Ad

Ad

27 April 2015

ປກສ ນະຄອນຫລວງມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່



ຂ່າວ-ພາບ : ຫນັງສືພິມ ປກສ
    ເມື່ອທ້າຍອາທິດຜ່ານມາ,ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນ ຫລວງວຽງຈັນ, ໄດ້ນຳກຳລັງເຂົ້າມ້າງ ເຄືອຂ່າຍຢາເສບຕິດລາຍໃຫຍ່ຢູ່ຫ້ອງ ເຊົ່າແຫ່ງ ໜຶ່ງເຂດບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຜູ້ຕ້ອງຫາຄື ທ້າວ ຈົວຊົ່ງ ອາຍຸ 27 ປີ ຢູ່ບ້ານໜອງປອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ທ້າວ ບຸນດາວ ອາຍຸ 23 ປີຢູ່ບ້ານພຽງ ຫຍ້າ ເມືອງຮຸນ ແຂວງອຸດົມໄຊ ພ້ອມຂອງກາງຢາ ບ້າ 29 ພັນເມັດ ແລະ ໂທລະສັບມືຖືສອງ ໜ່ວຍເຈົ້າໜ້າທີ່ຈຶ່ງໄດ້ຍຶດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະ ບຽບກົດໝາຍ.
   ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່,ທັງສອງຮັບສາລະພາບວ່າ: ຢາເສບ ຕິດດັ່ງກ່າວເປັນຂອງພວກກ່ຽວແທ້ ເພື່ອກຽມໄວ້ຈຳໜ່າຍໃຫ້ໄວລຸ້ນ ໃນເຂດດົງໂດກ ແລະ ເຂດອື່ນໆໃນນະຄອນຫລວງວຽງ ຈັນ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ, ປັດຈຸບັນຄະດີຢາ ເສບຕິດລາຍນີ້, ຍັງຢູ່ໃນການສືບສວນຂະຫຍາຍຜົນຂອງເຈົ້າ ໜ້າທີ່ຕື່ມອີກເພື່ອນຳຈັບຕົວຜູ້ຮ່ວມຂະບວນການມາດຳ ເນີນຄະດີໃຫ້ໄດ້.

No comments:

Post a Comment