້າ. ມາຮອດປັດຈຸບັນ ສປປ ລາວ ໄດ້ສຳເລັດການກໍ່ສ້າງແລະ ພັດທະນາໂຄງການໄຟຟ້າຫລາຍກວ່າ 20 ​ແຫ່ງ, ມີກຳລັງຕິດຕັ້ງກວ່າ 3.200 ​ເມກາວັດ, ຮອດປີ 2020 ກໍຈະສຳເລັດອີກຫລາຍໂຄງການເຊິ່ງຈະສ້າງລາຍໄດ້ໃຫ້ປະເທດຊາດຢ່າງມະຫາສານ. ເຖິງຢ່າງໃດກໍດີ ສປປ ລາວ ມີຄວາມຈຳເປັນທີ່ຈະສືບຕໍ່ພັດທະນາດ້ານພະລັງງານໄຟຟ້າໃຫ້ຫລາຍໃຫ້ໄວເພາະຈະສ້າງລາຍໄດ້ເຂົ້າປະເທດຈົນຮອດເຊັ່ນລູກເຊັ່ນຫລານ.

ທ່ານ ດຣ ດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍແລະແຜນພະລັງງານໃຫ້ຮູ້​​ວ່າ: ສປປ ລາວ ໄດ້ມີນະໂຍບາຍເພື່ອການພັດທະນາພະລັງງານໄຟຟ້ານ້ຳຕົກແຕ່ປີ 2006 ​ແລະມີການປັບປຸງໃນປີ 2014 ​ເພື່ອໃຫ້ແທດເໝາະກັບການພັດທະນາເສດຖະກິດແລະ ການນຳໃຊ້ກົນໄກເສດຖະກິດຕະຫລາດທີ່ມີການແຂ່ງຂັນສູງ.​ ໃນເມື່ອກ່ອນການພັດທະນາໄຟຟ້າໃນລາວແມ່ນເນັ້ນແຕ່ບັນຫາຄວາມຍືນຍົງທາງສິ່ງແວດລ້ອມແລະສັງຄົມ, ແຕ່​​ໃນຍຸກປັດຈຸບັນແມ່ນເນັ້ນຄວາມສຳຄັນທາງດ້ານເຕັກນິກແລະເສດຖະກິດ-ການເງິນ, ດັ່ງນັ້ນ, ຂະແໜງພະລັງງານຈຶ່ງໄດ້ວາງວິໄສທັດຮອດປີ 2030 ​ພັດທະນາທຸກແຫລ່ງພະລັງງານທີ່ເປັນທ່າແຮງແລະ ໝົດບໍ່ເປັນຂອງຊາດຕາມຄວາມສາມາດແຂ່ງຂັນໃນຕະ ຫລາດໃຫ້ມີຄວາມຍືນຍົງ, ເນັ້ນປະສິດທິພາບ, ປະສິດທິຜົນ, ທັງຊຸກຍູ້ການເຊື່ອມໂຍງກັບພາກພື້ນແລະ ຕອບສະໜອງຄວາມຕ້ອງການພາຍໃນຂອງປະເທດໃຫ້ມີຄວາມກົມກຽວ, ສົ່ງເສີມເຊິ່ງກັນແລະກັນເພື່ອຍູ້ໜູນການເຕີບໂຕທຸກຂະແໜງການຕາມທິດຫັນເປັນອຸດສາຫະກຳແລະ ທັນສະໄໝ.

No comments:

Post a Comment