Ad

Ad

20 April 2015

ທີມງານໃຈບຸນຊ່ວຍສ້ອມແປງ​ໂຮງຮຽນປະຖົມບ້ານແຈ້ງສະຫວ່າງ, ຢູ່ເມືອງ​ນາຊາຍທອງ



     ​ການສ້ອມແປງໂຮງຮຽນປະຖົມ ຢູ່​ບ້ານແຈ້ງສະຫວ່າງ ​ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, ໂດຍ​ການ​ສະໜັບສະໜູນ​ທຶນຈາກທີມງານ Canberra, Sydney, Melbourne Brisbane ຈາກປະເທດອົດສະຕຣາລີ, ໄດ້​ດຳ​ເນີນ​ການ​ກໍ່ສ້າງ​ມາ​ແຕ່​ທ້າຍເດືອນມີນາຜ່ານມາ ແລະ ມາຮອດປັດຈຸບັນໄດ້ສຳເລັດແລ້ວ ພ້ອມ ຈະເປີດນຳໃຊ້ໃນ ມື້ ໄຂສົກຮຽນໃໝ່ຄືຕົ້ນເດືອນກັນຍານີ້, ຊຶ່ງ​ພິທີ​ມອບ​-ຮັບແມ່ນ ໄດ້ຈັດຂຶ້ນໃນວັນທີ 14 ເມສານີ້, ລະຫວ່າງ ທ່ານ ທອງພັນ ແກ້ວມະນີ ຜູ້ຕາງໜ້າ ທີມງາມດັ່ງກ່າວ ​ແລະ ທ່ານ ເຫງົ້າ ດວງ ປັນຍາ ນາຍບ້ານ​ບ້ານ​ແຈ້ງສະຫວ່າງ​.
     ​ໂຄງການ​ສ້ອມແປງ​​ໂຮງຮຽນຫລັງນີ້ ເປັນຫລັງທີ 2 ແລ້ວ, ເຊິ່ງກ່ອນໜ້ານີ້ ທີມງາມດັ່ງ ກ່າວໄດ້ຂຶ້ນໄປໃຫ້ການ ຊ່ວຍ ເຫລືອສ້ອມແປງໂຮງຮຽນປະຖົມສົມບູນ ຢູ່ບ້ານປາງເດື່ອ ເມືອງແບ່ງ ແຂວງອຸດົມໄຊ. ໃນເມື່ອກ່ອນໂຮງຮຽນ ຫລັງດັ່ງ ກ່າວແມ່ນແອ້ມດ້ວຍຝາກະແຕະ, ພື້ນເປັນພື້ນດິນ, ໂຕະຕັ່ງຊຸດ​ໂຊມ​ເປ່​ເພ ແລະ ສາມາດຮັບນັກຮຽນໄດ້ບາງ ສ່ວນ ແລະ
ອີກສ່ວນໜຶ່ງແມ່ນໄດ້ຍ່າງໄປເຂົ້າຮຽນຢູ່ບ້ານໃກ້ຄຽງ, ຈຶ່ງເຮັດໃຫ້ລຳບາກຜູ້​ປົກຄອງໃນການໄປ ຮັບ-ສົ່ງລູກໄປໂຮງຮຽນ, ແຕ່ມາເຖິງປັດຈຸບັນນີ້ ທີມງານຈາກປະເທດອົດສະຕຣາລີ ໄດ້ເຂົ້າໃຫ້ການຊ່ວຍເຫລືອສ້ອມແປງ ໂຮງຮຽນໃຫ້ສົມ ບູນກວ່າເກົ່າ, ເຊິ່ງຄັ້ງນີ້ໄດ້ຮັບ ການສ້ອມແປງເປັນ 4 ຫ້ອງຄື: ຫ້ອງຮຽນ 2 ຫ້ອງ ປະກອບມີ ຫ້ອງ ປ1 ແລະ ຫ້ອງ ປ2, ຫ້ອງສະໂມສອນ ແລະ ຫ້ອງພັກຄູ, ສາມາດບັນຈຸນັກຮຽນໄດ້ທັງໝົດ 50 ກວ່າຄົນ ທັງນີ້ ກໍເພື່ອ ເຮັດໃຫ້​ເດັກນ້ອຍນັກຮຽນໄດ້ຮັບການສຶກສາຢ່າງເຕັມສ່ວນ ແລະ ​ເປັນ​ຄົນ​ດີ​ມີ​ຄວາມຮູ້, ມີຄຸນສົມບັດເຕີບໃຫຍ່ໃນ ພາຍພາກໜ້າ.
     ບ້ານແຈ້ງສະຫວ່າງ ​ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນບ້ານນ້ອຍຕັ້ງໃໝ່ ມີ 85 ຫລັງຄາເຮືອນ ມີ​ພົນລະ​ເມືອງ​ທັງ​ໝົດ 561 ຄົນ, ປະຊາຊົນ​ສ່ວນ​ໃຫຍ່ ແມ່ນ​ຢຶດຖື​ອາຊີບປູກ​ເຂົ້າ, ລ້ຽງສັດ​ເປັນ​ຕົ້ນຕໍ.

No comments:

Post a Comment