Ad

Ad

21 April 2015

ຈົ່ງລະວັງ​​ອັກຄີ​ໄພ ​ແລະ ລົມ​ພັດ​ແຮງ​ ທີ່​ອາດ​ຈະ​ເກີດ​ໃນໄລຍະອາກາດ​ຮ້ອນ​ອົບ​ເອົ້າ



     ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​​ໃນ​ວັນ​ທີ 21 ​ເມສາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ສືບ​ຕໍ່​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ດ້ວຍ​ກຳລັງ​ປານ​ກາງ​ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ, ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຮັດ​ໃຫ້​ອາກາດ​ຍັງ​ຈະ​ຮ້ອນ​ອົບ​ເອົ້າ​ຕື່ມ​ອີກ, ພ້ອມ​ມີ​ໝອກ​ແຫ້ງ​ຄ້າຍຄື​ຄວັນ​ໄຟ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ, ​ໂດຍສ​ະ​ເພາະ​ຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກລົງ​ຫາ​ພາກ​ກາງ, ພາກ​ໃຕ້ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ.
     ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຍັງສືບຕໍ່ຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກຟ້າຄະ ນອງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 32-34 ອົງສາ.
     ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປໃນຕອນກາງເວັນ,ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ມີລົມ ພັດແຮງເປັນບາງໂອ ກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 38-40 ອົງສາ. ສຳລັບເມືອງສິງ ແລະ ເມືອງວຽງພູຄາ: ອຸນຫະພູມຕ່ຳສຸດ
18-20 ອົງສາ ແລະ ສູງສຸດ 33-35 ອົງສາ. ນະຄອນຫຼວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນຫາຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ, ຈະມີຝົນຕົກກະຈາຍຢູ່ບາງບໍລິເວນ ແລະ ມີລົມພັດ ແຮງເປັນບາງໂອກາດໃນຕອນ ບ່າຍຫາຄ່ຳອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 38-40 ອົງສາ. ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນຫາຮ້ອນນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ, ໂດຍສະເພາະຢູ່ແຂວງຄຳມ່ວນ,ສະຫັວນນະເຂດ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະ ພູມຕ່ຳສຸດ 26-28 ອົງສາ ແລະ ສູງສຸດ 38-40 ອົງສາ. ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີໝອກບາງປົກ ຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 29-31 ອົງສາ. ພາກໃຕ້:​  ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນຫາຮ້ອນເອົ້າ, ພ້ອມມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງສາລະວັນ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳ ສຸດ 25-27 ອົງສາ ແລະ ສູງສຸດ 38-40 ອົງສາ. ສຳລັບເຂດປາກຊ່ອງ, ນິຄົມ 34: ມີໝອກບາງໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 28-30 ອົງສາ.

ການປູກພືດລະດູແລ້ງປີນີ້ທົ່ວປະເທດປະຕິບັດໄດ້ 86% ຂອງແຜນການ
ກະຊວງກະສິກຳໃຫ້ຮູ້ວ່າ: ການປູກພືດລະດູແລ້ງປີນີ້ ຮອດປັດຈຸບັນ ທົ່ວປະເທດປະຕິບັດໄດ້ແລ້ວຫຼາຍກວ່າ 138.930 ເຮັກຕາ, ເທົ່າກັບ 86 % ຂອງຕົວເລກແຜນການວາງໄວ້, ຊຶ່ງເພີ່ມຂຶ້ນຈາກປີຜ່ານມາ, ໃນນັ້ນແຂວງ ທີ່ປູກໄດ້ຫຼາຍກວ່າໝູ່ແມ່ນ ພາກເໜືອປະຕິບັດໄດ້ຫຼາຍກວ່າ60 ພັນເຮັກຕາ, ພາກກາງຫຼາຍກວ່າ 56 ພັນເຮັກຕາ ແລະ ພາກໃຕ້ປະຕິບັດໄດ້ 19 ພັນກວ່າເຮັກ ຕາ. ປັດຈຸບັນກະສິກອນຢູ່ຫຼາຍທ້ອງ ຖິ່ນຍັງສືບຕໍ່ປູກພືດ ລະດູແລ້ງໃຫ້ບັນລຸຕາມຄາດໝາຍ, ໂດຍສະເພາະແມ່ນພືດອາຍຸສັ້ນປູກ ງ່າຍ ແລະ ປູກໄດ້ຫຼາຍຮອບວຽນ ແລະ ຄາດວ່າ ການປູກພືດລະດູແລ້ງປີນີ້ຈະສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.
ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ເຖິງວ່າການປູກເຂົ້ານາແຂງປີນີ້ຈະບໍ່ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ ກໍສາມາດແຕ່ ກະສິກອນກໍສຸມໃສ່ບົວລະບົວຮັກສາເຂົ້ານາແຊງຂອງຕົນທີ່ສາມາດປັກດຳໄປແລ້ວນັ້ນໃຫ້ງອກງາມເພື່ອຍົກສະມັດຕະພາບຜົນຜະ ລິດໃຫ້ສູງຂຶ້ນ.

No comments:

Post a Comment