Ad

Ad

21 April 2015

ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດຈາກອຸປະຕິເຫດຢູ່ເຂດບ້ານນາສ້ຽວ



     ເຈົ້າໜ້າທີ່ກອງຄະດີ ພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 10 ເມສາ ຜ່ານມາ,  ໄດ້ເກີດອຸປະ ຕິເຫດລົດໃຫຍ່ຕຳກັບລົດຈັກເວບ, ສີດຳ ໝາຍເລກທະບຽນ ຍຂ 2634 ກຳແພງນະຄອນ, ເຮັດໃຫ້ຄົນຂັບລົດຈັກເສຍ ຊີວິດຄາທີ່, ຜູ້ກ່ຽວເປັນເພດຊາຍໄວກາງຄົນ, ໃສ່ເສື້ອສີເຫລືອງແຂນຍາວ, ທາງໃນໃສ່ເສື້ອກ້າມສີດຳ, ໃສ່ສົ້ງຂາຍາວຢີນ, ມີລັກສະນະຈ່ອຍ, ດຳ, ສູງປະມານ 1,50-1,60 ແມັດ, ຜົມດຳ, ບໍ່ຮູ້ຊື່ ແລະ ທີ່ຢູ່ ເພາະຜູ້ຕາຍບໍ່ມີເອກະສານຫຍັງ ຕິດໂຕ ໃດໆ.  ສະນັ້ນ ຈຶ່ງໄດ້ປະ ກາດຫາຍາດພີ່ນ້ອງຜູ້ເສຍຊີວິດດັ່ງກ່າວ, ເພື່ອມາຮັບເອົາໄປດຳເນີນຊາປະນາກິດສົບ. ປັດຈຸບັນສົບຂອງຜູ້ກ່ຽວຍັງເກັບໄວ້ຢູ່ໂຮງເຢັນຂອງໂຮງໝໍມິດຕະພາບ (150 ຕຽງ) ນະຄອນຫລວງວຽງຈັນ. ດັ່ງນັ້ນ ຖ້າໃຜ ເປັນພີ່ນ້ອງ ຫລື ຮູ້ຈັກຜູ້ເສຍຊີວິດດັ່ງກ່າວ ແມ່ນສາມາດມາຕິດຕໍ່ເອົາສົບໄດ້ນຳເຈົ້າໜ້າທີ່ພະແນກຈະລາຈອນນະຄອນ ຫລວງວຽງຈັນໄດ້ຕະຫລອດເວລາ ໂທ: 020 2322 2989.

No comments:

Post a Comment