Ad

Ad

3 April 2015

ສູນການຄ້າທາດຫລວງສະແຄວ໌ ເປີດໃຫ້ບໍລິການແລ້ວ



     ໃນວັນທີ 2 ເມສານີ້, ບໍລິສັດ ຈັດສັນສູນການຄ້າ ແລະ ຕະຫລາດທາດຫລວງ ສະແຄວ໌, ໄດ້ຈັດພິທີເປີດສູນການຄ້າຂອງຕົນຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍ ການເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງ ວຽງຈັນ, ມີທ່ານນາງ ເດືອນດາລາ ວໍລະຈິດ ອຳນວຍການບໍລິສັດ ຈັດສັນສູນ ການຄ້າ ແລະ ຕະຫລາດທາດ ຫລວງສະແຄວ໌ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າ ຮ່ວມເປັນຈຳນວນຫລາຍ.
     ທ່ານ ໄພບູນ ສັງສົມສັກ ຕາງໜ້າບໍລິສັດ ຈັດສັນສູນການຄ້າ ແລະ ທາດຫລວງ ສະແຄວ໌ ກ່າວວ່າ: ເພື່ອເປັນການຕອບ ສະໜອງການເຕີບໃຫຍ່ຂະຫຍາຍຕົວດ້ານເສດຖະກິດທີ່ບໍ່ຢຸດຢັ້ງຂອງປະເທດລາວ ແລະ ໃຫ້ມີຄວາມສະດວກສະບາຍ ຄົບຖ້ວນຢູ່ໃນສູນການຄ້າແຫ່ງດັ່ງກ່າວ ບໍ່ວ່າຈະເປັນການຈຳໜ່າຍສິນຄ້າສົ່ງ-ຍ່ອຍ, ໂດຍສະເພາະສິນຄ້າໄອທີ, ເຄື່ອງນຸ່ງຫົ່ມ
, ເຄື່ອງແຟຊັນທີ່ທັນສະໄໝ, ຫ້ອງອາຫານທີ່ສະອາດໄດ້ມາດຕະຖານສາກົນ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ມີຄຸນ ນະພາບ ສູງ. ນອກຈາກນີ້ ໃນມໍ່ໆນີ້ ຈະເປີດຊຸບເປີ ມາເກັດ ທີ່ມີສິນຄ້າທຸກປະເພດສາມາດເລືອກຊື້ໄດ້ຢ່າງສະດວກສະ ບາຍໃນລາຄາ ທີ່ບໍ່ແພງ ແລະ ພ້ອມດຽວກັນ ກໍເພື່ອເປັນການຕ້ອນຮັບການ ເຂົ້າຮ່ວມເປັນປະຊາຄົມ ເສດຖະກິດອາຊຽນໃນທ້າຍປີນີ້ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມານະຄອນຫລວງວຽງຈັນໄດ້ຢ່າງພຽງພໍ.
     ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ສູນການຄ້າແຫ່ງນີ້ ມີຂະໜາດໃຫຍ່ ແລະ ທັນສະໄໝອີກແຫ່ງໜຶ່ງ, ເປັນສູນລວມສິນຄ້າຫລາກ ຫລາຍປະເພດທີ່ຊາວນະຄອນຫລວງວຽງຈັນສາມາດ ເຂົ້າມາຈັບຈ່າຍ, ໃຊ້ສອຍ ແລະ ເຊື່ອວ່າສູນການຄ້າແຫ່ງນີ້ ຈະນຳເອົາຄວາມສະດວກສະບາຍມາສູ່ຄົນລາວ​​ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ ແລະ ສິ່ງທີ່ສຳຄັນທີ່ສຸດສູນການຄ້າແຫ່ງນີ້ ຍັງຕັ້ງຢູ່ໃກ້ກັບພະທາດຫລວງວຽງຈັນການໄປມາສະດວກສະບາຍ, ໂດຍບໍ່ຈຳເປັນ ຕ້ອງໄດ້ເດີນທາງໄກອີກແລ້ວ.
     ສູນການຄ້າທາດຫລວງສະແຄວ໌, ຕັ້ງຢູ່ 4 ແຍກໄຟແດງທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2010 ແລະ ໄດ້ສຳເລັດ ໃນຕົ້ນເດືອນມີນາ 2015, ເປັນອາຄານສູງ 5 ຊັ້ນ, ໃນນີ້ຊັ້ນທີ 1 ເປັນຊັ້ນໃຕ້ດິນເປັນບ່ອນຈອດລົດສາມາດບັນຈຸລົດໃຫຍ່ ແລະ ລົດຈັກ ໄດ້ເປັນຈຳນວນຫລາຍ, ຊັ້ນທີ 2, 3, 4 ເປັນຫ້ອງຂາຍ, ຊຶ່ງມີທັງໝົດ 300 ກວ່າຫ້ອງ ແລະ ຊັ້ນທີ 5 ຈະຈັດໃຫ້ເປັນຫ້ອງອາຫານ ແລະ ສະຖານທີ່ຫລິ້ນສຳລັບເດັກນ້ອຍໄວ້ຄອຍໃຫ້ບໍລິການລູກຫລານດ້ວຍຄວາມປອດໄພສູງ.

No comments:

Post a Comment