Ad

Ad

10 April 2015

ຫວຽດນາມຊ່ວຍສ້າງເຮືອນຢູ່ ແລະ ເລີ່ມປະຕິບັດໂຄງການເຕັກນິກກະສິກຳ-ປ່າໄມ້ ຢູ່ບ້ານມິດຕະພາບຊາຍແດນລາວ-ຫວຽດ



     ພິທີວາງສີລາລຶກໂຄງການກໍ່ສ້າງເຮືອນຢູ່ ແລະ ໂຄງການກໍ່ສ້າງເຂດວາງສະແດງ ເຕັກນິກກະສິກຳ ແລະ ປ່າໄມ້ ໃນ ບ້ານມິດຕະພາບຊາວໜຸ່ມຊາຍແດນ ລາວ- ຫວຽດ ໄດ້ມີຂຶ້ນໃນເມືອງ ຄຳເກີດ ແຂວງຄຳມ່ວນ ໃນວັນ ທີ 8 ເມສານີ້ ໂດຍ ສະຫະບໍລິສັດ ກາວຊູຫວຽດນາມ ເຊິ່ງລວມມີ ເຮືອນຢູ່ຈຳນວນ 10 ຫລັງ ເຊິ່ງ ແຕ່ລະຫລັງມີເນື້ອທີ່ນຳໃຊ້ 60 ຕາແມັດ ພ້ອມປະກອບອຸປະກອນ ໄຟຟ້າ ແລະ ນ້ຳປະປາຄົບຊຸດ. ຄາດວ່າຈະໃຊ້ງົບປະມານເກືອບ 3 ຕື້ດົງ ຫລື ປະມານ 1 ຕື້ກວ່າ ກີບ.
      ທ່ານ ຫງວຽນວັນຕ່ວນ ເລ ຂາທິການອົງການຊາວໜຸ່ມຂອງ ບໍລິສັດດັ່ງກ່າວ ໄດ້ມີຄຳເຫັນໃນ ພິທີວ່າ: ການດຳເນີນ ໂຄງການດັ່ງກ່າວແມ່ນແນໃສ່ກະຕຸກຊຸກຍູ້ ຄອບຄົວຊາວໜຸ່ມຜູ້ທຸກຍາກຂາດ ເຂີນໃນເຂດຊາຍແດນເຂົ້າມາດຳ ລົງຊີວິດ ຢູ່ຢ່າງຍາວນານ ເພື່ອ ສ້າງ ແລະ ພັດທະນາທີ່ຍືນຍົງ ແລະ ແນໃສ່ສ້າງພື້ນຖານໃຫ້ແກ່ ການພັດທະນາເສດຖະກິດ-ສັງ ຄົມຂອງທ້ອງຖິ່ນຂະຫຍາຍໂຕ ແລະ ສ້າງເຂດຊຸມຊົນໃໝ່ໃຫ້ມີ ການພັດທະນາຢ່າງຍືນຍົງ ແລະ ຮັບປະກັນໄດ້ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

     ບ້ານມິດຕະພາບດັ່ງກ່າວມີ ຂອບເຂດເນື້ອທີ່ກວ້າງປະມານ 1.000 ເຮັກຕາ. ຄາດວ່າຈະໃຊ້ ງົບປະມານທັງໝົດ ເຂົ້າໃນການພັດທະນາປະມານ 60 ຕື້ດົງ ສະ ກຸນເງິນຫວຽດນາມ ຫລື ປະມານ 30 ຕື້ກວ່າກີບ ເຊິ່ງໄດ້ເລີ່ມບຸກ ເບີກມາແຕ່ປີ 2012 ແລະ ມາ ຮອດປີ 2014 ໄດ້ເລີ່ມນຳໃຊ້ສ່ວນ ໃດໜຶ່ງແລ້ວ.
     ໃນໂອກາດດຽວກັນ, ຄະນະ ບໍລິຫານງານຊາວໜຸ່ມແຂວງຮ່າ ຕິງ ກໍໄດ້ຈັດສົ່ງພະນັກງານແພດ ໝໍຈຳນວນ 20 ຄົນ ເຂົ້າມາຊ່ວຍ ກວດພະຍາດ ແລະ ປິ່ນປົວສຸຂະ ພາບໃຫ້ປະຊາຊົນໃນເຂດໂຄງ ການດັ່ງກ່າວສຳເລັດ 300 ກວ່າ ຄົນ ໂດຍບໍ່ເສຍຄ່າບໍລິການໃດໆ ແລະ ພ້ອມນັ້ນ ກໍໄດ້ຈັດຕັ້ງການ ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆທາງດ້ານ ເຕັກນິກການລ້ຽງສັດ ແລະ ປູກຝັງ ເພື່ອ ຊ່ວຍໃຫ້ຊາວໜຸ່ມເຂດຊາຍແດນ ມີຄວາມສາມາດສ້າງເສດຖະກິດ ຂອງຕົນ ໄດ້.

No comments:

Post a Comment