Ad

Ad

24 April 2015

ຕິດ​ປີກ​ໃຫ້​ອາຫານ​ລາວ​ກ້າວ​ສູ່​ໂລກ ( ຄຳ​ລຳ ບັນຫາ​ຈານ​ແຍ່ )



​ໂດຍ : ວິ​ເສດ ສະ​ແຫວ​ງສຶກສາ
      ເພື່ອໃຫ້ເຂົ້າກັບບັນຍາກາດປີໃໝ່ລາວປີນີ້ທີ່ຍັງມີຄວັນຫລົງ- ກິ່ນເຫລືອປະ ໄວ້ໃຫ້ທຸກຄົນຄິດຮອດຢູ່, ຈານແຍ່ຂຶ່ງຂໍເວົ້າເລື່ອງເບົາໆບາງໆ ແຕ່ຈະວາງເລີຍຄືເຕ ເມບໍ່ໄດ້ເພາະມັນພົວພັນກັບປາກກັບທ້ອງ. ທ່ານ ຜູ້ອ່ານບໍ່ຈຳ ເປັນຕ້ອງຄາດເດົາ ດອກວ່າ ບົດນີ້ຈະເວົ້າເລື່ອງຫຍັງ ເພາະຈານແຍ່ກຽມຕອບຢູ່ແລ້ວ ນັ້ນກໍຄືເລື່ອງ ອາຫານ ການກິນ ເຊິ່ງເປັນໜຶ່ງໃນປັດໄຈສີ່ທີ່ທຸກໆຊີວິດຈະຂາດບໍ່ໄດ້. ໃນປັດຈຸບັນມີຜູ້ສະລອກກອກຊອກຕື່ມປັດໄຈໃຫ້ເປັນຫ້າເປັນ ຫົກຂໍ້ ເຊັ່ນໄດ້ ບວກໂທລະສັບມືຖືປະເພດ Smart Phone (ຫລາຍຄົນອ່ານວ່າ: “ສາມາດ ໂຟນເພາະມັນມີຄວາມ ສາມາດລົ້ນຟ້າ) ແລະ ລົດສຳລັບຂີ່ຕາງຕີນ. ແນວໃດກໍແນວ, ເຖິງຈະມີຄວາມ ຈຳເປັນແຕ່ການ ຂາດໂທລະສັບມືຖື ແລະ ລົດຂີ່ນັ້ນມັນກໍບໍ່ ເຖິງຕາຍດອກ, ແຕ່ລອງຂາດເຂົ້າກິນເບິ່ງດູ... ຊິໄປໄດ້ຈັກນ້ຳ ?, ຈານແຍ່ວ່າ ຫລາຍທ່ານຄົງ ເຄີຍຮ່ວມງານວາງສະແດງອາ ຫານລາວ, ອາຫານອາຊຽນ ຫລື ອາຫານສາກົນ. ງານປະເພດນີ້ມັກຈະໃສ່ ຊື່ແບບ ຄັກໆ-ຂຶມໆວ່າ: “ເທດສະການອາຫານ” ອັນນີ້ກໍຕ້ອງຂໍຍ້ອງຍໍຊົມເຊີຍຜູ້ມີຫົວຄິດປະດິດສ້າງຍົກເອົາເລື່ອງປາກ
ເລື່ອງທ້ອງຂຶ້ນມາເປັນຈຸດສົນໃຈບໍ່ພຽງແຕ່ເພື່ອຄວາມ “ອີ່ມເຕັມ” ແຕ່ຍັງໄດ້ທັງແງ່ເສດຖະກິດ ແລະ ວັດທະ ນະທຳອີກດ້ວຍ, ວ່າກັນວ່າບ່ອນໃດມີອາຫານແຊບ ກໍຈະມີຄົນໂຢດກັນໄປກິນເອີ້ນວ່າເປັນການດຶງດູດນັກທ່ອງ ທ່ຽວໄປໃນຕົວກໍວ່າໄດ້ ເຊັ່ນຫລາຍຄົນຕ້ອງການໄປຣັດເຊຍພຽງເພື່ອຢາກກິນກາເວຍ (ສົ້ມໄຂ່ປາກາເວຍ) ແລະ ເຫລົ້າໂວດກາ, ກິນຢູ່ບ່ອນອື່ນກໍ ບໍ່ຄັກ ຕ້ອງໄປກິນຢູ່ປະເທດຕົ້ນຕຳຫລັບ, ບາງຄົນຕ້ອງການກິນສະເຕັກຊີ້ນງົວ “ໂກເບະ” ກໍພາກັນຂີ່ຍົນໄປກິນຢູ່ຍີ່ປຸ່ນ, ຖ້າຢາກກິນອາຫານປະເພດ “ເກບັບ” ໃຜກໍງວາກໄປເບື້ອງເຂດບານກັງ ທາງເອີຣົບ, ຖ້າຢາກໄດ້ລົດຊາດເຫລົ້າ “ເມົາຕ້າຍ” (ແຕ່ມີຜູ້ສະລອກກອກອອກສຽງວ່າ: “ເມົາຕາຍ”) ກໍຕ້ອງໄປ ກິນຢູ່ຈີນຈຶ່ງຊິສົມໃຈ.
       ແຕ່ຢູ່ບ້ານເຮົານັ້ນມີຜູ້ຖາມວ່າຈະເອົາອາຫານໃດເປັນ ຫລັກ ?, ເປັນເຍື່ອງຂຶ້ນຊື່ລືຊາ, ໂຄສະນາໄປທົ່ວໂລກ. ຮອດດຽວນີ້ຈານແຍ່ຍັງບໍ່ທັນເຫັນໃຜຈັດລະດັບອາຫານລາວເປັນໜຶ່ງສອງສາມສີ່ເພື່ອເຂົ້າຕະຫລາດໂລກ, ອາຫານ ຫລາຍເຍື່ອງຍັງຖືກັນເປັນອາຫານທ້ອງຖິ່ນ ເຊັ່ນເອາະຫລາມເມືອງຫລວງ, ໝ້ຳຊີ້ນສະຫວັນນະເຂດ, ຊີ້ນສະ ຫວັນ, ແຈ່ວປາບ້ຳຊຳເໜືອ, ແຈ່ວປາເຕົາເຂດໃຕ້, ເຂົ້າແຫລ່ງຝືນບໍ່ແກ້ວ. ອາຫານທີ່ພໍຖືວ່າ ເປັນຈຸດໃຈກາງຂອງທົ່ວ ສັງຄົມລາວກໍແມ່ນລາບ, ເຂົ້າປຸ້ນ, ສ່ວນຕຳໝາກຫຸ່ງນັ້ນກິນກັນແຕ່ເໜືອເຖິງໃຕ້. ຖ້າພວກເຮົາງວາກໄປເບິ່ງປະເທດ ໃກ້ຄຽງກໍຈະເຫັນໂລດວ່າພວກເພິ່ນມີອາຫານເອກະລັກ ແລະ ສາມາດຊັກນຳສູ່ຕະຫລາດໂລກ ເຊັ່ນຕົ້ມຍຳກຸ້ງໄທ, ເຝີຫວຽດ, ແກງກະຫລີອິນເດຍ, ກິມຈິ ຂອງເກົາຫລີ ເຊິ່ງມີຂາຍກັນທົ່ວໂລກຈົນກາຍເປັນອາຫານສາກົນ.
 ອັນນີ້ຂໍຍົກມາເປັນຕົວຢ່າງພຽງເລັກໜ້ອຍເທົ່ານັ້ນ. ຈານແຍ່ວ່າອາຫານລາວທີ່ເລີດລົດນັ້ນມີຫລາຍ, ແຕ່ເລື່ອງໂຄສະນານັ້ນເຮົາຍັງດ້ອຍ. ຈານແຍ່ເຄີຍເຂົ້າຮ້ານອາຫານລາວຢູ່ຝຣັ່ງ, ອັງກິດ, ສະຫະລັດ, ຮຸງກາລີ ແລະ ມີຫລາຍໆແຫ່ງທີ່ມີອາຫານລາວຂາຍ ເຊັ່ນປີ້ງຊີ້ນນ້ຳຕົກ, ປີ້ງໄສ້ໝູ, ອົ່ວເຄື່ອງ, ຈືນຂາໂທ້ຍກົບໂຕສ່ຳສອງຝາມື, ແຕ່ ປ້າຍໜ້າຮ້ານອາຫານລາວ ເກືອບທັງໝົດຂຽນວ່າ: “ອາຫານໄທ” (Thai Food). ຈານແຍ່ ເຫລືອໃຈແຮງຈຶ່ງຖາມ ວ່າ: ເປັນຫຍັງຈຶ່ງຂຶ້ນປ້າຍວ່າ: “Thai Food” ? ແລະ ຄຳຕອບທັງໝົດທີ່ໄດ້ຮັບກໍຄື “ຄົນຕ່າງປະເທດຍັງບໍ່ທັນຮູ້ ອາຫານລາວ, ຂືນຂຽນວ່າ “ອາຫານລາວ” (LAO Food) ແນ່ນອນຕ້ອງເຈ້ງ !.
      ນີ້ລະຄືສິ່ງທີ່ຢາກຝາກໃຫ້ທຸກຄົນໄດ້ຄິດນຳກັນວ່າເຮັດແນວໃດອາຫານລາວຈະອອກເອກສູ່ໂລກ ແລະ ຈະສາ ມາດອອກຈາກຫລືບເງົາຂອງຊື່ອາຫານປະເທດອື່ນຕໍ່ໄປ ?.

No comments:

Post a Comment