Ad

Ad

23 April 2015

ການເກັບຄ່າເຂົ້າສະຖານີຂົນສົ່ງໂດຍສານເໝາະສົມບໍ່ ?



ເມື່ອບໍ່ດົນມານີ້, ມີເພື່ອນຜູ້ອ່ານທ່ານໜຶ່ງໄດ້ໂທລະສັບມາຫາຄະນະບັນນາ ທິການໜັງສືພິມລາວ ພັດທະນາ, ໂດຍສະເໜີໃຫ້ສອບຖາມໄປຍັງພາກສ່ວນກ່ຽວ ຂ້ອງໃນກໍລະນີສະຖານີຂົນ ສົ່ງໂດຍສານທັງສາຍໃຕ້ ແລະ ສາຍເໜືອ ມີ ການເກັບ ເງິນນຳຜູ້ທີ່ຕ້ອງການເອົາລົດເຂົ້າໄປເດີນດ້ານຫລັງຂອງສະຖານີໃນລາຄາ 5 ພັນກີບ ສຳລັບລົດໃຫຍ່ ແລະ 3 ພັນ ກີບສຳລັບລົດຈັກ, ຊຶ່ງເຫັນວ່າບໍ່ສົມເຫດສົມຜົນ ແລະ ເປັນການເອົາປຽບສັງຄົມກໍຄືຜູ້ຄົນທີ່ມີຄວາມຈຳເປັນຕ້ອງໄປ ຮັບ-ສົ່ງຍາດພີ່ນ້ອງ ຫລື ເອົາເຄື່ອງຂອງທີ່ຝາກໄປມານຳລົດ ໂດຍສານ.
     ຕໍ່ບັນຫາດັ່ງກ່າວ, ນັກຂ່າວພວກເຮົາໄດ້ລົງໄປເບິ່ງຕົວຈິງຢູ່ສະຖານີຂົນສົ່ງໂດຍສານສາຍໃຕ້ເຫັນວ່າເປັນຄືດັ່ງທີ່ມີ ການສະ ເໜີມາແທ້ ແລະ ໄດ້ສອບຖາມທ່ານ ວັນເພັງ ຮອງຫົວໜ້າສະຖານີດັ່ງກ່າວກໍໄດ້ຮັບການຊີ້ແຈງວ່າ:ໃນເມື່ອ ກ່ອນ, ພວກເຮົາກໍ ປ່ອຍໃຫ້ລົດເຂົ້າໄປໄດ້, ຍ້ອນວ່າເວລານັ້ນລົດໂດຍສານກໍບໍ່ຫລາຍປານໃດ,ແຕ່ຕົກມາໃນໄລຍະຫລັງ ນີ້ເຫັນວ່າຈຳນວນລົດ
ໂດຍສານເພີ່ມຂຶ້ນບວກກັບຈຳນວນລົດຈາກພາຍນອກເຂົ້າມາໄດ້ເຮັດໃຫ້ການສັນຈອນຢູ່ພາຍໃນມີບັນຫາສັບສົນ ແລະ ມີອຸປະຕິເຫດເກີດຂຶ້ນປະຈຳ, ດັ່ງນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວຈຶ່ງມີມາດຕະການຫ້າມບໍ່ໃຫ້ລົດ ພາຍນອກເຂົ້າມາພາຍ ໃນດ້ານຫລັງ ແລະ ຈັດສັນບ່ອນຈອນລົດສຳລັບບໍລິການຜູ້ໂດຍສານຢູ່ດ້ານໜ້າ ແລະ ມີລໍ້ສຳລັບ ຂົນເຄື່ອງຂອງຜູ້ໂດຍສານ, ແຕ່ກໍເຫັນວ່າຍັງມີຜູ້ໂດຍສານຈຳນວນບໍ່ໜ້ອຍພະຍາຍາມເອົາລົດເຂົ້າໄປທາງໃນຈຶ່ງມີມາດຕະ ການເກັບເງິນຄ່າຜ່ານຂຶ້ນ ມາຄືດັ່ງກ່າວເພື່ອເປັນມາດຕະການບັງຄັບບໍ່ໃຫ້ຜູ້ໂດຍສານເອົາລົດເຂົ້າໄປ, ເຊິ່ງການເກັບເງິນ ຄືດັ່ງກ່າວແມ່ນປະຕິບັດມາ ຫລາຍປີແລ້ວ ແລະ ຍອມຮັບວ່າມີສຽງສະທ້ອນຈາກສັງຄົມຫລາຍ, ແຕ່ເພື່ອຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພດ້ານຕ່າງໆພາຍໃນສະຖານີ, ພວກເຮົາຈຶ່ງພະຍາຍາມວາງມາດ ຕະການ ບໍ່ໃຫ້ລົດຈາກພາຍນອກເຂົ້າ ໄປດ້ວຍການເກັບເງິນຄືດັ່ງກ່າວ.

No comments:

Post a Comment