Ad

Ad

20 April 2015

ວາງສີລາເລິກໂຄງການກໍ່ສ້າງເຂດພັດທະນາຄົບວົງຈອນໜອງທານະຄອນຫລວງວຽງຈັນ



ພິທີວາງສີລາເລິກໂຄງການກໍ່ສ້າງເຂດພັດທະນາຄົບວົງຈອນໜອງທາ, ເຊິ່ງ ຕັ້ງຢູ່ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຊິ່ງທະນາຄານ ຮ່ວມ ທຸລະກິດລາວ-ຫວຽດ(LVB) ເປັນຜູ້ລົງທຶນມີມູນຄ່າ 15 ລ້ານໂດລາສະ ຫະລັດໃນ ເນື້ອທີ່ 4 ເຮັກຕາ, ໄດ້ຈັດຂຶ້ນໃນວັນທີ 12 ເມສາຜ່ານມາ, ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ເລ ຮົ່ງ ແອງ ຜູ້ປະຈຳການຄະນະເລຂາທິການພັກກອມ ມູນິດ ຫວຽດນາມ, ຮອງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະ ຊວງສຶກສາ ແລະ ກິລາຂອງ ລາວ, ພ້ອມດ້ວຍບັນດາການນຳຂັ້ນສູງຂອງ ສອງປະເທດລາວ-ຫວຽດນາມເຂົ້າຮ່ວມຢ່າງຫລວງຫລາຍ.
     ທ່ານອຳນວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ ທ່ານ ດວ່ານຫວຽດນາມ ກ່າວວ່າ: ໂຄງການດັ່ງກ່າວປະ ກອບມີການກໍ່ສ້າງອາຄານຫ້ອງການ, ສຳນັກງານໃຫ້ເຊົ່າ, ສູນຝຶກອົບຮົມບຸກຄະລະກອນ, ເຮືອນຮັບແຂກ ແລະ ເຮືອນ ພັກພະນັກງານທີ່ມີຄວາມສວຍງາມທັນສະໄໝ ແລະໂຄງການນີ້ຍັງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງຂອງພວກເຮົາ ໃນລົງທຶນແບບຍືນຍົງເພື່ອປະກອບສ່ວນພັດທະນາໂຄງລ່າງພື້ນຖານ ແລະ ສ້າງທັດສະນີຍະພາບແວດລ້ອມອັນສວຍ
ງາມໃນຕົວເມືອງຂອງນະຄອນຫລວງວຽງຈັນ. ຂະນະດຽວກັນທ່ານ ເຈີນ ແທັງ ເວິນ ສະມາຊິກສະພາບໍລິຫານທະ ນາຄານລົງທຶນພັດທະນາຫວຽດນາມ(BIDV) ໃຫ້ຮູ້ວ່າ: ເຂດດັ່ງກ່າວຈະເປັນສະຖານທີ່ນຳໃຊ້ໃຫ້ແກ່ບັນດາການເຄື່ອນ ໄຫວພົວພັນຕ່າງປະເທດຂອງ (BIDV) ແລະ ເປັນບ່ອນພັກອາໄສ, ສຶກສາຮ່ຳຮຽນຂອງບັນດາພະນັກງານພວກເຮົາທີ່ ມາເຮັດວຽກຢູ່ລາວ ແລະ ເປັນສູນຝຶກອົບຮົມບຸກຄະລະກອນເພື່ອສະໜອງໃຫ້ແກ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ເຊື່ອໝັ້ນວ່າຈະເປັນເຂດທີ່ມີເອກະລັກພົ້ນເດັ່ນທາງດ້ານວັດທະນະທຳສວຍງາມໃນນະຄອນຫລວງວຽງ ຈັນນຳ​ອີກ.

No comments:

Post a Comment