Ad

Ad

1 April 2015

ຕຳຫລວດລາວມອບຜູ້ຕ້ອງຫາສໍ້ລາດບັງຫລວງໃຫ້ ສປ ຈີນ



    ເມື່ອບໍ່ດົນມານີ້, ເຈົ້າໜ້າທີກົມສຶບສວນ-ສອບສວນຂອງລາວ, ໄດ້ມອບຜູ້ຕ້ອງ ຫາສັນຊາດຈີນສອງຄົນຄື: ທ້າວ ອານ ຮຸຍໝິນ ອາຍຸ 73 ປີຢູ່ບ້ານສືໄດອາວ ແລະ ທ້າວ ຜາງຊຸນຊີ ອາຍຸ 57 ປີຢູ່ບ້ານພູລີເສີນ ເມືອງໜານຄາຍນະຄອນທຽນ ສີນ ສປ ຈີນ, ໃຫ້ເຈົ້າໜ້າທີ່ເສດຖະກິດຂອງຈີນໃນຂໍ້ຫາສໍ້ລາດບັງຫລວງ, ໂດຍພວກກ່ຽວໄດ້ ເຂົ້າມາລີ້ຊ້ອນຢູ່ລາວແຕ່ປີ 2005 ແລະ ໄດ້ເຄື່ອນຍ້າຍທີ່ຢູ່ໄປມາຕະຫລອດຈຶ່ງເຮັດ ໃຫ້ການຈັບຕົວມີຄວາມຫຍຸ້ງຍາກ ແລະ ຕົກມາຮອດວັນທີ 25 ມີນາ 2015 ຈຶ່ງຖືກເຈົ້າໜ້າທີ່ສາມາດຈັບຕົວໄດ້ ແລະ ສົ່ງມອບໃຫ້ເຈົ້າໜ້າທີ່ ສປ ຈີນເພື່ອນຳຕົວໄປດຳເນີນຄະດີຕາມ ລະບຽບກົດໝາຍ.


No comments:

Post a Comment