ນະຄອນຫລວງມີແຜນສ້າງເສັ້ນທາງຄູ່ຂະໜານລະບາຍການສັນຈອນແອອັດ
ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ
ໃຫ້ຮູ້ເມື່ອ ບໍ່ດົນນີ້ວ່າ: ເພື່ອເຮັດໃຫ້ສະພາບການສັນຈອນມີຄວາມສະດວກໂລ່ງລ່ຽນ, ຫລຸດຜ່ອນຄວາມແອອັດຕິດຂັດຂອງພາ
ຫະນະໃນຕົວເມືອງ ແລະ ຫລຸດຜ່ອນການເກີດອຸປະຕິເຫດບົນທ້ອງຖະໜົນ,ຂະແໜງການພວກເຮົາພວມ ວາງແຜນຈະ
ສ້າງເສັ້ນທາງຄູ່ຂະໜານ ຫລາຍສາຍ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງທາງໃຫຍ່ກັບທາງນ້ອຍໃນຫລາຍຈຸດເພື່ອ
ຊ່ວຍລະບາຍລົດຈາກຊານເມືອງ ເຂົ້າໃນຕົວເມືອງໃຫ້ສາມາດເລືອກໄປໄດ້ໃນຫລາຍເສັ້ນທາງເຊັ່ນ:ການສ້າງເສັ້ນທາງຄູ່ຂະໜານແຕ່ເສັ້ນທາງໃນເຂດບ້ານວຽງຈະເລີນ,
ເມືອງໄຊເສດຖາຕັດໄປຫາເສັ້ນທາງໜອງໜ່ຽງ ແລະ ເຊື່ອມຕໍ່ໃສ່ເສັ້ນທາງ 450 ປີເພື່ອຊ່ວຍຫລຸດຜ່ອນປະລິມານລົດ ໃນ ເສັ້ນທາງແຕ່ສີ່ແຍກໄຟແດງດົງໂດກມາຮອດສາມແຍກໂພນເຄັງ,
ກໍ່ສ້າງ ເສັ້ນທາງລຽບແຄມແມ່ນ້ຳຂອງໃນເຂດເມືອງສີໂຄດ ຕະບອງ, ເພື່ອຊ່ວຍຫລຸດຜ່ອນປະລິມານລົດໃນເສັ້ນທາງຫລວງພະ
ບາງຫາເສັ້ນທາງສຸພານຸວົງດັ່ງນີ້ເປັນຕົ້ນ, ນອກຈາກນີ້ຍັງ ຈະມີການສ້າງເສັ້ນທາງເຊື່ອມລະຫວ່າງເສັ້ນທາງໃຫຍ່ກັບເສັ້ນ
ທາງນ້ອຍຫລາຍຈຸດໃນຕົວເມືອງ ເພື່ອໃຫ້ລົດໃນຕົວເມືອງ ສາມາດກະຈາຍການສັນຈອນອອກຈາກເສັ້ນທາງຫລັກ ຕ່າງໆ, ພ້ອມກັນນັ້ນ, ກໍຈະສືບຕໍ່ສ້ອມແປງບັນດາເສັ້ນ ທາງທີ່ເປ່ ເພໃນຕົວເມືອງເພື່ອຮັບປະກັນການສັນຈອນໄປມາໃຫ້
ສະດວກປອດໄພ,ໂດຍໄດ້ຮັບເງິນກູ້ຈາກ ສປຈີນ ແລະ ຄາດວ່າຈະ ໃຫ້ສຳເລັດໃນທ້າຍປີ 2016.
ທ່ານຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ:ປັດຈຸບັນ,ຢູ່ນະຄອນຫລວງວຽງຈັນມີພາຫະນະເກືອບ
7 ແສນຄັນ, ໃນນັ້ນ ລົດໃຫຍ່ມີປະມານ 2 ແສນກວ່າຄັນ, ໂດຍສະເລ່ຍແຕ່ລະປີມີພາຫະນະເພີ່ມຂຶ້ນປະມານ15%,
ເຊິ່ງຕົວເລກດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າເສດຖະກິດຂອງປະເທດເວົ້າລວມ, ເວົ້າສະເພາະນະຄອນຫລວງວຽງຈັນແມ່ນມີການຂະຫຍາຍຕົວໄວ,
ປະຊາຊົນມີລາຍຮັບຫລາຍຂຶ້ນ ແລະ ສາມາດຊື້ລົດມາຮັບໃຊ້ຄວາມສະດວກໃນການເດີນທາງສ່ວນຕົວ
ແລະ ຄອບຄົວ ຫລາຍຂຶ້ນ.
No comments:
Post a Comment