Ad

Ad

29 April 2015

ຜູ້ຈັດການທະນາຄານການຄ້າຕ່າງປະເທດລາວປະຈຳສະຫວັນນະເຂດຫາຍໂຕໄປໃນມຸກດາຫານ



ຜູ້ຈັດການທະນາຄານການຄ້າຕ່າງປະເທດລາວປະຈໍາແຂວງສະຫວັນນະເຂດ ຫາຍໂຕໄປແບບໄຮ້ຮ່ອງຮອຍ ຂະນະທີ່ຂ້າມໄປຢາມພີ່ນ້ອງຢູ່ມຸກດາຫານ (ປະເທດໄທ) ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຕໍາຫລວດໄທພວມເລັ່ງສືບສວນສອບ ສວນຫາສາເຫດດ້ວຍວິທີແກະ ລາຍນິ້ວມືຕາມລົດ, ເບິ່ງກ້ອງວົງຈອນປິດ, ດັກເບິ່ງເບີໂທລະສັບເວລາລົມກັນ ແລະ ອື່ນໆ ສ່ວນປະຊາຊົນຕັ້ງຂໍ້ສັງເກດ ວ່າອາດອຸ້ມໄປຮຽກຄ່າໄຖ ຫລື ບໍ່?
ຕາມຂໍ້ມູນລະບຸວ່າ: ເວລາ 16:00 ໂມງ ຂອງວັນທີ 27 ເມສານີ້, ກົມຕຳຫລວດມຸກດາຫານ (ປະເທດໄທ) ໄດ້ຮັບແຈ້ງຄວາມຈາກນາງ ລຽບ ເຈດຕະວົງ ອາຍ67 ປີ ຄົນແຂວງສະຫວັນນະເຂດ ໃຫ້ຊ່ອຍຕິດຕາມຊອກຫາ ທ້າວ ອະທິວາ ເຈດຕະວົງ ອາຍຸ 47ປີ ເປັນລູກຊາຍເຊິ່ງໄດ້ຂັບລົດເກັ່ງຍີ່ຫໍ້ ເກຍ ຮຸ່ນ ອັອບຕິວາ ສີດຳ ປ້າຍ ກຂ 9121 ສະຫວັນນະເຂດ ຫາຍໂຕໄປໂດຍບໍ່ຮູ້ສາເຫດ ນັບແຕ່ຕອນທ່ຽງ ວັນທີ 26 ຈົນຮອດຕອນເຊົ້າຂອງວັນທີ 27 ທາງທະນາຄານການຄ້າໄດ້ຕິດຕໍ່ມາວ່າທ້າວ ອະທິວາ ບໍ່ໄດ້ເຂົ້າມາເຮັດວຽກ ເຊິ່ງທ້າວ ອະທິວາ ມີຕຳແຫນ່ງ ເປັນຜູ້ຈັດການ ຫລັງຈາກ ນາງ ລຽບ ໄດ້ໂທເຂົ້າເບີມືຖືລູກຊາຍ
ກໍ່ບໍມີສັນຍານ ຈຶ່ງໄດ້ໂທຫາພີ່ນ້ອງຢູ່ມຸກກາຫານ ແລະ ຮູ້ວ່າ: ໃນເວລາ 15:00 ຂອງວັນທີ 26 ໄດ້ພາກັນໄປກິນເຂົ້າຢູ່ຮ້ານ ອາຫານ ແລະ ໄປກິນຊີ້ນດາດຕໍ່, ຈາກນັ້ນ ທ້າວ ອະທິວາ ກໍໄດ້ໄປສົ່ງພີ່ນ້ອງຢູ່ບ້ານແລ້ວເດີນທາງກັບປະເທດລາວຄົນດຽວ, ສ່ວນພີ່ນ້ອງກໍຄິດວ່າທ້າວ ອະທິວາ ຮອດປະເທດລາວແລ້ວ.
ຫລັງຈາກນັ້ນໃນເວລາ 17:00 ຂອງວັນທີ 27 ໄດ້ເຫັນລົດເກັ່ງຢີ່ຫໍ້ເກຍ ຮຸ່ນອັອບຕິວາ ສີດຳ ປ້າຍ ກຂ 9121 ສະຫວັນ ນະເຂດ ຈອດປະໄວ້ຂ້າງທາງຢູ່ເຂດບ້ານດອນຕານ ມຸກດາຫານ (ປະເທດໄທ) ກົງກັນຂ້າມຮ້ານອາຫານຕຳນານປ່າ ແຕ່ບໍ່ເຫັນເຈົ້າຂອງລົດ ເບື້ອງຕົ້ນສັນນິຖານວ່າມີການລັກພາໂຕ ຫລື ຖືກຊິງຊັບ ເພາະເຈົ້າຂອງລົດໃສ່ສາຍຄໍ ແລະ ໃສ່ຄຳຫນັກລວມກັນປະມານ 10 ບາດ.

No comments:

Post a Comment