Ad

Ad

29 April 2015

ປະທານປະເທດ ຈູມມາລີ ໄຊຍະສອນ ໃຫ້ກຽດເຂົ້າຮ່ວມພິທີເປີດໂຄງການຍົກຍ້າຍ-ຈັດສັນເມືອງກະລຶມໃໝ່



    ພິທີເປີດໂຄງການຍົກຍ້າຍ-ຈັດສັນເມືອງກະລຶມໃໝ່, ແຂວງເຊກອງ, ໄດ້ມີຂຶ້ນ ວັນທີ 25 ເມສາຜ່ານມານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ມີອຳນາດການປົກຄອງທ້ອງຖິ່ນ, ພ້ອມດ້ວຍປະ ຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ. ໃນໂອກາດນີ້, ທ່ານຮອງເຈົ້າແຂວງເຊກອງ ລ້ຽງ ລຳພູນ ປະທານຄະນະຊີ້ນຳໂຄງການຂັ້ນແຂວງໄດ້ລາຍງານຜົນການຈັດຕັ້ງປະ ຕິບັດໂຄງການວ່າ: ໂຄງການນີ້, ແມ່ນໂຄງການທີ່ພັກ ແລະ ລັດຖະບານໃຫ້ບູລິມະສິດສຳຄັນ, ໂດຍແມ່ນບໍລິສັດພອນ ສັກກຣຸບເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 930 ຕື້ກີບ, ມີກຳນົດການຊຳລະຄືນ 5 ປີນັບແຕ່ປີ 2016 ເປັນຕົ້ນໄປ, ໂດຍເອົາ ລາຍຮັບຈາກພັນທະໄມ້ທີ່ຂຸດຄົ້ນອອກຈາກເຂດຂຸດຄົ້ນຖ່ານຫີນ ແລະ ເຂດອ່າງນ້ຳຖ້ວມຂອງເຂື່ອນໄຟຟ້າເຊກອງ4 ແລະ
ພັນທະຈາກການຂຸດຄົ້ນຖ່ານຫີນໃນເຂດສຳປະທານເປັນທຶນຊຳລະໂດຍໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນກຸມພາ 2012 ຜ່ານມາ ແລະ ມາຮອດປັດຈຸບັນແມ່ນສຳເລັດບັນດາໜ້າວຽກສຳຄັນຄື: ສ້ອມແປງເສັ້ນທາງດິນແດງແຕ່ເມືອງກະ ລຶມ ເກົ່າຫາເມືອງກະລຶມໃໝ່ຍາວ 32 ກິໂລແມັດ ແລະ ສ້າງຂົວເຫລັກ 2 ແຫ່ງ ສ້າງເສັ້ນທາງປູຢາງສອງຊັ້ນໃນເທດສະ ບານເມືອງ ກະລຶມໃໝ່ຍາວ 14 ກິໂລແມັດ, ປຸກສ້າງເຮືອນປະຊາຊົນຈຳນວນ 439 ຫລັງ, ສ້າງສຳນັກງານ-ອົງການຂອງລັດ 41 ຫລັງ, ຕິດຕັ້ງຕາຂ່າຍໄຟຟ້າລະບົບແຮງກາງ, ແຮງຕ່ຳ, ສ້າງໂຮງງານຜະລິດນ້ຳປະປາໃນກຳລັງການຜະລິດ 400 ແມັດກ້ອນຕໍ່ມື້, ຈັດສັນເຂດພື້ນທີ່ທຳມາຫາກິນໃຫ້ປະຊາຊົນຈຳນວນ 215 ເຮັກຕາ, ນອກຈາກນີ້, ໄດ້ຈັດສັນເນື້ອທີ່ນາ, ປູກຫຍ້າ, ລ້ຽງສັດ ແລະ ອື່ນໆ, ພ້ອມທັງສະໜອງແນວພັນພືດ-ແນວພັນສັດ ແລະ ເຂົ້າກິນໃນກຳນົດ 3 ປີທຳອິດ, ເຊິ່ງໂດຍລວມ ແລ້ວເຫັນ ວ່າໄດ້ມີປະຊາຊົນຈຳນວນຫລາຍໄດ້ຍົກຍ້າຍມາຢູ່ ແລະພວມປັບປຸງສະພາບການດຳລົງຊີວິດຂອງເຂົາເຈົ້າໃຫ້ເຂົ້າສູ່ພາວະ ປົກກະຕິເທື່ອລະກ້າວ.

No comments:

Post a Comment